ປະທານປະເທດ ຊຸກຍູ້ ໃຫ້ທິດຊີ້ນຳ ສວນ“ດຣ ໄບໂອ ຟາມ” ພັດທະນາກະສິກຳຄຸນນະພາບ ພ້ອມຍົກລະດັບສູ່ແຫຼ່ງທ່ອງທ່ຽວສຸຂະພາບ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ຢູ່ສວນ ດຣ ໄບໂອ ຟາມ ບ້ານນໍ້າແປ ເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 21 ກໍລະກົດ 2026.

ທ່ານ ດຣ ໄມສີ ພົມມະສອນ ເຈົ້າຂອງສວນ ແລະ ໜຶ່ງໃນຜູ້ລິເລີ່ມຈັດຕັ້ງກຸ່ມທຸລະກິດຖຸລຽນລາວ ລາຍງານວ່າ: ໄດ້ເລີ່ມບຸກເບີກສວນມາຕັ້ງແຕ່ປີ 2007 ໂດຍມຸ່ງພັດທະນາເປັນສວນໝາກໄມ້ຫຼາຍຊະນິດທີ່ປອດສານພິດ ແລະສູນກາງຮຽນຮູ້ ເທິງເນື້ອທີ່ກວ່າ 40 ເຮັກຕາ.

ພາຍໃນສວນມີການປູກໝາກໄມ້ຫຼາກຫຼາຍຊະນິດປະກອບມີ ຖຸລຽນ, ມັງຄຸດ, ລິ້ນຈີ່, ເງາະ, ອາໂວຄາໂດ, ກາເຟ, ໂກໂກ້, ໝາກຂາມປ້ອມ, ກາເຟ ແລະ ໝາກພ້າວ; ໃນນີ້໊ສະເພາະຖຸລຽນ ມີປະມານ 500ຕົ້ນ.

ຂະນະດຽວກັນ ທ່ານນາງ ມາລິຍາ ພົມມະສອນ ລູກສາວເຈົ້າຂອງສວນ ເຜີຍວ່າ: ແຜນໃນຕໍ່ໜ້າຢາກພັດທະນາສວນໃຫ້ກາຍເປັນ:
1.ສວນໝາກໄມ້ມາດຕະຖານກະສິກຳສະອາດ ຫລື GAP ໂດຍ ສະເພາະ ຖຸລຽນ, ຫມັງຄຸດ, ຫມາກ ເງາະ ແລະ ກາເຟ;
2.ເປັນແຫລ່ງທ່ອງທ່ຽວ ອະນຸລັກ ກະສິກໍາຂອງ ເມືອງວັງວຽງ;
3. ເປັນບ່ອນພັກ ທີ່ໄດ້ມາດຕະຖານສາກົນ ແລະ ມີສິ່ງອໍານວຍຄວາມສະດວກຢ່າງຄົບຊຸດ;
4.ເປັນສູນການຮຽນຮູ້ໃຫ້ກັບນັກສຶກສາ,ນັກຮຽນ ແລະ ສະຖາບັນການສຶກສາກ່ຽວກັນ ກະສິກໍາ ເພື່ອແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ.

ດ້ານທ່ານ ເອລາວັນ ລາດປາກດີ ປະທານກຸ່ມທຸລະກິດຖຸລຽນລາວ ກໍໄດ້ລາຍງານວ່າ: ກຸ່ມທຸລະກິດ ຖຸລຽນລາວ ແມ່ນຂະແໜງໜຶ່ງໃນສະມາຄົມທຸລະກິດກະສິກໍາ,ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ, ພາຍໃນກຸມມີສະມາຊິກຜູ້ປູກຖຸລຽນຢູ່ 15 ແຂວງ ທົ່ວປະເທດ ແລະ ກຳລັງຜັກດັນການຈັດຕັ້ງເປັນສະມາຄົມຢ່າງເປັນທາງການ.

ໃນປີ 2026 ກຸ່ມໄດ້ສ້າງສູນຫຸ້ມຫໍ່ ແລະ ກະຈາຍສິນຄ້າ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຟອງ ນະຄອນຫຼວງວຽງຈັນ ເຮັດໃຫ້ສາມາດຈຳໜ່າຍຖຸລຽນຈາກສະມາຊິກໄດ້ຫຼາຍກວ່າ 200 ໂຕນ ນັບຕັ້ງແຕ່ເດືອນມິຖຸນາຜ່ານມາ. ແນວໃດກໍຕາມ ຍັງປະສົບບັນຫາດ້ານການກະຈາຍສິນຄ້າ ເນື່ອງຈາກຜົນຜະລິດເພີ່ມຂຶ້ນໄວ.

ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ຊົມເຊີຍຄວາມພະຍາຍາມຂອງຜູ້ປະກອບການ ທີ່ພັດທະນາກະສິກຳເປັນສິນຄ້າ ແລະ ປະກອບສ່ວນສ້າງມູນຄ່າເພີ່ມໃຫ້ພາກກະສິກຳຂອງລາວ.

ພ້ອມທັງ ໄດ້ຊີ້ນຳໃຫ້ສວນສືບຕໍ່ພັດທະນາສູ່ມາດຕະຖານກະສິກຳສະອາດ ໂດຍເນັ້ນຄຸນນະພາບສູງ ແລະ ປາສະຈາກສານເຄມີຕົກຄ້າງ. ນອກຈາກນັ້ນ ຍັງສະເໜີໃຫ້ນຳຈຸດເດັ່ນຂອງສະພາບທຳມະຊາດເມືອງວັງວຽງ ມາຕໍ່ຍອດເປັນ ສວນກະສິກຳ-ການທ່ອງທ່ຽວ ເພື່ອສ້າງມູນຄ່າເພີ່ມໃຫ້ຜົນຜະລິດ ພ້ອມດຶງດູດນັກທ່ອງທ່ຽວ ແລະ ຜູ້ສົນໃຈດ້ານສຸຂະພາບ.

ຂໍ້ມູນຂ່າວ ແຂວງວຽງຈັນ