3 ເດືອນຄຳມ່ວນເກັບລາຍຮັບໄດ້ 152 ຕື້ກວ່າກີບ

  ໃນໄລຍະຜ່ານມາ ແຂວງຄຳມ່ວນໄດ້ເອົາໃຈໃສ່ຫຼາຍດ້ານໃນການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຊຶ່ງໃນປີນີ້ທົ່ວແຂວງໄດ້ຮັບມອ ບໝາຍໃຫ້ເກັບທັງໝົດ 707 ຕື້ກີບຜ່ານການຈັດເກັບຕົວຈິງໃນ 3 ເດືອນຕົ້ນປີສາມາດເກັບໄດ້ 152 ຕື້ກວ່າກີບ ເທົ່າກັບ 21,60% ຂອງແຜນ ການປີເຫັນວ່າບໍ່ບັນລຸຕາມແຜນທີ່ວາງໄວ້ເນື່ອງຈາກມີຫຼາຍສາເຫດທີ່ເຮັດໃຫ້ການຈັດເກັບບໍ່ໄດ້ຕາມແຜນເປັນຕົ້ນການສົ່ງອອກແຮ່ທາດ, ຜະລິດຕະພັນອື່ນໆ ແລະການຈຳໜ່າຍຜະລິດຕະພັນພາຍໃນບາງປະເທດຖືກຍົກເວັ້ນອາກອນ.

  ວັນທີ 9 ພຶດສະພາ 2019 ພະແນກການເງິນແຂວງຄຳມ່ວນສະຫຼຸບການຈັດເກັບລາຍຮັບ-ລາຍຈ່າຍ ປະຈຳງວດ I ປີ 2019 ໂດຍ ມີທ່ານ ບຸນເລັ່ງ ກຸນອາວົງ ຫົວໜ້າພະແນກການເງິນແຂວງ, ມີຄະນະພະແນກ, ດ່ານພາສີສາກົນ ແລະ ທ້ອງຖິ່ນ, ຫ້ອງການໆເງິນທັງ 10 ເມືອງ ພ້ອມດ້ວຍພະນັກງານ-ວິຊາ ການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ຄຳມາ ແກ້ວສີກັນຍາ ຮອງຫົວໜ້າພະແນກການເງິນໄດ້ສະຫຼຸບການເຄື່ອນໄຫວວຽກງານການເງິນປະຈຳງວດ I ປີ 2019 ວ່າ: ສົກປີ 2019 ແຂວງຄຳມ່ວນ ໄດ້ຮັບມອບໝາຍສູ້ຊົນເກັບລາຍຮັບງົບປະມານຈຳນວນ 707 ຕື້ ກີບ, ໃນນັ້ນລາຍຮັບພູດຂອງສູນກາງ 398,60 ຕື້ກີບ, ພູດຂອງແຂວງ 308, 64 ຕື້ກີບ, ຜ່ານການຈັດເກັບລາຍຮັບ 3 ເດືອນ ຕົ້ນປີປະຕິບັດໄດ້ 152,75 ຕື້ກີບ ເທົ່າກັບ 21,60% ຂອງແຜນການປີໃນນີ້ພູດຂອງສູນກາງປະຕິບັດໄດ້ 93,48 ຕື້ກີບ ເທົ່າກັບ 23,45% ແລະພູດຂອງທ້ອງຖິ່ນ 59,27 ຕື້ກີບ ເທົ່າກັບ 19,20% ຂອງແຜນການປີ. ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 2,73%. ສ່ວນການຄຸ້ມຄອງ ລາຍຈ່າຍງົບປະມານປະຕິບັດໄດ້ 116,27 ຕື້ກີບ ເທົ່າກັບ 20,34% ການເບີກຈ່າຍແມ່ນເປັນໄປຕາມແຜນ ການທີ່ສະພາອະນຸມັດຫຼີກເວັ້ນການເບີກຈ່າຍທີ່ບໍ່ຖືກເປົ້າໝາຍ ແລະ ໄດ້ຈັດລຽງບຸລິມະສິດໂດຍຖືເອົາການເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍເປັນອັນ ດັບໜຶ່ງ.

  ສ່ວນສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບບໍ່ໄດ້ຕາມແຜນການແມ່ນເນື່ອງມາຈາກການສົ່ງອອກຊັບພະຍາກອນທຳມະຊາດແຮ່ທາດ, ຜະລິດຕະພັນອື່ນໆທີ່ບໍ່ ແມ່ນຜະລິດຕະພັນສຳເລັດຮູບ ແລະ ການຈຳໜ່າຍຜະລິດຕະພັນພາຍ ໃນບາງປະເພດແມ່ນຖືກຍົກເວັ້ນ ອັດຕາ 0% ຕາມກົດໝາຍວ່າດ້ວຍສ່ວຍສາອາກອນເລກທີ 48/ສພຊ, ການຈົດຮັບ-ຈົດຈ່າຍລາຍຮັບວິຊາການຂອງພະແນກການອ້ອມຂ້າງແຂວງບໍ່ທັນຕາມກຳນົດ, ການຈັດເກັບພາສີທີ່ດິນ ແລະການແຈ້ງມອບອາກອນມູນຄ່າເພີ່ມຂອງບາງບໍລິສັດແມ່ນຫຼຸດລົງຖ້າທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