6 ເດືອນ ສ່ວຍສາອາກອນແຂວງເຊກອງ ເກັບລາຍຮັບໄດ້ 107,22 ຕື້ກີບ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ສ່ວຍສາອາກອນປະຈໍາແຂວງເຊກອງ ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ, ວຽກຈຸດສຸມ 6 ເດືອນທ້າຍປີ 2026 ໂດຍການເປັນປະທານ ຂອງທ່ານ ສີໄຄ້ ລຽງສະຫວັດ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ສົມບູນ ພັນຈັນ ວ່າການຫົວໜ້າສ່ວຍສາອາກອນປະຈໍາແຂວງ ພ້ອມດ້ວຍມພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພູວັນ ເທບພະລັກສາ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາ, ສ່ວຍສາອາກອນປະຈໍາແຂວງເຊກອງ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະ ຕາມພາລະບົດບາດ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວຽກຈຸດສຸມອື່ນໆ ໃນນີ້, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 107,22 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 41,59%, ທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີ່ມຂຶ້ນ 11,89% ເປັນເງິນ 12,17 ຕື້ກີບ. ພ້ອມນີ້, ໄດ້ເອົາໃຈໃສ່ເກັບກໍາຖານຂໍ້ມູນລາຍຮັບ, ຂຶ້ນແຜນຄາດຄະເນລາຍຮັບ, ການຄຸ້ມຄອງຫົວໜ່ວຍທຸລະກິດ, ປະສານສົມທົບກັບຂະແໜງກ່ຽວຂ້ອງ ເພື່ອຄຸ້ມຄອງ, ຕິດຕາມ ວຽກງານຄຸ້ມຄອງຊັບສິນ ແລະ ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດ ປະຕິບັດພັນທະເຂົ້າງົບປະມານແຫ່ງລັດທັນຕາມກໍານົດເວລາ.
ທ່ານ ພູວັນ ເທບພະລັກສາ ໃຫ້ຮູ້ຕື່ມວ່າ: ໃນ 6 ເດືອນທ້າຍປີ, ສ່ວຍສາອາກອນປະຈໍາແຂວງເຊກອງ ຈະສືບຕໍ່ປະຕິບັດພາລະບົດບາດ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກ່ຽວກັບວຽກງານສ່ວຍສາອາກອນ ແລະ ສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນງົບປະມານປະຈໍາປີ 2026, ເອົາໃຈໃສ່ໂຄສະນາ ແລະ ຝຶກອົບຮົມ ເພື່ອຊຸກຍູ້ໃຫ້ຫົວໜ່ວຍທຸລະກິດ ແຈ້ງ-ມອບອາກອນ ດ້ວຍຕົນເອງຜ່ານລະບົບ TaxRIS, ສືບຕໍ່ຕິດຕາມຫົວໜ່ວຍວິສາຫະກິດຂຶ້ນໃໝ່ ຈາກຂະແໜງອຸດສາຫະກໍາແລະ ການຄ້າ ໂດຍຜ່ານ ການອອກເລກປະຈຳຕົວ ໃນລະບົບ TaxRIS ໃຫ້ໄດ້ດີ, ສືບຕໍ່ປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS, ຂະຫຍາຍຖານອາກອນມູນຄ່າເພີ່ມ, ແນະນໍາ, ເຜີຍແຜ່ ແລະ ໂຄສະນາໃຫ້ຫົວໜ່ວຍທຸລະກິດ ແຈ້ງ-ມອບອາກອນດ້ວຍຕົວເອງ ຜ່ານລະບົບ TaxRIS.