ອາກາດຮ້ອນຮຸນແຮງ ອາດເຮັດໃຫ້ເສດຖະກິດອີຕາລີເສຍຫາຍ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ກໍລະກົດ ຜ່ານມາ, ສະຫະພັນວິສາຫະກິດດ້ານການຄ້າ, ການທ່ອງທ່ຽວ ແລະ ການບໍລິການອີຕາລີໄດ້ເປີດເຜີຍບົດລາຍງານສະບັບ ໜຶ່ງວ່າ: ຄຽງຄູ່ກັບສະພາບອາກາດທີ່ຮຸນແຮງນັບມື້ນັບຫຼາຍຂຶ້ນ, ສະພາບອາກາດຮ້ອນຮຸນແຮງຢ່າງຕໍ່ເນື່ອງອາດຈະເຮັດໃຫ້ເສດຖະກິດອີຕາລີໄດ້ຮັບຜົນເສຍຫາຍໃນລະຫວ່າງ 6 ຕື້ ຫາ 12 ຕື້ເອີໂຣຕໍ່ປີ.
ບົດລາຍງານລະບຸວ່າ: ຫາກວ່າອີຕາລີປະສົບກັບອາກາດຮ້ອນຮຸນແຮງ 30 ຫາ 60 ວັນໃນແຕ່ລະປີ, ວິສາຫະກິດຈະປະເຊີນກັບຄວາມກົດດັນຫຼາຍດ້ານ ເຊັ່ນ: ຕົ້ນທຶນດ້ານພະລັງງານເພີ່ມຂຶ້ນ, ອັດຕາການຜະລິດຂອງແຮງງານຫຼຸດລົງ, ລາຍຮັບຈາກການດຳເນີນທຸລະກິດຫຼຸດລົງ ແລະ ອື່ນໆ. ສະພາບອາກາດຮ້ອນຍັງຈະປ່ຽນແປງຄວາມຊິນເຄີຍດ້ານການບໍລິໂພກ ແລະ ການທ່ອງທ່ຽວຂອງປະຊາຊົນ, ຈະສົ່ງຜົນກະທົບຕໍ່ການຄ້າ, ການທ່ອງທ່ຽວ ແລະ ຂະແໜງການຕ່າງໆຕື່ມອີກ.