ເພີ່ມທະວີໃນການອະນຸລັກ ແລະ ສົ່ງເສີມຄຸນຄ່າມໍລະດົກໂລກທາງທໍາມະຊາດ ເຂດອຸທິຍານແຫ່ງຊາດຫີນໜາມໜໍ່

ກອງປະຊຸມ ຄະນະຊີ້ນໍາຂັ້ນແຂວງ ວ່າດ້ວຍການເພີ່ມທະວີໃນການອະນຸລັກ ແລະ ສົ່ງເສີມຄຸນຄ່າມໍລະດົກໂລກທາງທໍາມະຊາດ ເຂດອຸທິຍານແຫ່ງຊາດຫີນໜາມໜໍ່ ຈັດຂຶ້ນໃນວັນທີ 17 ກໍລະກົດ 2026 ທີ່ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງຄຳມ່ວນ, ທ່ານ ຄູນໄຊ ໄພປັນຍາ ປະທານຄະນະກໍາມະການປົກຄອງເມືອງບົວລະພາ, ທ່ານ ຄໍາແກ້ວ ລັດທະຍອດ ຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດຫີນໜາມໜໍ່ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ທ່ານ ຄໍາແກ້ວ ລັດທະຍອດ ໄດ້ຜ່ານຮ່າງຄໍາສັ່ງຂອງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍການເພີ່ມທະວີໃນການອະນຸລັກ ແລະ ສົ່ງເສີມຄຸນຄ່າມໍລະດົກໂລກທາງທໍາມະຊາດ ເຂດອຸທິຍານແຫ່ງຊາດຫີນໜາມໜໍ່. ພ້ອມນີ້, ບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາໃນໄລຍະ 06 ເດືອນຕົ້ນປີ ແລະ ແຜນຈັດຕັ້ງປະຕິບັດໃນອະນາຄົດຂອງອຸທິຍານແຫ່ງຊາດຫີນໜາມໜໍ່ ລວມທັງລາຍງານຄວາມຄືບໜ້າການຮັບຮອງແຜນຄຸ້ມຄອງຮ່ວມ 05 ປີ, ນໍາສະເໜີແນວຄວາມຄິດໃນການສ້າງແຜນແມ່ບົດການປົກປັກຮັກສາສາຍພູຫີນປູນແຂວງຄໍາມ່ວນ ໃນກອບຍຸດທະສາດການພັດທະນາສີຂຽວ ແລະ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງ ພ້ອມທັງປຶກສາຫາລືໃຫ້ຄໍາຄິດເຫັນໃນການຂະຫຍາຍເຂດກັນຊົນມໍລະດົກໂລກ (ສະເໜີປ່າສະຫງວນແຫ່ງຊາດ ຂຸນເຊໜອງມ້າເປັນເຂດກັນຊົນ), ສັງລວມຄືນຜົນການປຶກສາຫາລືແຜນດໍາເນີນງານການຮ່ວມມືຊາຍແດນ (TAP) ລະຫວ່າງອຸທິຍານແຫ່ງຊາດຫີນໜາມໜໍ່ ສປປ ລາວ ແລະ ອຸທິຍານແຫ່ງຊາດ ຟອງຍ່າ-ແກບາງ ສສ ຫວຽດນາມ ໃນເດືອນພຶດສະພາ 2026 ລວມທັງບົດບັນທຶກກອງປະຊຸມຮັບຮອງແຜນດໍາເນີນງານຮ່ວມຊາຍແດນລະຫວ່າງ 02 ເຂດ, ນໍາສະເໜີໂຄງຮ່າງການປະສານງານໃນການຄຸ້ມຄອງຮ່ວມຊາຍແດນອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງຍາ-ແກບາງ, ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ, ຮ່າງສິດ ແລະ ໜ້າທີ່ຄະນະກໍາມະການຄຸ້ມຄອງມໍລະດົກ ແລະ ກອງເລຂາຂັ້ນແຂວງ, ນໍາສະເໜີ ແຜນກິດຈະກໍາຂອງ ແຜນດຳເນີນງານການຮ່ວມມືຊາຍແດນ (TAP) ທີ່ເປັນບຸລິມະສິດ ສຳລັບ 2026-2027 ພ້ອມກັນນັ້ນ, ຍັງມີການປຶກສາຫາລື, ສົນທະນາແລກປ່ຽນຄໍາຄິດເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານບັນລຸຕາມວັດຖຸປະສົງ ແລະ ລະດັບຄາດ ໝາຍທີ່ວາງໄວ້.
ຂ່າວ-ພາບ: ແດງສະຫວັດ ແສນພານິດ