ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ສຳ​ຄັ​ນ​ແມ່ນ​ຢູ່​ນຳ​ການສືບທອດແບບ​ແລ່ນ​ຕໍ່​ໄມ້

ຕົ້ນ​ລະ​ດູ​ຮ້ອນ​ປີ 2016, ກອງ​ປະ​ຊຸມ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ​ທົ່ວ​ປະ​ເທດ​ຈີນ, ກອງປະຊຸມບັນດິດສະຖາບັນວິທະຍາສາດຈີນ ແລະ ສະຖາບັນວິສະວະກຳຈີນ, ກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 9 ຂອງສະມາຄົມວິທະຍາສາດເຕັກໂນໂລຊີຈີນ ເຊິ່ງ​ເປັນ​​ກອງ​ປະ​ຊຸມຂະໜາດ​ໃຫຍ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ອີກ​ຄັ້ງ​ໜຶ່ງ​ໃນ​ປະ​ຫວັດ​ສາດ ສ​ປ ​ຈີນ ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ໂອ​ກາດ​ດັ່ງ​ກ່າວ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດຈີນ​ໄດ້​ກ່າວ​ວ່າ: “ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ສຳ​ຄັ​ນ​ແມ່ນ​ຢູ່​ນຳ​ການສືບທອດແບບ​ແລ່ນ​ຕໍ່​ໄມ້”, ເພິ່ນ​ໄດ້​ນຳ​ໃຊ້​ຄຳ​ປຽບ​ທຽບ​ອັນ​ມີ​ຊີ​ວິດ​ຊີ​ວາ​ຄື “ການ​ແລ່ນ​ຕໍ່​ໄມ້” ເພື່ອ​ຊີ້​ແຈງວ່າ: ການ​ສ້າງ​ສາ​ປະ​ເທດແຫ່ງ​ການ​ປະ​ດິດ​ສ້າງ​ຕ້ອງ​ການ​ມີ​ການ​ບຸກ​ບືນ​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງ​ແບບ​ຮຸ່ນ​ສູ່​ຮຸ່ນ, ພ້ອມ​ທັງ​​ຊຸກ​ຍູ້​ສົ່ງ​ເສີມ​ໃຫ້​ບັນ​ດິດ​ສະ​ຖາ​ບັນວິທະຍາສາດຈີນ ແລະ ສະຖາບັນວິສະວະກຳຈີນ ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ສາ​ມັກ​ຄີ​ ແລະ​ ນຳ​ພາ​ວົງ​ການ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທົ່ວ​ປະ​ເທດ​ ໂດຍ​ສະ​ເພາະ​ແມ່ນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຮຸ່ນ​ໜຸ່ມ​ທັງ​ຫຼາຍ ​ສ້າງ​ຄຸນ​ງາມ​ຄວາມ​ດີ​ເພື່ອ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ໃຫ້​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ໂລກ.
 
ປີ 2004, ທ່ານ ຢາວ​ຊີ​ຈື້ ນັກວິທະຍາສາດຄອມພິວເຕີທີ່​ມີ​ຊື່​ສຽງ​ລະດັບ​ໂລກ ນັກ​ວິ​ຊາ​ການເຊື້ອສາຍຈີນ​ຜູ້​ທຳ​ອິດທີ່ໄດ້ຮັບລາງວັນຕູຣິງ ເຊິ່ງເປັນລາງວັນສູງສຸດດ້ານວິທະຍາສາດຄອມພິວເຕີໃນສາກົນ​ນັບ​ແຕ່​ລາງວັນ​ດັ່ງ​ກ່າວ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ ເຊິ່ງ​ໄດ້​ປະ​ຖິ້​ມ​ເງື່ອນ​ໄຂ​ສະ​ຫວັດ​ດີ​ການ​ທີ່​ດີ​ຂອງ​ຕ່າງ​ປະ​ເທດ​ ໂດຍ​ທ່ານເລື​ອກ​ກັບ​ຄືນ​ປະ​ເທດ​ຊາດ​ເພື່ອອົບຮົມບົ່ມສ້າງ ແລະ ສິດສອນນັກສຶກສາໃຫ້ມີຄວາມຮູ້ຄວາມສາມາດ ແລະ ມີຄຸນສົມບັດ​ຢ່າງ​ເດັດ​ດ່ຽວ. ປີ​ຕໍ່​ມາ, ເພິ່ນ​ໄດ້ສ້າງ​ຕັ້ງຫ້ອງທົດລອງວິທະຍາສາດຄອມພິວເຕີມະຫາວິທະຍາໄລຊິງຮວາ ຄື ຫ້ອງ “ຢາວ”, ເຊິ່ງມີ​ເປົ້າ​ໝາຍ​ເພື່ອ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດດ້ານ​ຄອມ​ພິວ​ເຕີ​ລະ​ດັບ​​ແຖວ​ໜ້າຂອງສາ​ກົນ ໂດຍ​ເລີ່ມ​ຈາກ​ນັກ​ສຶກ​ສາ​ປະ​ລິ​ຍາ​ຕີ.
