ທ່ານ ນາຍົກລັດຖະມົນຕີ ຊຸກຍູ້ໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ນະຄອນໄກສອນ ພົມວິຫານ

ໃນຕອນບ່າຍ ວັນທີ 21 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ໂຄງການໄຟຟ້າພະລັງງານແສງຕາເວັນ 100 MW ຢູ່ເຂດບ້ານທ່າສະໂນ, ບ້ານບຶງທະເລ ແລະ ບ້ານນໍ້າບໍ່, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ; ມີທ່ານ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ນະຄອນໄກສອນ ພົມວິຫານ, ຄະນະບໍລິຫານກຸ່ມບໍລິສັດຜູ້ພັດທະນາໂຄງການພະລັງງານແສງຕາເວັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການໄຟຟ້າພະລັງງານແສງຕາເວັນ 100 MW ແຫ່ງນີ້ ແມ່ນ 1 ໃນ 12 ໂຄງການບູລິມະສິດສໍາຄັນຂອງລັດຖະ ບານ ໃນແຜນການຮັບຊື້ພະລັງງານໄຟຟ້າແສງຕາເວັນ ເຊື່ອມເຂົ້າລະບົບສາຍສົ່ງ 115 kV ຂອງລັດວິສາຫະກິດໄຟຟ້າລາວ, ມີເນື້ອທີ່ປະມານ 158 ເຮັກຕາ, ຫ່າງຈາກເທດສະບານນະຄອນໄກສອນ ພົມວິຫານ ປະມານ 13 ກິໂລແມັດ ໂດຍແມ່ນກຸ່ມບໍລິສັດ ຄູນໄຊພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ສະໜອງທຶນ, ບໍລິສັດ ລາວພັດທະນາກຣີນເອັນເນີຈີ ຈຳກັດ ເປັນຜູ້ພັດທະນາໂຄງການ ແລະ ບໍລິສັດ ອຳມະຕະເອັນຈີເນຍຣິງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ. ພ້ອມກັນນັ້ນ, ໂຄງການຍັງມີການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 115 kV ຄວາມຍາວ 7 ກິໂລແມັດ ເພື່ອເຊື່ອມຕໍ່ເຂົ້າສະຖານີໄຟຟ້າປາກບໍ່. ສຳລັບພະລັງງານໄຟຟ້າ ແມ່ນມີແຜນສະໜອງໃຫ້ແກ່ການຊົມໃຊ້ພາຍໃນທ້ອງຖິ່ນ ແລະ ສົ່ງຂາຍເຂົ້າລະບົບຂອງລັດວິສາຫະກິດໄຟຟ້າລາວ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳບາງດ້ານ ຕໍ່ພາກສ່ວນ-ຂະແໜງການກ່ຽວຂ້ອງຂອງລັດ ແລະ ຜູ້ພັດທະນາໂຄງການ ເປັນຕົ້ນ ໃຫ້ເອົາໃຈໃສ່ເປັນພິເສດ ຫຼີກລ່ຽງຜົນກະທົບ ຕໍ່ເນື້ອທີ່ດິນກະສິກຳຂອງປະຊາຊົນ ເພາະເປັນບ່ອນຜະລິດສະບຽງອາຫານທີ່ສຳຄັນຂອງທ້ອງຖິ່ນ; ສືບຕໍ່ສົ່ງເສີມບັນດາບໍລິສັດ ແລະ ພາກສ່ວນຕ່າງໆ ນຳໃຊ້ແຜງໂຊລ້າເຊວ ທີ່ຜະລິດຢູ່ພາຍໃນ ສປປ ລາວ ໃຫ້ຫຼາຍຂຶ້ນ ເພື່ອເປັນການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ມີຄວາມແຂງແຮງ; ຕິດພັນກັບການພັດທະນາໂຄງການ ໃຫ້ພິຈາລະນານຳໃຊ້ພື້ນທີ່ໂຄງການ ແບບປະສົມປະສານ ໃຫ້ເກີດປະໂຫຍດສູງສຸດ ເຊັ່ນ ມີການປູກຫຍ້າ ເພື່ອລ້ຽງສັດ ແລະ ອື່ນໆ; ໃຫ້ອົງການປົກຄອງແຂວງ, ນະຄອນ ແລະ ໂຄງການ ສົມທົບກັນ ມີສ່ວນຮ່ວມ ໃນການພັດທະນາຊຸມຊົນທ້ອງຖິ່ນ ເປັນຕົ້ນ ການຈັດສັນອາຊີບ, ທີ່ດິນ, ສ້າງວຽກເຮັດງານທຳ, ພັດທະນາສີມືແຮງງານ ແລະ ພັດທະນາໂຄງລ່າງພື້ນຖານຕ່າງໆ, ເຮັດໃຫ້ທ້ອງຖິ່ນ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນ ເປັນກ້າວໆ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