ຜະລິດກະສິກຳອິນຊີ ສ້າງລາຍຮັບໝັ້ນຄົງ ຍົກລະດັບຊີວິດຄອບຄົວ

ການຫັນປ່ຽນຈາກການຜະລິດກະສິກຳເພື່ອບໍລິໂພກພາຍ ໃນຄອບຄົວ ມາສູ່ການຜະລິດເປັນສິນຄ້າກຳລັງເປັນທິດທາງສຳຄັນ ໃນການພັດທະນາຊົນນະບົດ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວຊາວກະ ສິກອນ. ເມື່ອກ່ອນການຜະລິດກະສິກຳຂອງປະຊາຊົນບັນດາເຜົ່າ ແມ່ນ ຍັງຜະລິດແບບປະຖົມປະຖານ, ຕາມມີຕາມເກີດພໍໃຜພໍລາວ ເພື່ອບໍ ລິໂພກພາຍໃນຄອບຄົວເທົ່ານັ້ນ, ແຕ່ມາຮອດດຽວນີ້ ປະຊາກອນໄດ້ ນັບມື້ເພີ່ມຂຶ້ນ ຄວາມຕ້ອງການທາງດ້ານສະບຽງອາຫານກໍຕ້ອງການ ຫລາຍຂຶ້ນໄປຕາມໆກັນ. ສິ່ງນີ້ ໄດ້ກາຍເປັນທ່າແຮງສຳຄັນໃຫ້ແກ່ປະຊາຊົນ ຜູ້ມັກ ຮັກໃນອາຊີບກະສິກຳປູກຝັງ-ລ້ຽງສັດ ທັງຫັນປ່ຽນຈາກການຜະລິດ ແບບ ດັ້ງເດີມສູ່ການຜະລິດເປັນສິນຄ້າຂຶ້ນເທື່ອກ້າວ. ມື້ນີ້ ຂໍພາທ່ານ ຜູ້ອ່ານໄປຮູ້ກັບຄອບຄົວໜຶ່ງ ທີ່ນຳໃຊ້ຜືນແຜ່ນດິນເປົ່າຫວ່າງ ຫັນມາຜະ ລິດພືດ ຜັກຕະຫລອດປີຢູ່ບ້ານປ່າສັກ, ຕາແສງທົ່ງປຸ່ງ ເມືອງ ແລະ ແຂວງ ຫລວງນໍ້າທາ ນຳກັນ.
 
ທ່ານ ນາງ ອານົງ ຄິດທະໄຊ ປະຊາຊົນບ້ານປ່າສັກ, ຕາແສງທົ່ງປຸ່ງ ເມືອງຫລວງນ້ຳທາ ໄດ້ເລົ່າສູ່ຟັງວ່າ: ພາຍ ຫລັງທີ່ໄດ້ເຂົ້າຮ່ວມໂຄງ ການສົ່ງເສີມກະສິກຳປັບຕົວກັບສະພາບອາກາດປ່ຽນແປງ ແລະ ການເຂົ້າ ເຖິງຕະຫລາດ ເພື່ອຊາວກະສິກອນໜຸ່ມ ເມືອງຫລວງນໍ້າທາ ໄດ້ລິເລີ່ມມາ ແຕ່ປີ 2016 ການເຂົ້າຮ່ວມໂຄງການດັ່ງກ່າວ ໄດ້ຊ່ວຍຍົກ ລະດັບຄວາມຮູ້ ທາງ ດ້ານເຕັກນິກການປູກຝັງທີ່ທົນທານຕໍ່ສະພາບອາກາດ, ຮູ້ຈັກວິທີຮັກ ສາສິ່ງແວດລ້ອມ ແລະ ທີ່ສຳຄັນແມ່ນການຊອກ ຫາຕະຫລາດ ເພື່ອຮອງ ຮັບຜົນຜະລິດ. ປັດຈຸບັນມີເນື້ອທີ່ທຳການຜະລິດທັງໝົດ 1.500 ຕາແມັດ. ພາຍໃນສວນແມ່ນໄດ້ແບ່ງປູກພືດ ຜັກໝູນວຽນຫລາຍຊະນິດ ທີ່ສາມາດ ເກັບກ່ຽວ ແລະ ສະໜອງໃຫ້ແກ່ຕະຫລາດໄດ້ຕະຫລອດປີ ຊຶ່ງປະກອບມີ ຜັກກາດ, ຫອມປ້ອມ, ສະລັດ, ຜັກປັງ, ຜັກຊີ, ໝາກເຂືອ, ໝາກບວບ ແລະ ອື່ນໆ.
 
ດ້ວຍຄວາມຕັດສິນໃຈ, ດຸໝັ່ນຂະຫຍັນພຽນ ແລະ ການນຳໃຊ້ເຕັກນິກທີ່ ໄດ້ຮຽນຮູ້ມາຈາກໂຄງການ ບວກກັບຄວາມຕ້ອງການຂອງຕະຫລາດໃນປັດ ຈຸບັນທີ່ຜູ້ຄົນຫັນມາບໍລິໂພກຜັກອິນຊີຫລາຍຂຶ້ນ, ເຮັດໃຫ້ຜົນຜະລິດ ຈາກສວນ ເປັນທີ່ຕ້ອງການຢ່າງຕໍ່ເນື່ອງ. ຜົນສຳເລັດດັ່ງກ່າວ ສາມາດ ສ້າງລາຍຮັບເຂົ້າຄອບຄົວໄດ້ສະເລ່ຍປະມານ 30 ຫາ 40 ລ້ານກວ່າກີບຕໍ່ປີ ຊຶ່ງລາຍຮັບດັ່ງກ່າວ ໄດ້ເປັນສ່ວນໜຶ່ງໃນການແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ. ທ່ານ ນາງ ອານົງ ຄິດທະໄຊ ກ່າວ.
 
ຈາກຜົນສຳເລັດຄັ້ງນີ້, ຄອບຄົວຂອງທ່ານ ນາງ ອານົງ ຄິດທະໄຊ ໄດ້ກາຍ ເປັນໜຶ່ງໃນຄອບຄົວຕົວແບບທາງດ້ານກະສິກຳອິນຊີ ທີ່ເປັນ ແຮງບັນ ດານໃຈໃຫ້ແກ່ຊາວກະສິກອນໜຸ່ມ ແລະ ປະຊາຊົນພາຍໃນບ້ານ ໄດ້ສຶກສາຮຽນຮູ້ ແລະ ນຳໄປຈັດຕັ້ງປະຕິບັດ ເພື່ອສ້າງເສດຖະກິດຄອບຄົວ ໃຫ້ເຂັ້ມແຂງ ແລະ ມີຄວາມຍືນຍົງຕໍ່ໄປ.