ເລຂາພັກແຂວງຄຳມ່ວນ ລົງກວດກາສະຖານທີ່ ເພື່ອສ້າງ “ແລນມາກໃໝ່” ຍົກລະດັບພູມີທັດເມືອງທ່າແຂກ

ຕອນແລງວັນທີ 15 ກໍລະກົດ 2026 ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ຄະນະຕິດຕາມ ໄດ້ຮ່ວມກັບການຈັດຕັ້ງບ້ານ ລົງກວດກາສະຖານທີ່ເຮືອນໄມ້ ຫຼື ຫໍຄອຍພໍ່ເຖົ້າບຸນອຸ້ມ ທີ່ຕັ້ງຢູ່ບ້ານໂພນສະອາດ ເມືອງທ່າແຂກ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາເປັນຫໍຊົມວິວ, ຈຸດພັກຜ່ອນ ແລະ ຮ້ານກາເຟ ໃຫ້ກາຍເປັນແລນມາກໃໝ່ຂອງເມືອງທ່າແຂກ, ແຂວງຄຳມ່ວນ ສຳລັບຮອງຮັບນັກທ່ອງທ່ຽວ ແລະ ຜູ້ເດີນທາງຜ່ານແຂວງ.
 
ໃນໂອກາດດັ່ງກ່າວ ທ່ານ ໄຊຊະນະ ໂຄດພູທອນ ໄດ້ເນັ້ນໃຫ້ການພັດທະນາໂຄງການຕ້ອງຄຳນຶງເຖິງຄວາມງາມດ້ານພູມີທັດ, ການອະນຸລັກສິ່ງແວດລ້ອມ, ຄວາມປອດໄພ ແລະ ການເກີດປະໂຫຍດສູງສຸດຕໍ່ປະຊາຊົນ. ພ້ອມທັງໄດ້ມອບໝາຍໃຫ້ບັນດາພາກສ່ວນກ່ຽວຂ້ອງ ສຳຫຼວດ, ອອກແບບ, ຄິດໄລ່ງົບປະມານ ແລະ ປະເມີນຜົນກະທົບດ້ານສັງຄົມ-ສິ່ງແວດລ້ອມ ຢ່າງລະອຽດກ່ອນສະເໜີດຳເນີນການຕາມແຜນ.
 
ຈາກນັ້ນ ຄະນະໄດ້ລົງກວດກາຈຸດກໍ່ສ້າງພັກຜ່ອນແຫ່ງທີ 2 ພາຍໃນໂຄງການປັບປຸງ ແລະ ບູລະນະສວນອານຸສາວະລີ ປະທານ ໄກສອນ ພົມວິຫານ ບໍລິເວນສີ່ແຍກໄຟແດງ ບ້ານໂພນສະອາດ ເຊິ່ງເປັນສະຖານທີ່ສຳຄັນຂອງແຂວງ. ທ່ານ ເລຂາພັກແຂວງ ໄດ້ຊີ້ນຳໃຫ້ການບູລະນະສວນອານຸສາວະລີ ປະທານ ໄກສອນ ພົມວິຫານ ດຳເນີນໄປຢ່າງມີຄຸນນະພາບ ໂດຍເນັ້ນການຈັດພູມີທັດໃຫ້ສວຍງາມ, ສ້າງພື້ນທີ່ພັກຜ່ອນສາທາລະນະ ແລະ ສິ່ງອຳນວຍຄວາມສະດວກໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ. ພ້ອມກັນນັ້ນໄດ້ກໍານົດເປົ້າໝາຍໃຫ້ສວນອານຸສາວະລີແຫ່ງນີ້ກາຍເປັນສວນສາທາລະນະທີ່ທັນສະໄໝ ແລະ ເປັນຈຸດເດັ່ນດ້ານພູມີທັດຂອງເມືອງທ່າແຂກ ອັນຈະຊ່ວຍດຶງດູດນັກທ່ອງທ່ຽວ, ກະຕຸ້ນເສດຖະກິດທ້ອງຖິ່ນ ແລະ ຍົກລະດັບພາບລັກຂອງເມືອງທ່າແຂກໃຫ້ພົ້ນເດັ່ນຍິ່ງຂຶ້ນໃນອະນາຄົດ.