ສວນໝາກກ້ຽງ 2,000 ກວ່າຕົ້ນ ສ້າງລາຍຮັບໃຫ້ຄອບຄົວ ປີລະ 500 ລ້ານກີບ ຢູ່ຫຼວງນ້ຳທາ

ການຜະລິດກະສິກຳ ໂດຍສະເພາະ ການປູກໄມ້ໃຫ້ໝາກ ເປັນຕົ້ນໝາກກ້ຽງ, ໝາກພຸກ, ໝາກນັດ, ໝາກແຕ່ງ ແລະ ໝາກໝັ້ນ ສາມາດສ້າງລາຍຮັບໄດ້ເຖິງ 2,10 ຕື້ກີບຕໍ່ປີ.
ທ່ານ ຈົງກາວາ ວາໄຊຢີ ປະທານຄະນະກຳມະການປົກຄອງບ້ານທ່າຫລວງ ໄດ້ລາຍງານໃນໂອກາດທີ່ທ່ານ ສຸນີ ຄຸນປະເສີດ ຮອງປະທານຄະນະກໍາມະການປົກຄອງ ເມືອງວຽງພູຄາ ລົງຊຸກຍູ້ການປູກໄມ້ໃຫ້ໝາກຢູ່ບ້ານທ່າຫລວງ ຕາແສງນໍ້າມາຍ ເມື່ອບໍ່ດົນມານີ້ວ່າ: ບ້ານທ່າຫລວງ ມີ 49 ຫລັງຄາເຮືອນ, 68 ຄອບຄົວ, ມີພົນລະເມືອງ 319 ຄົນ, ຍິງ 150 ຄົນ, ມີຄອບຄົວທຸກຍາກ 8 ຄອບຄົວ, ທົ່ວບ້ານມີເນື້ອທີ່ທໍາການຜະລິດ 23,197 ເຮັກຕາ ໃນນີ້, ເນື້ອທີ່ການປູກພືດ ແລະ ເນື້ອທີ່ປູກໄມ້ໃຫ້ໝາກ 10 ເຮັກຕາ (ໝາກກ້ຽງ, ໝາກພຸກ, ໝາກນັດ, ໝາກແຕ່ງ ແລະ ໝາກໝັ້ນ). ນອກຈາກນີ້, ຍັງມີການປູກຢາງພາລາ ທີ່ເປັນທາແຮງຕົ້ນຕໍຢູ່ພາຍໃນບ້ານ ແລະ ອື່ນໆອີກ, ຊຶ່ງໃນປີໜຶ່ງສາມາດສ້າງລາຍຮັບໄດ້ເຖິງ 2,10 ຕື້ກີບ.
ທ່ານ ເຊັງລີ ເຈົ້າຂອງສວນໝາກກ້ຽງໄດ້ໃຫ້ຮູ້ວ່າ: ຄອບຄົວຕົນເອງ ໄດ້ເລີ່ມການປູກໝາກກ້ຽງແຕ່ປີ 2019 ມີ 2,000 ກວ່າຕົ້ນ ຊຶ່ງໄດ້ເກັບຂາຍຢູ່ໃນ 3 ປີ, ປີ 1 ສາມາດເກັບໄດ້ 100 ກວ່າໂຕນ, ສ້າງລາຍຮັບໄດ້ 450-500 ລ້ານກີບຕໍ່ປີ, ໃນປີ 2024-2025 ໄດ້ຂະຫຍາຍອອກຕື່ມ 1,500 ຕົ້ນ.
ການຊຸກຍູ້ການປູກໄມ້ໃຫ້ໝາກຢູ່ບ້ານທາຫລວງ ໂດຍສະເພາະ ຂະແໜງກະສິກຳ ຕ້ອງຊຸກຍູ້ສົ່ງເສີມ ການປູກການລ້ຽງ ຂອງປະຊາຊົນໃຫ້ກາຍເປັນສິນຄ້າສົ່ງອອກ ທີ່ມີຄຸນນະພາບ ໄປຂາຍຢູ່ພາຍໃນ ແລະ ປະເທດເພື່ອນບ້ານ ເພື່ອຫລຸດຜ່ອນຕົ້ນທຶນ ພ້ອມທັງເປັນການເພີ່ມຄວາມສາມາດໃນການແຂ່ງຂັນຊຸກຍູ້ ການຜະລິດ ເພື່ອຊ່ວຍໃຫ້ຜູ້ປະກອບການ ແລະ ກຸ່ມກະສິກອນ ທັງນີ້ກໍເພື່ອສ້າງຂີດຄວາມສາມາດ, ຖ່າຍທອດເທັກໂນໂລຢີ ແລະ ພັດທະນາການຜະລິດຂອງປະຊາຊົນໃຫ້ຫລາຍຂຶ້ນ ແລະ ເນັ້ນໃສ່ການຫັນປ່ຽນກະສິກຳແບບດັ້ງເດີມ ໄປສູ່ກະສິກຳເປັນສິນຄ້າ ເພື່ອຄໍ້າປະກັນສະບຽງອາຫານ ໃຫ້ໄດ້ມາດຕະຖານຄວາມປອດໄພ ເປັນການສ້າງໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ຂ່າວ-ພາບ: ຄໍາປິງ