ຈັບໄດ້ອີກແລ້ວ! ສະແກມເມີ ຢູ່ໃຈກາງນະຄອນຫຼວງວຽງຈັນ, ກັກຕົວໄດ້ 5 ຄົນ (ລາວ 1 ຄົນ)

ໃນວັນທີ 08 ກໍລະກົດ 2026 ຜ່ານມາ ເຈົ້າໜ້າທີ່ກົມຕຳຫຼວດສືບສວນ - ສອບສວນ, ກົມໃຫຍ່ຕຳຫຼວດ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ໄດ້ມີກຸ່ມແກ້ງສໍ້ໂກງທາງອອນລາຍ ແລະ ການສື່ສານ ຫຼື ສະແກມເມີ ຢູ່ເຮືອນວິລາໃຫ້ເຊົ່າ ຢູ່ບ້ານ ຮ່ອງແກ ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ກັກຕົວເປົ້າໝາຍຜູ້ຖືກຫາໄດ້ 5 ຄົນ ໃນນີ້ ສັນຊາດຈີນ 4 ຄົນ, ສັນຊາດລາວ 1 ຄົນ; ພ້ອມເຄື່ອງກາງຄະດີ ມີ: ຄອມພິວເຕີ ຕັ້ງໂຕະ 4 ຊຸດ, ໝ້າຈໍຄອມພີວເຕີ ຕັ້ງໂຕະ 8 ໝ່ວຍ, ຄອມພິວເຕີໂນດບຸກ 1 ໜ່ວຍ ແລະ ເຄື່ອງອຸປະກອນອື່ນໆ ອີກຈຳນວນໜຶ່ງ.
ປັດຈຸບັນ, ເຈົ້າໜ້າທີ່ກົມຕຳຫຼວດສືບສວນ-ສອບສອບ ກຳລັງດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຄະດີ ໃຫ້ມີຄວາມກະຈ່າງແຈ້ງຄົບຖ້ວນຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