 
ກາງ​ລະ​ດູ​ຮ້ອນ​ປີ 20​24, ທ່ານ ສີ​ຈິ້ນ​ຜິງ ໄດ້​ຕອບຈົດໝາຍທ່ານ ຢາວຊີຈື້ ບັນ​ດິດ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ ທີ່ໄດ້​ກັບ​ຄືນມາ​ປະ​ຕິ​ບັດ​ໜ້າ​ທີ່​​ສິດ​ສອນ​ຢູ່​ປະ​ເທດ​ຊາດ​ເປັນ​ເວ​ລາ 20 ປີ ໂດຍໄດ້​ສົ່ງ​ເສີມ​ໃຫ້ກຳ​ລັງ​ໃຈ​ແກ່​ທ່ານ ​ຢາວ​ຊີ​ຈື້ ​ຈົ່ງ​ນຳ​ພາ​ສະ​ຫາຍ​ທັງ​ຫຼາຍ ​ສືບ​ຕໍ່​ຄົ້ນ​ຄວ້າ​ຮູບ​ແບບ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາ​ມ​ສາ​ມາດ​ດ້ານ​ປະ​ດິດ​ສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ, ປະ​ກອບ​ສ່ວນ​ອັນ​ໃໝ່​ເພື່ອ​ບັນ​ລຸ​ການ​ເພິ່ງ​ຕົນ​ເອງ ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ລະ​ດັບ​ສູງ ແລະ ການ​ສ້າງ​ສາ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ການ​ສຶກ​ສາ​ ແລະ ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ.
 
ນັບ​ມາ​ຮອດ​ເດືອນ​ທັນ​ວາ ​ປີ 2025, “ຫ້ອງ​ຢາວ” ໄດ້​ບຳ​ລຸງ​ສ້າງ​ນັກ​ສຶກ​ສາ​ເກືອບ 1.200 ຄົນ, ໃນ​ນັ້ນ ມີ 9 ຄົນ​ ໄດ້​ຮັບ​ລາງວັນ​ທຶນ​ການ​ສຶກ​ສາ​ຊັ້ນ​ຍອດ​ລະ​ດັບ​ປະ​ລິ​ຍາ​ຕີ​ ຂອງມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮ​ວາ, 6 ຄົນ​ໄດ້​ຮັບ​ລາງວັນ​ຄົ້ນ​ຄວ້າ​ສະ​ລອນ (Sloan Research Fellowships)​ ຂອງ​ອາ​ເມ​ຣິ​ກາ; ໃນ​ໄລ​ຍະ​ຮຽນ​ຊັ້ນ​ປະ​ລິ​ຍາ​ຕີ, ມີ​ນັກ​ສຶກ​ສາ​ໄດ້​ລົງ​ພິມ​ບົດ​ວິ​ທະ​ຍາ​ນິ​ພົນ 600 ກວ່າ​ບົດ, ນັກ​ສຶກ​ສາ​ທີ່​ຜ່ານບົດ​ລາຍ​ງານ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ລະ​ດັບ​ສາ​ກົນ​ ໃນ​ຂົງ​ເຂດວິ​ທະ​ຍາ​ສາດ​ຄອມ​ພິວ​ເຕີ, ປັນ​ຍາ​ປະ​ດິດ​ກັບຂໍ້ມູນຂ່າວສານກວນຕຳ” ​ເກືອບ 330 ເທື່ອ​ຄົນ.
