ທ່ານ ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ການນຳເມືອງໄຊບົວທອງ

ໃນຕອນບ່າຍວັນທີ 20 ກໍລະກົດ 2026 ທີ່ສະໂມສອນເມືອງໄຊບົວທອງ, ແຂວງຄຳມ່ວນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ພົບປະໂອ້ລົມ ແລະ ຊີ້ນໍາວຽກງານ ຕໍ່ການນຳຫຼັກແຫຼ່ງຂອງເມືອງໄຊບົວທອງ ໂດຍມີທ່ານ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍຄະນະນຳ ຂອງແຂວງ, ເມືອງໄຊບົວທອງ ແລະ ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.
 
ເມືອງໄຊບົວທອງ ມີເນື້ອທີ່ທັງໝົດ 909.76 ກິໂລຕາແມັດ, ມີ 44 ບ້ານ, 4 ຕາແສງ ໂດຍໄດ້ປະກອບບຸກຄະລາກອນ ແລະ ປະກາດການຈັດຕັ້ງຕາແສງ ສຳເລັດແລ້ວ, ປະຊາຊົນປະກອບດ້ວຍ ເຜົ່າຜູ້ໄທ ກວມ 83.2% ແລະ ເຜົ່າມະກອງ ກວມ 16.8%; ທ່າແຮງຫຼັກ ແມ່ນດ້ານກະສິກໍາ-ປ່າໄມ້, ການບໍລິການ ແລະ ການທ່ອງທ່ຽວ; ໃນໄລຍະ 6 ເດືອນຕົ້ນປີ 2026 ເສດຖະກິດຂະຫຍາຍຕົວສະເລ່ຍ 4%, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 23.2 ລ້ານກີບ/ປີ, ການເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 901.88 ລ້ານກີບ ເທົ່າກັບ 55.27% ຂອງແຜນການປີ; ສາມາດຜະລິດເຂົ້າກຸ້ມກິນ ແລະ ຂາຍເປັນສິນຄ້າ, ທັງມີການສົ່ງເສີມປູກມັນຕົ້ນ ແລະ ລ້ຽງສັດເປັນຟາມ; ມີເສັ້ນທາງຄົມມະນາຄົມ ທີ່ສາມາດທຽວໄດ້ 2 ລະດູ ກວມເອົາ 90%, ຕາຂ່າຍໄຟຟ້າກວມເອົາ 100% ຂອງຈໍານວນບ້ານໃນທົ່ວເມືອງ, ມີບ້ານພົ້ນທຸກ 31 ບ້ານ, ບ້ານປອດຢາເສດຕິດ 6 ບ້ານ.
 
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະນຳຂອງເມືອງ ສຸມໃສ່ວຽກງານຈຳນວນໜຶ່ງ ເປັນຕົ້ນ ເພີ່ມທະວີນຳພາ-ສຶກສາອົບຮົມການເມືອງແນວຄິດ ຂອງພະນັກງານ ແລະ ປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂົ້າຮ່ວມປະຕິບັດແນວທາງນະໂຍບາຍຂອງພັກ-ລັດ; ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ບັນລຸຕາມຄາດໝາຍ; ເອົາໃຈໃສ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ປະກົດຜົນເປັນຈິງ; ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ແລະ ພັດທະນາໂຄງລ່າງພື້ນຖານເສັ້ນທາງ, ການທ່ອງທ່ຽວ ແລະ ພະລັງງານໄຟຟ້າ ໃຫ້ມີຄວາມສະດວກ ແລະ ຮັບປະກັນຄວາມປອດໄພ; ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງເສັ້ນທາງໃນເຂດຊົນນະບົດ ຕາມທ່າແຮງ ເປັນຕົ້ນ ເອົາດິນ-ຫີນມາປູ ແລ້ວອັດໃຫ້ແໜ້ນ; ເອົາໃຈໃສ່ແກ້ໄຂບັນຫານ້ຳປະປາ ໂດຍຄົ້ນຄວ້າໃຫ້ພາກເອກະຊົນມາລົງທຶນ ໂດຍມີການສຳຫຼວດແຫຼ່ງນໍ້າ, ຈຳນວນຄອບຄົວ ແລະ ປະລິມານຄວາມຕ້ອງການຊົມໃຊ້ ຢ່າງຄັກແນ່ ເພື່ອຮັບປະກັນການສະໜອງນໍ້າໃຫ້ພຽງພໍ; ເພີ່ມທະວີການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ລວມທັງການລັກລອບຂຸດຄົ້ນແຮ່ທາດ ແລະ ການລັກລອບຕັດໄມ້-ເຄື່ອນຍ້າຍໄມ້ ຊຶ່ງເຈົ້າໜ້າທີ່ ຕ້ອງເປັນແບບຢ່າງ ແລະ ຫຼັກແຫຼ່ງ ໃນການແກ້ໄຂບັນຫາຢ່າງຈິງຈັງແທ້; ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຕາແສງ, ມີການສ້າງລະບຽບການ-ກົນໄກ ແລະ ແບ່ງຄວາມຮັບຜິດຊອບພາຍໃນໃຫ້ຈະແຈ້ງ; ເອົາໃຈໃສ່ວຽກງານສຳມະໂນຄົວ ເພື່ອຕິດຕາມການເຂົ້າ-ອອກຂອງປະຊາຊົນ; ສືບຕໍ່ຍົກສູງຄຸນນະພາບການສຶກສາ, ເພີ່ມທະວີການຕິດຕາມ, ເຝົ້າລະວັງ-ຮັບມືກັບໄພທຳຊາດ ທີ່ອາດເກີດຂຶ້ນ ຢ່າງທັນການ.
 
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບທຶນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ແກ່ເມືອງດັ່ງກ່າວ ຕື່ມອີກ.
ຂ່າວ: ຫສນຍ