ຫາລືການປັບປຸງນິຕິກຳຂອງ ກໍາມາທິການການຕ່າງປະເທດ

ກໍາມາທິການການຕ່າງປະເທດ (ກຕທ) ສະພາແຫ່ງຊາດຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະປັບປຸງ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາມາທິການການຕ່າງປະເທດ ແລະ ຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສອງກົມເສນາທິການຂອງ ກຕທ ໃນວັນທີ 18-20 ກໍລະກົດ 2026 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ເພັດລາ ທັນທະວົງສາ ຮອງປະທານກໍາມາທິການການຕ່າງປະເທດ ໂດຍມີບັນດາການນໍາຂອງກໍາມາທິການ, ຄະນະກົມ-ພະແນກ, ລັດຖະກອນວິຊາການ ຂອງ ກຕທ ແລະ ພາກສ່ວນກ່ຽວຂ້ອງຂອງ ສພຊ ເຂົ້າຮ່ວມ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ຍົກສູງສະຕິປັນຍາໃນການປະກອບຄຳເຫັນຢ່າງພາ ວະວິໄສ ແລະ ກົງໄປກົງມາຕໍ່ເນື້ອໃນກອງປະຊຸມ ໂດຍສະເພາະກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສອງກົມທີ່ເປັນເສນາທິການ ແລະ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກໍາມາທິການການຕ່າງປະເທດ ບົນພື້ນຖານຕີລາຄາການຈັດຕັ້ງ ແລະ ການເຄື່ອນໄຫວໃນໄລຍະຜ່ານມາ, ຖອດຖອນບົດຮຽນຈາກການເຄື່ອນໄຫວຕົວຈິງ ມາກຳນົດ ແລະ ປັບປຸງເນື້ອໃນຮ່າງ ດັ່ງກ່າວ ເພື່ອຮັບປະກັນໄດ້ຄຸນນະພາບ, ບົດບາດຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງສອດຄ່ອງກັບບົດບາດການເຄື່ອນໄຫວວຽກງານຕ່າງປະເທດຂອງ ສພຊ ໃນໄລຍະໃໝ່.
ພາຍຫລັງສຳເລັດກອງປະຊຸມ, ຄະນະຮັບຜິດຊອບ ຈະໄດ້ສະຫລຸບສັງລວມ ແລະ ນຳເອົາຜົນຂອງກອງປະຊຸມ ລາຍງານຕໍ່ ຄປຈສພຊ ເພື່ອພິຈາລະນາ, ອະນຸມັດ ແລະ ປະກາດໃຊ້ ແນໃສ່ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ.
ຂ່າວ: ສພຊ