ນາຍົກລັດຖະມົນຕີ ຊີ້ນຳໃຫ້ຕາແສງຕຸ້ມລານ ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນ ແລະຈັດສັນຄູສອນໃຫ້ພຽງພໍ

ໃນວັນທີ 22 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເຄື່ອນ ໄຫວຢ້ຽມຢາມ ແລະຊີ້ນໍາວຽກງານ ຢູ່ຕາແສງຕຸ້ມລານ ເມືອງຕຸ້ມລານ ແຂວງສາລະວັນ ໂດຍມີທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຕຸ້ມລານ ແລະ ປະຊາຊົນພາຍໃນເມືອງ ໃຫ້ການຕ້ອນຮັບ.
ຕາແສງຕຸ້ມລານ ເປັນ 1 ໃນ 4 ຕາແສງ ທີ່ຂຶ້ນກັບເມືອງຕຸ້ມລານ ມີເນື້ອທີ່ທັງໝົດ 180 ກິໂລຕາແມັດ, ປະກອບມີ 12 ບ້ານ, 2.953 ຄອບຄົວ, ພົນລະເມືອງທັງໝົດ 12,312 ຄົນ. ໃນນັ້ນ, ເຜົ່າກະຕາງ ກວມ 98% ແລະ ເຜົ່າລາວ ກວມ 2%; ປະຊາຊົນ 90% ແມ່ນຍຶດຖືການຜະລິດກະສິກໍາ ເປັນອາຊີບຕົ້ນຕໍ; ສະພາບພູມສັນຖານສ່ວນໃຫຍ່ເປັນທົ່ງພຽງ ກວມ 85%, ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ ເປັນຕົ້ນ ນ້ຳຕົກຕາດຫ້ວຍປູນ, ວັດປ່າຫາງນົກຍູງ ແລະ ເຮືອນຍາວບູຮານເຜົ່າກະຕາງ. ປັດຈຸບັນ ພາຍໃນຕາແສງ ແມ່ນສຳເລັດການປະກອບບຸກຄະລາກອນ ເຂົ້າໃນຄະນະກຳມະການປົກຄອງ ຊຶ່ງມີທັງໝົດ 10 ທ່ານ ໄດ້ເຂົ້າປະຈໍາການ ແລະ ເຄື່ອນ ໄຫວວຽກງານຢ່າງເປັນປົກກະຕິ. ພ້ອມກັນນັ້ນ, ດ້ານພື້ນຖານໂຄງລ່າງຕາແສງ ແມ່ນສຳເລັດການປັບປຸງອາຄານສຳນັກງານ, ຕິດຕັ້ງປ້າຍຫ້ອງການ ແລະ ສະໜອງອຸປະກອນຮັບໃຊ້ ການບໍລິການຜ່ານປະຕູດຽວ ເພື່ອຮັບປະກັນໃຫ້ການບໍລິການປະຊາຊົນ ແລະ ການຄຸ້ມຄອງບໍລິຫານວຽກງານ ມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງ.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດໃນການປະກາດສ້າງຕັ້ງຕາແສງຕຸ້ມລານ ຢ່າງເປັນທາງການ, ພ້ອມທັງເນັ້ນໃຫ້ເອົາໃຈໃສ່ ຕໍ່ວຽກງານຈຸດສຸມຈຳນວນໜຶ່ງເປັນຕົ້ນ ເພີ່ມທະວີສະກັດກັ້ນ ແລະແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ເອົາໃຈໃສ່ໂຄສະນາສຶກສາອົບຮົມປະຊາຊົນ ໃຫ້ມີສະຕິລະວັງຕົວ ຕໍ່ກົນອຸບາຍຕ່າງໆຂອງກຸ່ມຄົນບໍ່ດີ; ເຂັ້ມງວດສະກັດກັ້ນການລັກລອບຕັດໄມ້, ທຳລາຍປ່າ ແລະ ການລັກລອບຂຸດຄົ້ນແຮ່ທາດຜິດກົດໝາຍ; ຕິດຕາມສະພາບດິນຟ້າອາກາດ, ເຝົ້າລະວັງ ໄພທຳມະຊາດ ທີ່ອາດເກີດຂຶ້ນ ຢ່າງໃກ້ຊິດ ໂດຍໃຫ້ມີການກະກຽມຄວາມພ້ອມ ຊ່ວຍເຫລືອປະຊາຊົນ ໃນກໍລະນີເກີດເຫດ ຢ່າງທັນການ; ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນຂອງເດັກນ້ອຍ, ຈັດສັນຄູສອນໃຫ້ພຽງພໍ, ລະດົມເດັກໃນເກນອາຍຸ ໄດ້ເຂົ້າຮຽນຢ່າງທົ່ວເຖິງ, ທັງຍົກລະດັບການບໍລິການດ້ານສາທາລະນະສຸກ ໃຫ້ນັບມື້ດີຂຶ້ນ; ຕິດຕັ້ງລະບົບໂທລະໂຄ່ງປະຈຳຕາແສງ ໃຫ້ສາມາດນຳໃຊ້ໂຄສະນາ-ປະຊາສຳພັນ ຢ່າງມີປະສິດທິພາບ; ສຸມໃສ່ຊຸກຍູ້ສົ່ງເສີມການປູກຝັງ-ລ້ຽງສັດ ຕາມທ່າແຮງຂອງທ້ອງຖິ່ນ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ຫລຸດລົງເປັນກ້າວໆ, ພ້ອມທັງຈັດສັນທີ່ຢູ່ອາໄສຂອງປະຊາຊົນໃຫ້ເປັນລະບຽບຮຽບຮ້ອຍ, ລວມກັນຢູ່ເປັນກຸ່ມ ເພື່ອສະດວກຕໍ່ການພັດທະນາພື້ນຖານໂຄງລ່າງຕ່າງໆ; ຮັດແໜ້ນຄວາມສາມັກຄີພາຍໃນ ແລະຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ບຸກຄະລາກອນຕາແສງ.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ມອບທຶນ ຈຳນວນໜຶ່ງ ໃຫ້ແກ່ເມືອງ ແລະ ຕາແສງດັ່ງກ່າວ. ຫລັງຈາກນັ້ນ, ໄດ້ສືບຕໍ່ເດີນທາງຢ້ຽມຢາມກຸ່ມຫັດຖະກຳຕ່ຳແຜ່ນແພ ຂອງເຜົ່າກະຕາງ ແລະ ໄປຕິດຕາມກວດກາເບິ່ງເສັ້ນທາງ-ຂົວ ສຸພານຸວົງ ຊຶ່ງເປັນເສັ້ນທາງຍຸດທະສາດຂອງເມືອງຕຸ້ມລານ ຫາ ເທສະບານແຂວງສາລະວັນ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.