ສະຖານທູດຕວັກກີ ປະຈຳ ລາວ ຈັດງານບັນຍາຍຂ່າວ ຄົບຮອບ 10 ປີ ວັນປະຊາທິປະໄຕ ແລະສາມັກຄີແຫ່ງຊາດ

ເມື່ອບໍ່ດົນຜ່ານມານີ້, ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດຕວັກກີ ປະຈຳ ສປປ ລາວ ຈັດງານບັນຍາຍຂ່າວເນື່ອງໃນໂອກາດວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດຄົບຮອບ 10 ປີ (ວັນທີ 15 ກໍລະກົດ) ໃຫ້ກຽດເຂົ້າຮ່ວມໂດຍຕາງໜ້າຈາກສື່ມວນຊົນຫຼາຍພາກສ່ວນຂອງ ສປປ ລາວ.
ທ່ານເອກອັກຄະລັດຖະທູດ ໂອຢ່າ ຢ່າຊາຣ ຍົກຂຶ້ນວ່າ “ອົງກອນກໍ່ການຮ້າຍ ເຟທູລໍ” (FETO) ນຳສະເໜີຕົນເປັນນັກເຄື່ອນໄຫວທາງສາສະໜາໃນຂະນະທີ່ແຊກຊຶມເຂົ້າໄປໃນສະຖາບັນຕ່າງໆຂອງລັດ, ລວມທັງຂອງກອງທັບຕວັກກີ ໄດ້ພະຍາຍາມຈະໂຄ່ນລົ້ມລັດຖະບານທີ່ຖືກເລືອກ-ຢ່າງປະຊາທິປະໄຕ ຂອງຕວັກກີ ແລະ ຍຶດອຳນາດຜ່ານການພະຍາຍາມກໍ່ລັດຖະປະຫານທາງການທະຫານ ໃນວັນທີ 15 ກໍລະກົດ 2016.
ທ່ານເອກອັກຄະລັດຖະທູດ ໂອຢ່າ ຢ່າຊາຣ ກ່າວວ່າ: ການພະຍາຍາມກໍ່ລັດຖະປະຫານທາງການທະຫານຖືກຂັດຂວາງໂດຍກ້ອນກຳລັງແຮງຂອງປະຊາຊົນຕວັກກີ. ໃນລະຫວ່າງການພະຍາຍາມກໍ່ລັດຖະປະຫານຫຼາຍກວ່າ 250 ຄົນຖືກຂ້າ, ຫຼາຍກວ່າພັນຄົນໄດ້ຮັບບາດເຈັບ, ລັດຖະສະພາຕວັກກີ ແລະ ຕຶກອາຄານຕ່າງໆຂອງລັດຖືກລະເບີດໂດຍເຮືອຮົບທະຫານ, ເຮລິຄອບເຕີ ແລະ ລົດຖັງ.
ທ່ານເອກອັກຄະລັດຖະທູດ ໂອຢ່າ ຢ່າຊາຣ ຢໍ້າເຕືອນຕື່ມວ່າ ອົງກອນກໍ່ການຮ້າຍນີ້ ຍັງຄົງມີຕົວຕົນຢູ່ໃນບາງປະເທດພາຍໃຕ້ຫຼາກຫຼາຍຮູບແບບ, ເຊັ່ນວ່າ ໂຮງຮຽນ, ອົງກອນວັດທະນະທຳ ຫຼື ທຸລະກິດ ຫຼື ອົງກອນທີ່ບໍ່ຂຶ້ນກັບລັດຖະບານ ແລະ, ແບບລັບໆ, ເປັນໄພສ່ຽງຕໍ່ຄວາມໝັ້ນຄົງໃຫ້ກັບປະເທດທີ່ເປັນເຈົ້າພາບຮັບພວກເຂົາ.
ທ່ານເອກອັກຄະລັດຖະທູດ ໂອຢ່າ ຢ່າຊາຣ ກ່າວຕື່ມວ່າ: ຕວັກກີ ມຸ່ງໝັ້ນທີ່ຈະຕໍ່ສູ້ຕ້ານອົງກອນກໍ່ການຮ້າຍນີ້ທັງໃນລະດັບຊາດ ແລະ ລະດັບສາກົນ ແລະ ຫຼາຍພາກສ່ວນຂອງອົງກອນນີ້ທີ່ເຄື່ອນໄຫວຢູ່ໃນບັນດາປະເທດເພື່ອນມິດແມ່ນຖືກມ້າງເພລົງ ຂອບໃຈໃນການໃຫ້ຄວາມຮ່ວມມືຈາກສາກົນທີ່ມີຕໍ່ປະເທດຕວັກກີ.