ສ້າງມູນຄ່າເພີ່ມໃຫ້ວັດຖຸດິບທຳມະຊາດ ກ້າວສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ

ການນຳເອົາວັດຖຸດິບທາງກະສິກຳມາແປຮູບ ເພື່ອສ້າງມູນຄ່າເພີ່ມ ກຳລັງເປັນທິດທາງສຳຄັນໃນການພັດທະນາສິນຄ້າຂອງລາວ. ໜຶ່ງໃນຕົວຢ່າງທີ່ໂດດເດັ່ນ ຄື ຜະລິດຕະພັນກ້ວຍທັນຍາພືດ ຂອງ ນາງ ບົວສະນິດ ມະນີວົງ ແຂວງຫລວງພະບາງ ທີ່ໄດ້ນຳໝາກກ້ວຍ ນ້ຳວ້າຈາກກະສິກອນລາວມາແປຮູບເປັນອາຫານວ່າງທີ່ມີຄຸນຄ່າ ແລະ ສາມາດສ້າງລາຍຮັບໃຫ້ຊາວສວນ ຊຶ່ງນັບເປັນອີກຕົວຢ່າງໜຶ່ງ ຂອງການນຳພູມປັນຍາ ແລະ ຄວາມຄິດສ້າງສັນມາຕໍ່ຍອດວັດ ຖຸດິບການກະສິກຳ ຈົນກາຍເປັນສິນຄ້າທີ່ຕະຫລາດໃຫ້ການຍອມຮັບ, ພ້ອມທັງວາງເປົ້າໝາຍຂະຫຍາຍຕະຫລາດສູ່ຕ່າງປະເທດ.
 
ນາງ ບົວສະນິດ ມະນີວົງ ໄດ້ໃຫ້ສໍາພາດໃນງານວາງສະແດງສິນຄ້າ ສະຫະກອນ ເພື່ອສະເຫລີມສະຫລອງວັນສະຫະກອນ ຄົບຮອບ 48 ປີວ່າ: ຈຸດເລີ່ມຕົ້ນຂອງອາຊີບນີ້ ຍ້ອນຕົນ ເອງມັກກິນກ້ວຍຕາກແຫ້ງ ແຕ່ພົບວ່າບາງຜະລິດຕະພັນຍັງມີຄຸນນະພາບບໍ່ຕາມທີ່ຕ້ອງການຈຶ່ງເກີດແນວຄິດທີ່ຈະພັດທະນາຜະລິດຕະພັນໃຫ້ມີຄຸນນະພາບດີຂຶ້ນ. ພ້ອມກັນນັ້ນ, ດ້ວຍຄວາມທີ່ຕົນເອງບໍ່ສາມາດດື່ມນົມງົວໄດ້ຈຶ່ງໄດ້ນຳແນວຄິດການນຳທັນຍາພືດມາປະສົມກັບໝາກກ້ວຍເພື່ອສ້າງອາຫານຫວ່າງທີ່ມີຄຸນຄ່າທາງໂພຊະນາການ ແລະ ສະດວກຕໍ່ການບໍລິໂພກ. ຫຼັງຈາກສຶກສາຂໍ້ມູນ ແລະ ແລກປ່ຽນປະສົບການກັບຜູ້ຊ່ຽວຊານ ຈຶ່ງພັດທະນາສູດຜະລິດຕະພັນຈາກໝາກກ້ວຍນ້ຳວ້າສຳເລັດ.ປັດຈຸບັນ ທຸລະກິດດັ່ງກ່າວມີຜະລິດຕະພັນທັງໝົດ 7 ຊະນິດ ປະກອບດ້ວຍ ກ້ວຍແຜ່ນ, ກ້ວຍທັນຍາພືດ, ກ້ວຍສະຕິກ, ກ້ວຍປັອບ, ກ້ວຍເຄືອບຊັອກໂກແລັດ, ຄຸກກີ້ກ້ວຍ ແລະ ກ້ວຍຜົງ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກທີ່ຫຼາກຫຼາຍ.ສຳລັບວັດຖຸດິບສ່ວນໃຫຍ່ ແມ່ນຊື້ຈາກຊາວສວນໃນແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ ໃນລາຄາທີ່ເໝາະສົມ ເພື່ອຊ່ວຍຫລຸດບັນຫາການຖືກກົດ ລາຄາຈາກພໍ່ຄ້າຄົນກາງ ພ້ອມທັງສ້າງຕະຫລາດຮອງຮັບຜົນຜະລິດຂອງ ກະສິກອນລາວ.
 
ປັດຈຸບັນ ຜະລິດຕະພັນກ້ວຍແປຮູບໄດ້ວາງຈຳໜ່າຍ ຫລາຍຊ່ອງທາງ ເຊັ່ນ: ຮ້ານອາເມຊອນ, ສະກາຍມາກ, ເຈມາກ ແລະ ຮ້ານອື່ນໆ. ສຳລັບລາ ຄາຈຳໜ່າຍແມ່ນມີຫລາຍລາຄາ, ຈາກແຜນຜະລິດເບື້ອງຕົ້ນພຽງ 450 ກ່ອງຕໍ່ເດືອນ ປັດຈຸບັນສາມາດຜະລິດ ແລະ ຈຳໜ່າຍໄດ້ຫລາຍກວ່າ 1.000-1.500 ກ່ອງຕໍ່ເດືອນ.
 
ເພື່ອຕອບ ສະໜອງກັບຄວາມ ຕ້ອງການຂອງລູກຄ້າໃນຕໍ່ໜ້າ ຈະ ເພີ່ມກຳລັງການຜະລິດ ແລະ ພັດທະນາຄຸນນະພາບສິນຄ້າ ແລະ ຍົກມາດ ຕະຖານສາກົນເພື່ອຮອງຮັບການສົ່ງອອກ ພ້ອມທັງ ຂະຫຍາຍຊ່ອງ ທາງ ການຈຳໜ່າຍເຂົ້າສູ່ຮ້ານຄ້າສະດວກຊື້ລະດັບພາກພື້ນ. ນອກ ຈາກ ຈະຊ່ວຍ ຍົກລະດັບມູນຄ່າຜະລິດຕະພັນການກະສິກຳແລ້ວ ຍັງເປັນ ການສ້າງລາຍ ຮັບໃຫ້ກັບກະສິກອນ ແລະ ສົ່ງເສີມການນຳສິນຄ້າລາວກ້າວ ສູ່ຕະຫລາດ ສາກົນຢ່າງຍືນຍົງ.
ໂດຍ: ມາລີດາ