
ໃນໄລຍະ 6 ເດືອນຕົ້ນປີ 2016 ນີ້, ຄາດຄະເນການຂະຫຍາຍຕົວດ້ານເສດຖະກິດ ຂອງແຂວງອັດຕະປື ສະເລ່ຍຢູ່ໃນລະດັບ 4,3%, ມີມູນຄ່າຜະລິດຕະພັນພາຍໃນ 5.271 ຕື້ກີບ ບັນລຸ 67% ຂອງແຜນການ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸ 29 ລ້ານກວ່າກີບ ໃນນີ້, ພາກກະສິກຳ ແລະ ປ່າໄມ້ ຂະຫຍາຍຕົວ 4,9% ກວມ 51% ຂອງຈີດີພີ, ພາກອຸດສາຫະກຳ ຂະຫຍາຍຕົວ 4,2% ກວມເອົາ 29% ຂອງຈີດີພີ ແລະ ພາກບໍລິການ ຂະຫຍາຍຕົວ 3,7% ກວມເອົາ 17% ຂອງຈີດີພີ. ພ້ອມນີ້, ຍັງສາມາດຈັດເກັບລາຍຮັບເຂົ້າງົບປະມານຂອງແຂວງ ຮອດວັນທີ 20 ມິຖຸນາ 2026 ສາມາດຈັດເກັບລາຍຮັບໄດ້ 1 ພັນກວ່າຕື້ກີບ ເທົ່າກັບ 58% ຂອງແຜນການ ທີ່ສະພາຮັບຮອງ ແລະ ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 341 ຕື້ກວ່າກີບ ຫລື 31% ຂອງແຜນການປີ.
ທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງອັດຕະປື ລາຍງານຕໍ່ກອງປະຊຸມຄະນະບໍລິຫານງານພັກແຂວງ ຄັ້ງທີ 3 ສະໄໝທີ XII ໃນວັນທີ 16 ກໍລະກົດ 2026 ນີ້ວ່າ: ຕະຫລອດໄລຍະ 6 ເດືອນຜ່ານມາ, ຄະນະບໍລິຫານງານພັກແຂວງອັດຕະປື ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຄັ້ງທີ V ວ່າດ້ວຍການຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ, ຊຶ່ງຄະນະພັກແຂວງໄດ້ຕັ້ງໜ້າຊີ້ນໍາອົງການປົກຄອງແຂວງ ແລະ ບັນດາເມືອງ ຈັດຕັ້ງປະຕິບັດແຜນວຽກດັ່ງກ່າວຢ່າງແຂງແຮງ ເຮັດໃຫ້ເສດຖະກິດຂອງແຂວງມີການຂະຫຍາຍຕົວໄດ້ດີຕໍ່ເນື່ອງ.
ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ປຸກລະດົມ ແລະ ຊຸກຍູ້ການລົງທຶນໃນດ້ານຕ່າງໆ ເຊັ່ນ: ການປູກໄມ້ໃຫ້ໝາກ, ການລ້ຽງສັດແບບເປັນຟາມ, ການປູກພືດເປັນສິນຄ້າ ເປັນຕົ້ນ ກາເຟ, ຖົ່ວລຽນ, ພືດຜັກ ແລະ ອື່ນໆ, ມາຮອດປັດຈຸບັນ ສາມາດລົບລ້າງຄອບຄົວທຸກຍາກຫລຸດລົງຢ່າງຈະແຈ້ງ, ພ້ອມທັງຍັງໄດ້ແຈ້ງເຕືອນ ແລະ ຍົກເລີກໂຄງການລົງທຶນຈໍານວນໜຶ່ງທີ່ບໍ່ປະຕິບັດພັນທະຕາມສັນຍາຂອງຕົນ, ເອົາໃຈໃສ່ລະດົມເງິນຝາກ ແລະ ສິນເຊື່ອໃຫ້ແຕ່ລະເປົ້າໝາຍປະຕິບັດໄດ້ດີສົມຄວນ, ໄດ້ສຸມໃສ່ຊຸກຍູ້ການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ວິສາຫະກິດຂະໜາດນ້ອຍ ແລະ ກາງເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ ເປັນຕົ້ນ ໂຮງງານນໍ້າດື່ມ, ນໍ້າກ້ອນ, ດິນຈີ່, ດິນບັອກ, ໂຮງສີເຂົ້າ ແລະ ອື່ນໆ, ໄດ້ເອົາໃຈໃສ່ຊຸກຍູ້ຜະລິດຕະພັນນໍ້າຕານອ້ອຍ, ຢາງພາລາ, ແປ້ງມັນຕົ້ນ ກໍໄດ້ດຳເນີນການຜະລິດ ແລະ ສົ່ງອອກເປັນປົກກະຕິ, ການພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມ ມາຮອດປັດຈຸບັນ ທຸກບ້ານມີເສັ້ນທາງເຂົ້າເຖິງ, ຄົວເຮືອນມີໄຟຟ້າຊົມໃຊ້ 32.600 ກວ່າຄົວເຮືອນ, ເທົ່າກັບ 95 ກວ່າ% ຂອງຄົວເຮືອນທັງໝົດ, ລະບົບໂທລະຄົມມະນາຄົມ ແລະ ການສື່ສານ ກວມເອົາທຸກບ້ານ ແລະ ວຽກງານອື່ນໆ ກໍໄດ້ຮັບການນໍາພາ-ຊີ້ນໍາ ຢ່າງມີຜົນສໍາເລັດ.
ຂ່າວ: ມະນີວອນ