2ບໍລິສັດມອບເງິນ 2,5 ຕື້ກີບ ສົມທົບທຶນກໍ່ສ້າງໂຮງຮຽນ ມຕ ໜອງບົກ ຍົກລະດັບການສຶກສາແຂວງຄໍາມ່ວນ

ບໍລິສັດ ເອັນທີພີ (NTP) ການຄ້ານໍ້າມັນເຊື້ອໄຟ ຈໍາກັດ ແລະ ກຸ່ມບໍລິສັດ ເອັກດີແອວ ຈໍາກັດ ໄດ້ມອບເງິນຈໍານວນ 2,5 ຕື້ກີບ ໃຫ້ແກ່ແຂວງຄໍາມ່ວນ ເພື່ອສົມທົບທຶນກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ໜອງບົກ ເມືອງໜອງບົກ. ພິທີ ມອບ-ຮັບ ຈັດຂຶ້ນໃນວັນທີ 17 ກໍລະກົດ 2026 ທີ່ເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ໃຫ້ກຽດກ່າວຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ກ່າວມອບໂດຍ ທ່ານ ຈິນດາສັກ ຍົດໝັ້ນຄົງ ຜູ້ອໍານວຍການໃຫຍ່ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈໍາກັດ; ທ່ານ ຊູ ລິນລິນ ປະທານກຸ່ມບໍລິສັດ ເອັກດີແອວ ຈໍາກັດ.
ການມອບເງິນໃນຄັ້ງນີ້ ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈໍາກັດ ມອບ 2 ຕື້ກີບ, ກຸ່ມບໍລິສັດ ເອັກດີແອວ ຈໍາກັດ 500 ລ້ານກີບ. ຮ່ວມເປັນສັກຂີພະຍານໃນພິທີມີ ທ່ານ ນາງ ປານີ ຢາທໍ່ຕູ້ ອະດີດຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ປອ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍການນໍາແຂວງ, ການນໍາເມືອງ ແລະ ພາກສ່ວນກ່ຽວຂ້ອງ.
ໂຄງການກໍ່ສ້າງໂຮງຮຽນມັດທະຍົມ ຕອນຕົ້ນໜອງບົກເປັນອາຄານຊັ້ນດຽວ ປະກອບມີ 7 ຫ້ອງຮຽນ ຂະໜາດຄວາມກວ້າງ 9 ແມັດ ແລະ ຍາວ 56 ແມັດ. ເມື່ອກໍ່ສ້າງສໍາເລັດ ຈະຊ່ວຍຍົກລະດັບສະພາບການຮຽນ-ການສອນ, ຮອງຮັບຈໍານວນນັກຮຽນທີ່ເພີ່ມຂຶ້ນ ແລະ ເປັນພື້ນຖານທີ່ໝັ້ນຄົງໃນການພັດທະນາຊັບພະຍາກອນມະນຸດຂອງແຂວງຄໍາມ່ວນ.
ໃນການສົມທົບງົບປະມານຂອງ 2 ບໍລິສັດ ໃນຄັ້ງນີ້ ຖືໄດ້ວ່າເປັນການປະກອບສ່ວນສໍາຄັນໃນການພັດທະນາການສຶກສາ ແລະ ສ້າງໂອກາດໃຫ້ນັກຮຽນໄດ້ຮຽນຢູ່ໃນສະພາບແວດລ້ອມທີ່ໄດ້ມາດຕະຖານ. ທັງສະທ້ອນໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ສັງຄົມ, ຄວາມຮ່ວມມືອັນແໜ້ນແຟ້ນລະຫວ່າງພາກລັດ ແລະ ພາກທຸລະກິດ ໃນການຮ່ວມກັນພັດທະນາການສຶກສາ ເພື່ອສ້າງໂອກາດໃຫ້ເຍົາວະຊົນໄດ້ຮຽນຮູ້ໃນສະພາບແວດລ້ອມທີ່ດີ ແລະ ມີຄຸນນະພາບ ອັນຈະເປັນກໍາລັງສໍາຄັນໃນການພັດທະນາແຂວງຄໍາມ່ວນ ແລະ ປະເທດຊາດໃນອະນາຄົດ.
ຂ່າວ : ມະນີວັນ