
ເຮືອທະນາຄານຮ່ວມພັດທະນາ-ສົມແສງ 3434 ແອນໍ້າໄຊ ເປັນຜູ້ຊະນະເລີດ ແຂ່ງຂັນກິລາເຮືອຊ່ວງ 12 ສີພາຍ ຢູ່ໜ້ານໍ້າ ດົງຄໍາຊ້າ-ໜອງໄຮ
.
ການແຂ່ງຂັນກິລາເຮືອຊ່ວງ ປະເພດທີມຊາຍ 12 ສີພາຍ ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປະຈໍາປີ 2026 ເຊີ່ງຈັດຂື້ນໃນວັນທີ 18 ກໍລະກົດ 2026 ຈັດໂດຍອົງການປົກຄອງເມືອງຫາດຊາຍຟອງ ຮ່ວມກັບ ສະພາການຄ້າ ແລະ ອຸດສະຫະກຳເມືອງຫາດຊາຍຟອງ ຢູ່ທີ່ໜ້ານໍ້າ ບ້ານດົງຄໍາຊ້າງ-ບ້ານໜອງໄຮ ແມ່ນມີຄວາມຄຶກຄື້ນ ໃຫ້ການເຂົ້າຮ່ວມໃນງານດັ່ງກ່າວໂດຍ ທ່ານ ຄໍາໝູນ ຕຽງຖະລາດ ເລຂາພັກເມືອງຫາດຊາຍຟອງ ທ່ານ ບົວໃສ ລຸນນະວົງສາ ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານສະພາການຄ້າ ແລະ ອຸດສາຫະກໍາ ເມືອງຫາດຊາຍຟອງ ພ້ອມດ້ວຍຜູ້ຕາງໜ້າຈາກບໍລິສັດເບຍລາວ ຈໍາກັດ ແລະ ມວນຊົນຕ່າງໆເຂົ້າຮ່ວມຮັບຊົມການແຂ່ງຂັນ.
ທ່ານ ບົວໃສ ລຸນນະວົງສາ ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ ໄດ້ກ່າວເປີດການຈັດງານແຂ່ງຂັນກິລາເຮືອຊ່ວງຄັ້ງນີ້ ມີບາງຕອນທ່ານວ່າ: ເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດຂອງພັກເປັນຕົ້ນແມ່ນວັນສ້າງຕັ້ງສະຫະ ພັນແມ່ຍິງລາວຄົບຮອບ 71 ປີ ແລະ ເປັນການສ້າງຂະບວນການຕ້ອນຮັບການສ້າງຕັ້ງຕາແສງຢູ່ພາຍໃນ ນະຄອນຫຼວງວຽງຈັນ ກໍຄື ເມືອງຫາດຊາຍຟອງ ແລະ ຈຸດປະ ສົງຂອງການຈັດງານດັ່ງກ່າວນີ້ຂື້ນ ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມວຽກ ງານການທ່ອງ ທ່ຽວ ເພື່ອກະຕຸ້ນເສດຖະກິດ ດືງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ຕິດພັນກັບການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນໃຫ້ເຂັ້ມແຂງ ເພື່ອສ້າງໂອກາດໃຫ້ ພໍ່-ແມ່ ປະຊາຊົນໄດ້ຈັບຈ່າຍແລກປ່ຽນ ຊື້-ຂາຍ ຢູ່ພາຍ ໃນງານດັ່ງກ່າວຢ່າງຄືກຄື້ນ ແລະ ທີ່ສໍາຄັນການຈັດງານດັ່ງກ່າວກໍ່ແມ່ນ ເປັນການຝຶກຊ້ອມສ້າງຄວາມເຂັ້ມແຂງໃຫ້ກັບນັກກິລາສີພາຍເຮືອຊ່ວງ ເພື່ອຮັບໃຊ້ການແຂ່ງ ຂັນກິລາເຮືອຊ່ວງຕ່າງໆທີ່ຈະຈັດຂື້ນໃນຕໍ່ໜ້ານີ້.
