ພຽງ 6 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບບັນລຸ ເກີນແຜນ

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້, ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບບັນລຸເກີນແຜນ, ຊຶ່ງເກັບໄດ້ 151 ຕື້ກວ່າກີບ, ເທົ່າກັບ 52,30% ຂອງແຜນປີ ແລະ ເທົ່າກັບ 104,60% ຂອງແຜນ 6 ເດືອນຕົ້ນປີນີ້, ສູງກວ່າໄລຍະດຽວກັນຂອງປີຜ່ານມາ 29,46% ໃນນີ້, ລາຍຮັບຈາກພາສີກວມເອົາ 38 ຕື້ກວ່າກີບ ຫລື 25,16% ຂອງລາຍຮັບທັງໝົດ, ສ່ວນລາຍຮັບຈາກອາກອນກວມເອົາ 113 ຕື້ກວ່າກີບ ຫລື 74,84% ຂອງລາຍຮັບທັງໝົດ ໂດຍອາກອນມູນຄ່າເພີ່ມ (VAT) ຍັງເປັນແຫລ່ງລາຍຮັບຫລັກ ກວມເອົາເຖິງ 69,60%.
ທ່ານ ສີມອນ ອຸທິຄູນ ຫົວໜ້າດ່ານພາສີສາກົນພູເກືອ ໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ປີ 2026 ນີ້ ດ່ານພາສີສາກົນພູເກືອ ໄດ້ຮັບມອບໝາຍແຜນຈັດເກັບລາຍຮັບ ທັງໝົດ 290 ຕື້ກີບ ແລະ ແຜນ 6 ເດືອນຕົ້ນປີ ກຳນົດໄວ້ 145 ຕື້ກີບ, ຜົນການຈັດເກັບຕົວຈິງ ຮອດວັນທີ 30 ມິຖຸນາ 2026 ປະຕິບັດໄດ້ 151 ຕື້ກວ່າກີບ, ຊຶ່ງຜົນສຳເລັດດັ່ງກ່າວ, ເກີດຈາກການນຳພາຢ່າງໃກ້ຊິດຂອງຄະນະພັກ, ກົມພາສີ, ພາສີປະຈຳແຂວງ ພ້ອມກັບການຮ່ວມມືຂອງທຸກພາກສ່ວນ ແລະ ຄວາມຮັບຜິດຊອບຂອງພະນັກງານ. ນອກນັ້ນ, ການປັບປຸງນິຕິກຳດ້ານການນຳເຂົ້າ-ສົ່ງອອກ ແລະ ການຊຸກຍູ້ການລົງທຶນ ຍັງເປັນປັດໄຈສຳຄັນ ທີ່ຊ່ວຍໃຫ້ການຈັດເກັບລາຍຮັບບັນລຸ ແລະ ເກີນແຜນທີ່ວາງໄວ້. ພ້ອມນັ້ນໄລຍະ 6 ເດືອນຜ່ານມາ ດ່ານພາສີສາກົນພູເກືອ ໄດ້ປາບປາມການລັກລອບ ແລະ ການລະເມີດກົດໝາຍພາສີ ສາມາດສະສາງໄດ້ 247 ຄະດີ ມີມູນຄ່າລວມກວ່າ 1,87 ຕື້ກີບ ແລະ ສາມາດ ເກັບຄ່າປັບໃໝສົ່ງເຂົ້າງົບປະມານລັດໄດ້ 1.306 ຕື້ກີບ.
ທ່ານ ສີມອນ ອຸທິຄູນ ກ່າວຕື່ມວ່າ: ສໍາລັບແຜນການຈຸດສຸມ 6ເດືອນທ້າຍປີ 2026, ຄະນະນໍາຂອງດ່ານພາສີສາກົນພູເກືອຈະສືບຕໍ່ປະຕິບັດແຜນການເກັບລາຍຮັບຂອງລັດ ໃຫ້ບັນລຸຕາມຕົວເລກ ແລະ ເປົ້າໝາຍທີ່ໄດ້ກຳນົດໄວ້, ສືບຕໍ່ຕິດ ຕາມ, ກວດກາ ແລະ ຄຸ້ມຄອງການເກັບລາຍຮັບຢ່າງໃກ້ຊິດ ເພື່ອຮັບປະກັນການຈັດເກັບໃຫ້ຖືກຕ້ອງ, ໂປ່ງໃສ ແລະ ມີປະສິດທິຜົນ, ເພີ່ມທະວີການກວດກາ ແລະ ຕ້ານການຫລົບຫລີກພາສີ, ການສໍ້ໂກງທາງດ້ານພາສີ ແລະ ການຄ້າຂ້າມແດນທີ່ຜິດກົດໝາຍ, ສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ແລະ ຜູ້ນຳເຂົ້າ-ສົ່ງອອກ ຄວບຄູ່ກັບການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ, ຍົກສູງຄຸນນະພາບວຽກງານພາສີ ໂດຍນຳໃຊ້ເທັກໂນໂລຊີ, ພັດທະນາລະບົບການບໍລິການ ແລະ ສ້າງຄວາມວ່ອງໄວໃນການຜ່ານພິທີການພາສີ, ສືບຕໍ່ສ້າງ, ບຳລຸງ ແລະ ພັດທະນາຄຸນນະພາບພະນັກງານພາສີ ໃຫ້ມີຄວາມຮູ້, ຄວາມສາມາດ, ຄວາມຮັບຜິດຊອບ ແລະ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ.