ເຊກອງ ປະເມີນຜົນການຈັດຕັ້ງປະຕິບັດ ແຜນຜັງເມືອງ ແລະສໍາຫຼວດຄວາມຕ້ອງການດ້ານໂຄງລ່າງພື້ນຖານຂອງເມືອງ

ກອງປະຊຸມການປະເມີນຜົນການຈັດຕັ້ງປະຕິບັດ ແຜນຜັງເມືອງ ແລະສໍາຫຼວດຄວາມຕ້ອງການດ້ານໂຄງລ່າງພື້ນຖານທີ່ຈໍາເປັນຂອງບັນດາຕົວເມືອງ ພາຍໃນແຂວງເຊກອງ ໄດ້ມີຂຶ້ນໃນວັນທີ 17 ກໍລະກົດ 2026 ຜ່ານມາ ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງເຊກອງ, ໂດຍການເຂົ້າຮ່ວມຂອງທ່ານ ສົມພອນ ສາຍເຊກອງ ຮອງຫົວໜ້າພະແນກ ຍທຂ ແຂວງເຊກອງ, ມີທ່ານ ນະລົງໄຊ ມີວາປະດີດ ຮອງຫົວໜ້າກົມເຄຫາ-ຜັງເມືອງ ກະຊວງ ຍທຂ ພ້ອມດ້ວຍ ບັນດາຫົວໜາ ແລະຮອງຂະແໜງກ່ຽວຂ້ອງ ແລະ ຄະນະຫ້ອງການ ຍທຂ 4 ຕົວເມືອງເຂົ້າຮ່ວມ.
 
ທ່ານ ສົມພອນ ສາຍເຊກອງ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຕອບສະໜອງກັບຄວາມຮຽກຮ້ອງຕອງການ ໃນການ ຂະຫຍາຍຕົວ ຂອງຕົວເມືອງ ໃຫ້ສົມຄູ່ ກັບການປະຕິບັດ ໜ້າທີ່ວຽກງານຕົວຈິງ ໂດຍສະເພາະ ແມ່ນການ ລົງມາເກັບກໍາຂໍ້ມູນ ການປະເມີນຜົນການຈັດຕັ້ງປະຕິບັດ ແຜນຜັງເມືອງ ແລະ ສໍາຫຼວດ ຄວາມຕ້ອງການດ້ານໂຄງລ່າງພື້ນຖານທີ່ຈໍາເປັນ ຂອງບັນດາຕົວເມືອງພາຍໃນແຂວງເຊກອງ ເພື່ອແນໃສ່ ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ແມ່ນວຽກງານການຄຸ້ມຄອງຜັງເມືອງ, ຢູ່ເທສະບານແຂວງ, ເມືອງ, ບ້ານ ແລະ ເຂດທີ່ມີການວາງແຜນຜັງເມືອງ ໃຫ້ໄດ້ຮັບການພັດທະນາ, ຕົວເມືອງ ໃຫ້ມີຄວາມສວຍງາມ, ເປັນລະບຽບຮຽບຮ້ອຍ ແລະ ຫັນເຂົ້າສູ່ລະບຽບກົດໝາຍ ເພື່ອປະຕິບັດໃຫ້ມີປະສິດທິພາບ ແລະປະສິດທິຜົນສູງ.
 
ຈາກນັ້ນ, ທ່ານ ທະວີສັກ ແພງມາລາ ວິຊາການ ກົມເຄຫາ-ຜັງເມືອງ ໄດ້ນໍາສະເໜີການປະເມີນຜົນ ການຈັດຕັ້ງປະຕິບັດແຜນຜັງເມືອງ ແລະການສໍາຫຼວດພື້ນຖານໂຄງລ່າງຂອງເມືອງ ໂດຍໃຊ້ແບບຟອມໃນການເກັບຂໍ້ມູນ ເຊິ່ງເນື້ອໃນຂອງການປະເມີນ ປະກອບມີ: ຂໍ້ມູນພື້ນຖານດ້ານເສດຖະກິດ-ສັງຄົມ, ຂໍ້ມູນແຜນຜັງຕົວເມືອງ, ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດແຜນຜັງ, ກໍາລັງຄວາມສາມາດຂອງການລົງທຶນ ແລະສໍາຫຼວດໂຄງລ່າງພື້ນຖານທີ່ຈໍາເປັນຂອງຕົວເມືອງ ເປັນຕົ້ນ ໃນສະພາບປັດຈຸບັນ ຂອງເມືອງມີຄວາມຫຍຸ້ງຍາກດ້ານໃດແດ່?, ທາງດ້ານໂຄ່ງລ່າງພື້ນຖານ? (ຄວາມຈໍາເປັນໃນການແກ້ໄຂ, ປັບປຸງ, ກໍ່ສ້າງໃໝ່ ມີຫຍັງແດ່ ທີ່ເປັນພື້ນຖານ?), ໃຫ້ຈັດລຽງບຸລິມະສິດ ຕາມເໝາະສົມ ຂອງຕົວເມືອງດັ່ງກ່າວ?.
 
ຈາກນັ້ນ ບັນດາຜູ້ເຂົາຮ່ວມໄດ້ຖອດຖອນບົດຮຽນ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ເພື່ອເກັບກໍາຂໍ້ມູນ ຕື່ມໃສ່ແບບຟອມ ເພື່ອຮັບປະກັນໃຫ້ຖືກຕ້ອງ ແລະ ແທດເໝາະກັບຄວາມເປັນຈິງ.
ຂ່າວ: ພຸດທະສອນ