6 ເດືອນຕົ້ນປີ 2026 ເສດຖະກິດເມືອງ ທ່າແຕງຂະຫຍາຍຕົວໃນລະດັບ 5,79%

ໄລຍະ 6 ເດືອນຕົ້ນປີ 2026 ເສດຖະກິດຢູ່ເມືອງທ່າແຕງ ແຂວງເຊກອງ ຂະຫຍາຍຕົວໃນລະດັບ 5,79%, ລວມຍອດຜະລິດຕະພັນພາຍໃນ (GO) ບັນລຸໄດ້ 1.225,50 ຕື້ກີບ ແລະ ມີລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸໄດ້ 24,67 ລ້ານກີບ, ການລົງທຶນລວມ ສາມາດປະຕິບັດໄດ້ 115,93 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 73% (ແຜນ 159,36 ຕື້ກີບ) ໃນນີ້, ການລົງທຶນຂອງລັດ ສະພາໄດ້ອະນຸມັດໂຄງການລົງທຶນປີ 2026 ມູນຄ່າ 5,17 ຕື້ກີບ, ກວມເອົາ 4,46% ໃນນັ້ນ, ໂຄງການລົງທຶນຂອງລັດ ພາກປົກກະຕິມີ 10 ໂຄງການ, ມູນຄ່າ 2,46 ຕື້ກີບ.
ສະຫາຍ ສຸວັນ ສ້ອຍທະວົງສາ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງທ່າແຕງ ລາຍງານໃນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງທ່າແຕງ ຄັ້ງທີ 4 ສະໄໝທີ VII ໃນວັນທີ 15 ກໍລະກົດ 2026 ນີ້ວ່າ: ນອກນີ້, ຍັງມີໂຄງການລົງທຶນຂອງລັດ (ບ້ວງໄພພິບັດ) ມີ 19 ໂຄງການ, ມູນຄ່າ 2,70 ຕື້ກີບ; ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ມີມູນຄ່າ 11,65 ຕື້ກີບ, ກວມເອົາ 10,05% ຂອງທຶນທັງໝົດ; ການຄຸ້ມຄອງທຶນຊ່ວຍເຫລືອໂຄງການ ເພື່ອພັດທະນາ (ODA) ສາມາດຍາດແຍ່ງທຶນຊ່ວຍເຫລືອໄດ້ 0,37 ຕື້ກີບ, ກວມເອົາ 0,32% ຂອງທຶນທັງໝົດ; ທຶນສິນເຊື່ອທະນາຄານສາມາດປະຕິບັດໄດ້ 98,74 ຕື້ກີບ, ກວມເອົາ 85,2% ຂອງທຶນທັງໝົດ.
ພ້ອມນີ້, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 8,19 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 60,44% (ແຜນປີ 13,55 ຕື້ກີບ) ໃນນີ້, ລາຍຮັບສວຍສາອາກອນປະຕິບັດໄດ້ 7,75 ຕື້ກີບ, ລາຍຈ່າຍປະຕິບັດໄດ້ 36,61 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 56% (ແຜນການ 65,38 ຕື້ກີບ), ງົບປະມານຂາດດຸ່ນ 28,42 ຕື້ກີບ, ທຽບໃສ່ແຜນການປີ 55% (ແຜນການ 51,82 ຕື້ກີບ), ການຜະລິດສິນຄ້າເພື່ອສົ່ງອອກບັນລຸໄດ້ 99,12 ຕື້ກີບ, ທຽບໃສ່ແຜນການປີໄດ້ 57,57% (ແຜນປີ 172,16 ຕື້ກີບ), ສິນຄ້າສ່ວນໃຫຍ່ແມ່ນ ມັນຕົ້ນ, ຢາງພາລາ, ກາເຟ ແລະ ສິນຄ້າອື່ນໆ. ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າສິນຄ້າໄດ້ໃນລະດັບ 28,11 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 27,49%(ແຜນປີ 102,23 ຕື້ກີບ). ການນໍາເຂົ້າສ່ວນໃຫຍ່ ແມ່ນສິນຄ້າເພື່ອການລົງທຶນປະກອບມີ: ອຸປະກອນການຜະລິດ, ປຸ໋ຍເຄມີ, ເຄື່ອງກໍ່ສ້າງ, ເຄື່ອງໄຟຟ້າ ຖັດລົງມາແມ່ນສິນຄ້າເພື່ອການຊົມໃຊ້ ບໍລິໂພກ ແລະ ອຸປະໂພກ.