ບໍລິສັດ ພູເບ້ຍ ມາຍນິງ ຈັດກິດຈະກຳສະຫຼອງວັນອະນຸລັກສັດນໍ້າ-ສັດປ່າ ແລະວັນປ່ອຍປາແຫ່ງຊາດ

ບໍລິສັດ ພູເບ້ຍ ມາຍນິງ ຮ່ວມກັບອໍານາດການປົກຄອງແຂວງໄຊສົມບູນ ໄດ້ປ່ອຍລູກປາຈຳນວນຫຼາຍກວ່າ 22,000 ໂຕ ລົງສູ່ແຫຼ່ງນໍ້າຢູ່ແຂວງໄຊສົມບູນ ເນື່ອງໃນໂອກາດສະຫຼອງວັນອະນຸລັກສັດນໍ້າ-ສັດປ່າ ແລະວັນປ່ອຍປາແຫ່ງຊາດ ຄົບຮອບ 29 ປີ.

ກິດຈະກຳຂອງບໍລິສັດໃນວັນທີ 10 ກໍລະກົດ ໄດ້ຈັດຂຶ້ນເພື່ອສະຫຼອງເປັນເວລາສອງມື້ແມ່ນປະກອບມີຕາງໜ້າຈາກບໍລິສັດ ພູເບ້ຍ ມາຍນິງ, ອໍານາດການປົກຄອງແຂວງໄຊສົມບູນ, ຊຸມຊົນທ້ອງຖິ່ນ ແລະ ບ້ານນໍ້າໂມ້, ບ້ານນຳ້ຍອນ ແລະ ຕາແສງໄຊຊະນະ.ໃນໄລຍະການຈັດພີທີປ່ອຍປານັ້ນ, ໄດ້ມີການປ່ອຍລູກປາຈຳນວນ 5,000 ໂຕ ລົງສູ່ອ່າງນ້ຳງື່ມ 2 ຢູ່ທ່າເຮືອນາຕູ້, ຊຶ່ງເປັນຈຸດເຊື່ອມຕໍ່ທ່າເຮືອທີ່ສໍາຄັນ ລະຫວ່າງ ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ–ຄຳ ພູຄຳ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄຳ-ເງິນ ບ້ານຫ້ວຍຊາຍ.

ພາຍໃນປີນີ້, ທາງບໍລິສັດໄດ້ມີການສະໜັບສະໜູນ ມອບລູກປາເປັນຈຳນວນຫຼາຍກວ່າ 17,000 ໂຕ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງ ອຳນາດການປົກຄອງແຂວງໄຊສົມບູນ (ເຊັ່ນ: ລູກປາຈຳນວນກວ່າ 10,000 ໂຕ ໃຫ້ແກ່ເມືອງອະນຸວົງ 5,000 ໂຕ ໃຫ້ແກ່ເມືອງລ້ອງແຈ້ງ ແລະ 2,000 ໂຕ ໃຫ້ແກ່ກອງບັນຊາການທະຫານແຂວງໄຊສົມບູນ) ເພື່ອເປັນການຮ່ວມສະເຫຼີມສະຫຼອງ ແລະ ນຳປາໄປປ່ອຍລົງສູ່ແຫຼ່ງນ້ຳຕ່າງໆ ອ້ອມຮອບແຂວງ.ນອກຈາກນັ້ນ, ຕາງໜ້າບໍລິສັດ ພູເບ້ຍ ມາຍນິງ ໄດ້ເຂົ້າຮ່ວມພິທີປ່ອຍປາໃນວັນທີ 13 ກໍລະກົດ ເພື່ອປ່ອຍລູກປາຫຼາຍກວ່າ 10,000 ໂຕລົງສູ່ນໍ້າຈັ້ງໃນເມືອງອະນຸວົງ.