ສໍາລັບເຮືອທີ່ນໍາເຂົ້າແຂ່ງຂັນຢູ່ໜ້ານໍ້າ ບ້ານດົງຄໍ້າຊ້າງ-ໜອງໄຮ ປະຈໍາປີ 2026 ແມ່ນມີຈໍານວນ 20 ລໍາ ໂດຍຜ່ານຜົນການຈົກສະຫຼາກແບ່ງສາຍອອກເປັນ 4 ສາຍ ເພື່ອແຂ່ງຂັນຄັດເລືອເອົາທີມເຮືອທີ່ເຂົ້າຮອບ 8 ທີມ ແລະ ຮອບ 4 ທີມ ສຸດທ້າຍ ເພື່ອຊີງຂັນລາງວັນຊະນະເລີດ ຈາກທ່ານປະທານຄະນະກໍາມະການປົກຄອງ ເມືອງຫາດຊາຍຟອງ ປະຈໍາປີ 2026.
ສຳລັບຜົນການແຂ່ງຂັນກິລາເຮືອຊ່ວງ 12 ສີພາຍ ດັ່ງກ່າວນີ້ ເຮືອທີ່ໄດ້ເຂົ້າຮອບ 4 ທີມສຸດທ້າຍ ແລະ ໄດ້ຄອງອັນດັບທີ 1 ໃນໜ້ານໍ້າ ບ້ານດົງຄໍາຊ້າງ-ໜອງໄຮ ແລະ ໄດ້ຮັບຂັນລາງວັນຊະນະເລີດ ຈາກທ່ານປະທານຄະນະກໍາມະການປົກຄອງ ເມືອງຫາດຊາຍຟອງ ປະຈໍາປີ 2026 ພ້ອມເງິນລາງວັນ 12 ລ້ານກີບ ໄດ້ແກ່ທີມເຮືອ ທະນາຄານຮ່ວມພັດທະນາ-ສົມແສງ 3434-ແອນໍາໄຊ ບ້ານທາດຫຼວງໃຕ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ອັນດັບທີ 2 ແມ່ນທີມເຮືອ ຂັວນຕະກູນນາວາ ບ້ານທ່າຄໍ້ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຮັບຂັນ ພ້ອມເງິນລາງວັນ 8 ລ້ານກີບ ອັນດັບທີ 3 ແມ່ນທີມເຮືອ ອະພິມາ ເມືອງວັງວຽງ ແຂວງວຽງຈັນ ໄດ້ຮັບຂັນ ພ້ອມເງິນລາງວັນ 6 ລ້ານກີບ ແລະ ອັນດັບທີ 4 ແມ່ນທີມເຮືອ ຮ້ານອາຫານ ເພັດນໍ້າຟ້າ ໂຮງງານນໍ້າດື່ມປາລາມີ ເທບພະບຸດທ່ານາ ຈາກບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຮັບຂັນພ້ອມເງິນລາງວັນ 4 ລ້ານກີບ ໃຫ້ກຽດຂື້ນມອບຂັນລາງວັນຊະນະເລີດ ໂດຍແມ່ນ ທ່ານ ຄໍາໝູນ ຕຽງທະລາດ ເລຂາພັກເມືອງຫາດຊາຍຟອງ ມອບຂັນລາງວັນຮອງຊະນະເລີດ ໂດຍແມ່ນ ທ່ານ ບົວໃສ ລຸນນະວົງສາ ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ ມອບຂັນລາງວັນອັນດັບທີ 3 ໂດຍແມ່ນ ທ່ານ ຄໍາແກ້ວ ມະຫາໄຊ ຮອງປະທານຄະນະກໍາມະການປົກຄອງປົກເມືອງຫາດຊາຍຟອງ ແລະ ມອບຂັນລາງວັນອັນດັບທີ 4 ໂດຍແມ່ນ ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານສະພາການຄ້າ ແລະ ອຸດສາຫະກໍາ ເມືອງຫາດຊາຍຟອງ ແລະ ພ້ອມນີ້ກໍ່ຍັງໄດ້ມອບໃບຍ້ອງຍໍໃຫ້ກັບບໍລິສັດເບຍລາວຈໍາກັດ ທີ່ເປັນຜູ້ໃຫ້ການສະໜັບສະໜູນຫຼັກ ໃນການຈັດງານແຂ່ງຂັນກິລາເຮືອຊ່ວງ 12 ສີພາຍ ປະຈໍາປີ 2026 ຄັ້ງນີ້ ໄດ້ຮັບຜົນສໍາເລັດ.