ເບສະຫວັນ ຈົບອັນດັບທີ 5 ບານເຕະເຍົາວະຊົນນາໆຊາດ ທີ່ຊຽງໄຮ້

ທັບນັກກີລາບານເຕະເຍົາວະຊົນລາວ ຈາກສະໂມສອນ ເບສະ ຫວັນ ເອັຟຊີ (Baysavan FC) ຮຸ່ນອາຍຸບໍ່ເກີນ 10 ປີ ເສຍໃຫ້ ສະໂມສອນ SOMAPA ຈາກປະເທດໄທ 2-3 ປະຕູ ຕົກຮອບ 8 ທີມສຸດທ້າຍຢ່າງໜ້າເສຍດາຍ ວັນທີ 16 ກໍລະກົດ 2026 ໃນການແຂ່ງຂັນບານເຕະເຍົາ ວະຊົນລະດັບນາໆຊາດ ລາຍການ PANYI ELITE CUP INTERNATIONAL YOUTH FOOTBALL CHAMPIONSHIP ລະຫວ່າງວັນທີ 12-17 ກໍລະກົດ 2026 ທີ່ນະຄອນຊຽງໄຮ ສປ ຈີນ.
ແນວໃດກໍຕາມ ສະໂມສອນ Bay Savanh FC ຍັງລົງແຂ່ງ ຂັນນັດອີກ 1 ນັດ ກໍຄືນັດຈັດອັນດັບ (ນັດສຸດທ້າຍ) ສາມາດເອົາຊະນະ ສະໂມສອນ Visa ຈາກປະເທດໄທ ໄປໄດ້ 4-1 ປະຕູ ສົ່ງຜົນໃຫ້ Bay Savanh FC ຈົບອັນດັບທີ 5 ຂອງການແຂ່ງຂັນລາຍການດັ່ງກ່າວ ທີ່ມີທີມເຂົ້າຮ່ວມທັງໝົດ 32 ທີມ.
ສໍາລັບຜົນງານຂອງສະໂມສອນ Bay Savanh FC ໜຶ່ງດຽວຈາກລາວ ໃນຮອບແບ່ງກຸ່ມ 32 ທີມ ພົບກັບທີມຈາກເຈົ້າພາບ ນັດທໍາອິດ Bay Savanh FC ຊະນະ Hi kicker 5-1 ປະ ຕູ ນັດທີສອງ Bay Savanh FC ຊະນະ Shanghai luckystar FC 4-1 ປະຕູ ນັດທີສາມ Bay Savanh FC ຊະນະ ເຈົ້າພາບ 5-1 ປະຕູ ສ່ວນຮອບ 16 ທີມ ແຂ່ງຂັນ 3 ນັດ ເອົາອັນດັບ 1 ແລະ ອັນດັບ 2 ເຂົ້າຮອບ ຜ່ານການແຂ່ງ ຂັນ ນັດທໍາອິດ Bay Savanh FC ຊະນະ HANG zhou 6-2 ນັດທີສອງ Bay Savanh FC ຊະນະ SKH 10-2 ປະຕູ ແລະ ນັດສຸດທ້າຍ Bay Savanh FC ຊະນະ Yuansheng football club 5-1 ຂະນະທີ່ ຮອບ 8 ທີມສຸດທ້າຍ Bay Savanh FC ເສຍໃຫ້ SOMAPA ຈາກປະເທດໄທ 2-3 ປະຕູ.
.