ຕະຫຼອດໄລຍະການຈັດກິດຈະກໍາປ່ອຍປາດັ່ງກ່າວນີ້, ຄວາມມຸ້ງໝັ້ນຂອງ ພູເບ້ຍ ມາຍນິງ ແມ່ນການສ້າງຈິດສຳນຶກໃຫ້ສັງຄົມເຫັນຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມໃນໄລຍະຍາວ. ໃນຖານະເປັນບໍລິສັດບໍ່ແຮ່ລະດັບໂລກທີ່ດຳເນີນງານຢູ່ ສປປ ລາວ ແລະ ອາຊີຕາເວັນອອກສຽງໃຕ້, ການດຳເນີນງານ ແລະ ພະນັກງານຂອງບໍລິສັດມີພັນທະດຳເນີນວຽກງານໄປຄຽງຄູ່ກັບການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ໂດຍສະເພາະລະບົບນິເວດສັດນ້ຳ. ບໍລິສັດຍັງສືບຕໍ່ຈັດຕັ້ງປະຕິບັດແຜນງານຕິດຕາມກວດກາດ້ານສິ່ງແວດລ້ອມຢ່າງເຂັ້ມງວດ ເພື່ອຕິດຕາມສະພາບລະບົບນິເວດສັດນ້ຳ, ຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ຊະນິດພັນສັດນ້ຳທ້ອງຖິ່ນທົ່ວເຂດດຳເນີນງານຂອງຕົນ.

ທ່ານ ເດວິດ ຣີດ (David Reid), ຜູ້ອຳນວຍການໃຫຍ່ຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວເຖິງການສະໜັບສະໜູນຂອງບໍລິສັດຕໍ່ລັດຖະບານຂັ້ນສູນກາງ ແລະ ຂັ້ນແຂວງ ໃນການປົກປັກຮັກສາສັດນ້ຳ ແລະ ສັດປ່າ.

ທ່ານ ເດວິດກ່າວວ່າ: “ໃນທຸກຂັ້ນຕອນຂອງການດຳເນີນງານ ນັບແຕ່ການສຳຫຼວດ, ການພັດທະນາ ໄປຈົນເຖິງການຜະລິດ, ພວກເຮົາພະຍາຍາມຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ຊີວິດຂອງສັດນໍ້າພັນພື້ນບ້ານທີ່ອາໄສຢູ່ໃກ້ກັບໂຄງການ ພູຄຳ ແລະໂຄງການ ບ້ານຫ້ວຍຊາຍ. “ພວກເຮົາເຮັດວຽກຮ່ວມກັບອໍານາດການປົກຄອງແຂວງໄຊສົມບູນ ເພື່ອຊ່ວຍເຜີຍແຜ່ຂໍ້ຄວາມກ່ຽວກັບການປົກປັກຮັກສາສັດນ້ຳ ແລະ ສັດປ່າ ໃຫ້ແກ່ຊຸມຊົນທ້ອງຖິ່ນໃນແຂວງໄຊສົມບູນ ພ້ອມທັງສະໜັບສະໜູນໂຄງການແຫ່ງຊາດ ຂອງລັດຖະບານ ປີ 2026 ທີ່ມີເປົ້າໝາຍປ່ອຍລູກປາໃຫ້ໄດ້ຫຼາຍກວ່າ 72 ລ້ານໂຕ ລົງສູ່ແມ່ນ້ຳລຳເຊ. ຂໍຂອບໃຈທີມງານພະແນກສິ່ງແວດລ້ອມ ແລະ ພະນັກງານທຸກຄົນ ທີ່ສືບຕໍ່ຈັດຕັ້ງປະຕິບັດຄຸນນະທໍາດ້ານການເບິ່ງແຍງຮັກສາສິ່ງແວດລ້ອມ ແລະ ສະໜັບສະໜູນ ໃນວຽກງານການອະນຸລັກ ທີ່ຊຸມຊົນເປັນເຈົ້າການ ເພື່ອຜົນປະໂຫຍດໄລຍະຍາວ ຂອງລະບົບນິເວດທ້ອງຖິ່ນໃນແຂວງໄຊສົມບູນ”.