ສະຫະພັນແມ່ຍິງແຂວງເຊກອງ ຊຸກຍູ້ການສ້າງກອງທຶນໃຫ້ແມ່ຍິງບ້ານເປົ້າໝາຍ ຢູ່ເມືອງທ່າແຕງ

ທ່ານ ນາງ ເພັດດາແກ້ວ ພົນສະລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ ແລະ ທ່ານ ນາງ ດາລາພອນ ວັນນະແສງ ຮອງປະທານສະຫະພັນແມ່ຍິງເມືອງທ່າແຕງ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ຕິດຕາມ, ກວດກາ ການສ້າງກອງທຶນໃຫ້ສະຫະພັນແມ່ຍິງບ້ານເປົ້າໝາຍຢູ່ເມືອງ ທ່າແຕງ ໃນວັນທີ 14 ກໍລະກົດ 2026 ໂດຍມີອົງການປົກຄອງບ້ານ ແລະ ສະຫະພັນແມ່ຍິງບ້ານເປົ້າໝາຍ 3 ບ້ານຄື: ບ້ານ ກັນດອນໃໝ່, ບ້ານ ຈະກໍາໃຫຍ່ ແລະ ບ້ານ ຫ້ວຍຊາຍ ເມືອງທ່າແຕງເຂົ້າຮ່ວມ.
ບ້ານກັນດອນໃໝ່ ແລະ ບ້ານຫ້ວຍຊາຍ ໄດ້ຮັບທຶນໝູນວຽນບ້ານລະ 5 ລ້ານກີບ, ມີສະມາຊິກກຸ່ມຫັດຖະກໍາບ້ານລະ 5 ຄອບຄົວ ເພື່ອຜະລິດຫັດຖະກໍາຕໍ່າແຜ່ນແພຊົນເຜົ່າ ໃນນີ້, ບ້ານກັນດອນໃໝ່ ຜະລິດແຜ່ນແພຊົນເຜົ່າໄດ້ 65 ຜືນ, ຂາຍໄດ້ 16,2 ລ້ານກວ່າກີບ, ບ້ານຫ້ວຍຊາຍ ຜະລິດແຜ່ນແພຊົນເຜົ່າໄດ້ 40 ຜືນ, ຂາຍໄດ້ 10 ລ້ານກີບ. ສ່ວນບ້ານ ຈະກໍາໃຫຍ່ ແມ່ນໄດ້ຮັບກອງທຶນໝູນວຽນ ການລ້ຽງງົວມີ 8 ຄອບຄົວ ໂດຍມີຕົ້ນທຶນລ້ຽງງົວ 9 ໂຕ ໃນນີ້, ງົວຜູ້ມີ 1 ໂຕ, ງົວແມ່ມີ 8 ໂຕ. ປັດຈຸບັນ ມີງົວທັງໝົດ 16 ໂຕ, ງົວຜູ້ 3 ໂຕ ແລະ ງົວແມ່ 13 ໂຕ.
ໂອກາດດັ່ງກ່າວ, ທ່ານ ນາງ ເພັດດາແກ້ວ ພົນສະລາດ ໄດ້ເນັ້ນໃຫ້ອົງການປົກຄອງບ້ານ ພ້ອມດ້ວຍສະມາຊິກກອງທຶນໝູນວຽນແຕ່ລະບ້ານ ຈົ່ງປະຕິບັດລະບຽບຫລັກການ-ການສ້າງກອງທຶນຢ່າງເຂັ້ມງວດ ໂດຍເລັ່ງຜະລິດຫັດຖະກໍາຕໍ່າແຜ່ນແພໃຫ້ຕໍ່ເນື່ອງ, ຂະຫຍາຍທຶນໝູນວຽນໃຫ້ສະມາຊິກຜູ້ອື່ນໆໄດ້ມີສ່ວນຮ່ວມ ໃນການຕໍ່າແພຊົນເຜົ່າ ແລະ ທຶນລ້ຽງງົວໃຫ້ນັບມື້ຫລາຍຂຶ້ນ.