ປາກຊ່ອງ ປ່ອຍປາ ລົງສູ່ແຫຼ່ງນ້ຳທຳມະຊາດ ພ້ອມປະກາດສ້າງຕັ້ງວັງສະຫງວນແຫ່ງໃໝ່

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ, ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດພິທີປ່ອຍປາລົງສູ່ແຫຼ່ງນ້ຳທຳມະຊາດ ທີ່ໜອງໃຫຍ່ ເຂດບ້ານທົ່ງກະຕ່າຍ ຕາແສງອຸດົມສິນ, ພ້ອມທັງປະກາດສ້າງຕັ້ງ ເປັນວັງສະຫງວນ, ໃນວັນທີ 17 ກໍລະກົດຜ່ານມາ ໂດຍມີ ທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນັນທະວົງ ແກ້ວບຸບຜາ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງປາກຊ່ອງ ກ່າວວ່າ: ການຈັດກິດຈະກຳໃນຄັ້ງນີ້ ແມ່ນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ ສະບັບເລກທີ 41/ສພຊ, ລົງວັນທີ 17 ກໍລະກົດ 2023 ມາດຕາ 95 ວ່າດ້ວຍວັນປ່ອຍປາແຫ່ງຊາດ 13 ກໍລະກົດ ຂອງທຸກໆປີ ແລະ ອີງຕາມແຈ້ງການສະບັບເລກທີ 22/ຄປຂ ແຂວງຈຳປາສັກ ລົງວັນທີ 25 ມິຖຸນາ 2026 ກ່ຽວກັບການສ້າງຂະບວນການປົກປັກຮັກສາ ພັດທະນາປາ ແລະ ສັດນ້ຳ.
ທ່ານໄດ້ເນັ້ນໜັກວ່າ ວຽກງານການປົກປັກຮັກສາສັດນ້ຳ-ສັດປ່າ ໂດຍສະເພາະພັນສັດທີ່ຫາຍາກ ແລະ ໃກ້ຈະສູນພັນ ແມ່ນພັນທະຂອງໝົດທຸກຄົນ ທີ່ຕ້ອງມີສ່ວນຮ່ວມຢ່າງຕັ້ງໜ້າ ເພື່ອສະກັດກັ້ນການບຸກລຸກທຳລາຍ, ການຄ້າຂາຍສັດປ່າ ແລະ ສັດນ້ຳທີ່ຜິດກົດໝາຍ. ພ້ອມນີ້, ທ່ານຍັງໄດ້ສະຫຼຸບຕົວເລກການປ່ອຍປາໃນໄລຍະຜ່ານມາ ເຊິ່ງນັບແຕ່ປີ 2001 ເປັນຕົ້ນມາ ໃນທົ່ວເມືອງປາກຊ່ອງ ໄດ້ປ່ອຍປາ ເປັນຈຳນວນຫຼວງຫຼາຍ ແລະ ມີວັງສະຫງວນທັງໝົດ 22 ວັງ, ມີເນື້ອທີ່ທັງໝົດ 37.24 ເຮັກຕາ.
ທ່ານ ພິມສະຫວັນ ນາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ສ້າງຕັ້ງວັງສະຫງວນຂຶ້ນຢູ່ໃນເຂດຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນສັດນ້ຳ ຂອງບ້ານທົ່ງກະຕ່າຍ ຕາແສງອຸດົມສິນ ເມືອງປາກຊ່ອງ ໃນສາຍຫ້ວຍໜອງຕາໄລ (ຈຸດໜອງໃຫຍ່) ເຊິ່ງມີຂະໜາດລວມຍາວ 800 ແມັດ, ກວ້າງ 80 ແມັດ ແລະ ເລິກ 3 ແມັດ, ເນື້ອທີ່ປະມານ 10,000 ຕາແມັດ. ໂດຍມີເຂດແດນຕິດຈອດຄື: ທິດເໜືອຕິດກັບບ້ານຫຼັກ 5, ທິດໃຕ້ຕິດກັບ ຫ້ວຍສະໜາບ, ທິດຕາເວັນອອກຕິດກັບ ຫ້ວຍບ້ານທົ່ງກະຕ່າຍ ແລະ ທິດຕາເວັນຕົກຕິດກັບ ຫ້ວຍສະໜາບ. ຂໍ້ຕົກລົງສະບັບນີ້ ໄດ້ມອບໝາຍໃຫ້ຄະນະຕາແສງອຸດົມສິນ ສົມທົບກັບອຳນາດການປົກຄອງບ້ານ ແລະ ຂະແໜງການທີ່ກ່ຽວຂ້ອງ ຮັບຜິດຊອບໃນການປົກປັກຮັກສາ, ຄຸ້ມຄອງວັງສະຫງວນໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ປະຕິບັດຢ່າງເຂັ້ມງວດ.
ທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນ ຈົ່ງພ້ອມກັນຍົກສູງສະຕິຄວາມຮັບຜິດຊອບ, ເປັນເຈົ້າການຮ່ວມກັນໃນການປົກປັກຮັກສາແຫຼ່ງນ້ຳ ແລະ ວັງສະຫງວນແຫ່ງໃໝ່ນີ້ ໃຫ້ມີຄວາມອຸດົມສົມບູນ, ສະກັດກັ້ນທຸກການລະເມີດ ເພື່ອໃຫ້ກາຍເປັນແຫຼ່ງອາຫານ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານໃຫ້ແກ່ລູກຫຼານໃນອະນາຄົດ.
ສຳລັບປາທີ່ນຳມາປ່ອຍໃນພິທີຄັ້ງນີ້ ມີຈຳນວນທັງໝົດ 30,000 ໂຕ ເຊິ່ງປະກອບມີ 3 ສາຍພັນ ຄື: ປາປາກ ຈຳນວນ 20,000 ໂຕ, ປາສະຫວາຍ ຈຳນວນ 5,000 ໂຕ ແລະ ປາກິນຫຍ້າ ຈຳນວນ 5,000 ໂຕ.
ຂ່າວ: ທ.ສອນໄຊ ຈັນທະວີ