 
ປີ 2019, ຈີນ​ໄດ້​ເຜີຍ​ແຜ່​ຄວາມ​ເຫັນ​ວ່າ​ດ້ວຍ​ການ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ນັກ​ວິ​ທະ​ຍາ​ສາດ​ຕື່ມ​ອີກ ​ເພື່ອ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ແບບ​ແຜນວິ​ທີ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ ແລະ​ ແບບ​ແຜນ​ວິ​ຊາ​ການ ໂດຍ​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ອອກ​ແຮງ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ກໍ່​ສ້າງ​ຄົນ​ແບບຍອມ​ເສຍ​ສະ​ຫຼະເພື່ອ​ຊ່ວຍ​ເຫຼືອ​ຜູ້​ອື່ນ, ສົ່ງ​ເສີມ ແລະ​ສະ​ໜັບ​ສະ​ໜູນ​ກາ​ນເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ຄົນ​ຮຸ່ນ​ໜຸ່ມ, ຮຽກ​ຮ້ອງ​ໃຫ້​ຮູ້​ວິ​ທີ​ພົບ​ເຫັນຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໜຸ່ມ, ກ້າ​ປ່ອຍ​ມື ແລະ ສະ​ໜັບ​ສະ​ໜູນ​ໃຫ້​ເຂົາ​ເຈົ້າ​ເຮັດ​ໜ້າ​ທີ່​ເປັນ​ຂື່​ຫຼັກ​ເພື່ອແບກ​ຫາບ​ພາ​ລະ​ກິດ​ສຳ​ຄັນ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ.
ທ່ານ ສີ​ຈິ້ນ​ຜິງ ຍັງ​ໄດ້​ຝາກ​ຄວາມ​ຫວັງ​ເປັນ​ຢ່າງ​ຍິ່ງ​ໄວ້​ນຳຄົນ​ຮຸ່ນ​ໜຸ່ມ​ທີ່​ເປັນ “ຜູ້​ແລ່ນ​ຕໍ່​ໄມ້”.
ໃນເວລາທີ່ຕອບ​​ຈົດ​ໝາຍທີມງານຊາວໜຸ່ມກໍ່ສ້າງສະຖານີອະວະກາດ ຂອງກຸ່ມບໍລິສັດວິທະຍາສາດເຕັກນິກການບິນອະວະກາດຈີນ, ທ່ານ ສີຈິ້ນຜິງ ໄດ້​ກະ​ຕຸກ​ຊຸກ​ຍູ້​ກຳ​ລັງ​ໃຈ​ໃຫ້ເຂົາເຈົ້າຈົ່ງສ້າງຜົນງານອັນສະຫງ່າລາສີ ບົນເສັ້ນທາງນຳຕາມຄວາມຝັນທາງດ້ານອະວະກາດ ເພື່ອສ້າງຄຸນງາມຄວາມດີ ປະກອບສ່ວນອັນໃໝ່ເຂົ້າໃນການເຮັດໃຫ້ວິທະຍາສາດເຕັກນິກການບິນອະວະກາດຂອງປະເທດຊາດ ບັນລຸເປົ້າໝາຍເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນລະດັບສູງ.
​ຢູ່ “ໂໝຊູຄົ່ງຈ່ຽນ” ເຂດນິຄົມປະດິດສ້າງ​ແບບ​ຈຳ​ລອງປັນ​ຍາ​ປະ​ດິດ​ຂະ​ໜາດ​ໃຫຍ່​ທີ່​ນະ​ຄອນ​ຊຽງ​ໄຮ້, ທ່ານ ສີ​ຈິ້ນ​ຜິງ ໄດ້​ໂອ້​ລົມ​ສົນ​ທະ​ນາ​ຢ່າງ​ໃກ້​ຊິດ​ກັບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ ທີ່ເປັນ​ຄົນຮຸ່ນໜຸ່ມ​ອາ​ຍຸ​ສະ​ເລ່ຍ​ບໍ່​ຮອດ 35 ປີ, ເພິ່ນ​ໄດ້​ກ່າວ​ວ່າ: “ປັນ​ຍາ​ປະ​ດິດ​ເປັນ​ພາ​ລະ​ກິດ​ທີ່​ເກີດ​ໃໝ່, ທັງ​ເປັນ​ພາ​ລະ​ກິດ​ຂອງຊາວ​ໜຸ່ມ.” ພ້ອມ​ທັງ​ຊຸກ​ຍູ້​ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າ​ຕ້ອງແລ່ນ​ຕໍ່​ໄມ້​ແຫ່​ງ​ປະ​ຫວັດ​ສາດ​ໃຫ້​ໄດ້​ຮັບ​ຜົນ​ງານ​ທີ່​ດີ.
ເດືອນ​ສິງ​ຫາ​ ປີ 2023, ຈີນ​ໄດ້​ເຜີຍ​ແຜ່​ບາງ​ມາດ​ຕະ​ການກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ບຳ​ລຸງ​ສ້າງ ​ແລະ ​ນຳ​ໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໜຸ່ມ​ຕື່ມ​ອີກ ໂດຍ​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ຈະ​ສະ​ໜັບ​ສະ​ໜູນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ​ໜຸ່ມ​ເຮັດ​ໜ້າ​ທີ່​ເປັນ “​ຂື່​ຫຼັກ” ​ແລະ “ຕົວ​ລະ​ຄອນ​ເອກ” ໃນ​ການ​ແບກ​ຫາບ​ພາ​ລະ​ກິດ​ສຳ​ຄັນ​ແຫ່ງ​ຊາດດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​.
ໃນໄລຍະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ​ ຄັ້ງ​ທີ 14​ ຂອງ​ຈີນ (2021-2025), ​ຜູ້​ຮັບ​ຜິດ​ຊອບ​ໂຄງ​ການ​ທີ່​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໜຸ່ມ​ທີ່​ມີອາ​ຍຸບໍ່ເກີນ 45 ປີ ​ກວມ​ເອົາ 43,3% ຂອງ​ຈຳ​ນວນ​ຜູ້​ຮັບ​ຜິດ​ຊອບ​ທັງ​ໝົດ​ຂອງ​ໂຄງ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ສຳ​ຄັນ​ແຫ່ງ​ຊາດ​ຈີນ, ໂຄງ​ການ 80% ຂອງ​ມູນ​ນິ​ທິ​ວິທະ​ຍາ​ສາດ​ທຳ​ມະ​ຊາດ​ແຫ່ງ​ຊ​າດ ​ແມ່ນມອບ​ໃຫ້​ຊາວ​ໜຸ່ມ​ທີ່​ມີ​ອາ​ຍຸ​ບໍ່​ຮອດ 45​ ປີ ຮັບ​ຜິດ​ຊອບ. ປີ 2025, ໃນ​ບັນ​ດາ​ບັນ​ດິດ​ສະ​ຖາ​ບັນ​ວິທະ​ຍາ​ສາດ​ຈີນ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃໝ່​ນັ້ນ, ຜູ້​ທີ່​ໜຸ່ມ​ທີ່​ສຸດ​ມີ​ອາ​ຍຸ​ພຽງ 44​ປີ ເທົ່າ​ນັ້ນ.
ປັດ​ຈຸ​ບັນ​, ຈີນ​ໄດ້​ມີ​ຖັນ​ແຖວ​ນັກ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ, ຍອດ​ປະ​ລິ​ມານ​ຊັບ​ພ​ະ​ຍາ​ກອນ​ມະ​ນຸດ, ຍຶດ​ຈຳ​ນວນ​ນັກ​ຄົ້ນ​ຄວ້າ​ພັດ​ທະ​ນາວິທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ລ້ວນ​ແຕ່​ຄອງ​ອັນ​ດັບ​ໜຶ່ງ​ຂອງ​ໂລກ, ແຕ່​ລະ​ປີ​ມີ​ນັກ​ສຶກ​ສາ​ຮຽ​ນ​ຈົບ​ວິ​ຊາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ວິ​ສະ​ວະ​ກຳ ແລະ ຄະ​ນິດ​ສາດ ຫຼາຍກວ່າ 5 ລ້ານຄົນ.
​ການຍຶດ​ໝັ້ນ​ໃຫ້​ຜູ້​ອາ​ວຸ​ໂສ​ອົບ​ຮົມບົ່ມ​ສອນ​ຄົນຮຸ່ນໃໝ່, ​ສ້າງ​ຜົນ​ງານ​ທີ່​ດີ​ໃນ​ “ການ​ແຂ່ງ​ຂັນແລ່ນ​ຕໍ່​ໄມ້​” ແຫ່ງ​ການ​ປະ​ດິດ​ສ້າງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ເຊິ່ງ​ບໍ່​ພຽງ​ແຕ່​ສາ​ມາດສ້າງ​ຖັນ​ແຖວຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ໂຄງ​ສ້າງ​ອັນ​ສົມ​ເຫດ​ສົມ​ຜົນ, ມີ​ບຸກ​ຄະ​ລາ​ກອນ​ຜູ້​ສືບ​ທອດ​ໃນ​ທຸກ​ລະ​ດັບ ​ແລະ ມີ​ການ​ສືບ​ທອດ​ແບບ​ຮຸ່ນ​ສູ່​ຮຸ່ນ, ຍັງ​ສາ​ມາດ​ເພີ່ມ​ແຮງ​ຂັບ​ເຄື່ອນ​ອັນ​ໃຫຍ່​ຫຼວງ​ຢ່າງ​ຕໍ່​ເນື່ອງ​ໃຫ້​ແກ່​ຈີນ​ຊຸກ​ຍູ້​ຂະ​ບວນ​ການ​ສ້າງ​ສາ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ​ນຳ​ອີກ.