.

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ລັດຖະບານອົດສະຕຣາລີ ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ.
.
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ແລະ ກິດຈະກຳຝຶກອົບຮົມ ທີ່ ນະຄອນຫຼວງວຽງຈັນ ໃນວັນທີ 27 ຫາ 28 ກໍລະກົດ 2026 ຜ່ານແຜນງານບີຄວາ (BEQUAL) ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ, ທ່ານ ນາງ ຜາສຸກ ວົງວິຈິດ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ແຂກຖືກເຊີນ 200 ກວ່າທ່ານ ຈາກ ຄະນະກົມກະຊວງສຶກສາທິການ ແລະ ກິລາ, ສະມາຊິກສະຫະພັນແມ່ຍິງລາວ, ອົງການຈັດຕັ້ງມະຫາຊົນ, ສະມາຄົມນັກຂ່າວ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ປອ ນາງ ດາລາວອນ ກິດຕິພັນ ກ່າວເປີດງານ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມື ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ຄື: “ວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ແມ່ນຄວາມຮັບຜິດຊອບຂອງທຸກຄົນ ທີ່ເປັນສ່ວນໜຶ່ງຂອງການປະຕິບັດປະຈຳວັນ ໃນໂຮງຮຽນ, ໃນສະຖາບັນ ແລະ ໃນວິທີ ທີ່ພວກເຮົາເຮັດວຽກຮ່ວມກັນ ເພື່ອອະນາຄົດຂອງເດັກທຸກຄົນ. ການຮ່ວມມືນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງກະຊວງສຶກສາທິການ ແລະ ກິລາ ໃນການຫັນນະໂຍບາຍ ໄປສູ່ການຈັດຕັ້ງປະຕິບັດ ຍ້ອນການມີເຄື່ອງມືທີ່ໃຊ້ໄດ້ຈິງ, ການຮ່ວມມືທີ່ເຂັ້ມແຂງ ແລະ ຄວາມຮັບຮູ້ຂອງຄົນໃນສັງຄົມທີ່ເພີ່ມຂຶ້ນ. ພວກເຮົາຂໍສະແດງຄວາມຂອບໃຈຕໍ່ ການສະໜັບສະໜູນຢ່າງຕໍ່ເນື່ອງຂອງອົດສະຕຣາລີຕໍ່ວຽກງານບຸລິມະສິດທີ່ສຳຄັນເຫຼົ່ານີ້”.
ທ່ານ ນາງ ເບັນນິຕາ ຊຳເມີວິວ ກໍ່ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈ ທີ່ໄດ້ຢືນຢູ່ຄຽງຂ້າງກະຊວງສຶກສາທິການ ແລະ ກິລາ ໃນການສະໜັບສະໜູນວຽກງານການປົກປ້ອງເດັກ, ຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເປັນຜູ້ນຳຂອງແມ່ຍິງໃນຂະແໜງການສຶກສາ. ສິ່ງທີ່ເຮັດໃຫ້ການຮ່ວມມືນີ້ມີຄຸນຄ່າຫຼາຍ ບໍ່ແມ່ນພຽງແຕ່ໄລຍະເວລາການຮ່ວມມື ທີ່ມີມາຍາວນານເທົ່ານັ້ນ, ແຕ່ຍ້ອນຄວາມສາມາດຫັນປ່ຽນໃຫ້ໂຮງຮຽນ ແລະ ຊຸມຊົນ ເຫັນໄດ້ເຖິງຄຸນຄ່າທີ່ສຳຄັນຂອງວຽກງານທີ່ໄດ້ຮ່ວມມືກັນພັດທະນາ”. ພ້ອມທັງເນັ້ນຢ້ຳວ່າ “ສະຫະພັນແມ່ຍິງ ມີບົດບາດອັນສຳຄັນໃນການຮັບປະກັນ ດ້ານການເປັນກະບອກສຽງ, ແນວຄິດ ແລະ ການນຳພາຂອງແມ່ຍິງ ເພື່ອປະກອບສ່ວນເຂົ້າໃນການສ້າງໃຫ້ຂະແໜງການສຶກສາ ມີຄວາມສະເໝີພາບ ແລະ ເປັນເອກະພາບກັນ”.
ພາຍໃນງານ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ຮ່ວມກັບ ພະແນກຄວາມກ້າວໜ້າຂອງແມ່ຍິງ, ຍັງໄດ້ນຳສະເໜີ ວິດີໂອ ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ຂອງກະຊວງສຶກສາທິການ ແລະ ກິລາ ເຊິ່ງໄດ້ເຜີຍແຜ່ໃນເດືອນ ກໍລະກົດ 2024 ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ເນື້ອຫາໃນວິດີໂອ ນຳສະເໜີ “ສິ່ງທີ່ຄວນເຮັດ ແລະ ສິ່ງທີ່ຫ້າມເຮັດ” ໃນການປົກປ້ອງເດັກ, ແນະນຳວິທີການການລາຍງານພຶດຕິກຳທີ່ໜ້າສົງໄສ ຫຼື ສັນຍານຂອງການລ່ວງລະເມີດ ເພື່ອໃຫ້ຄຳແນະນຳ ທີ່ເປັນປະໂຫຍດ ແລະ ເຂົ້າໃຈໄດ້ງ່າຍ ໂດຍຜູ້ເຮັດວຽກໃນຂະແໜງການສຶກສາ ແລະ ທຸກຄົນທີ່ເຮັດວຽກໂດຍກົງກັບເດັກສາມາດປະຕິບັດໄດ້ຈິງ. ນອກຈາກນັ້ນ, ລັດຖະບານອົດສະຕຣາລີ ຍັງໄດ້ມອບອຸປະກອນເພື່ອຜະລິດວິດີໂອວິດີໂອ ແລະ ອຸປະກອນໄອທີ ມູນຄ່າ 37,662 ໂດລາອົດສະຕຣາລີ ຫຼື 585,793,000 ກີບ ເພື່ອສະໜັບສະໜູນວຽກງານຂອງທີມງານສື່ຂອງກະຊວງສຶກສາທິການ ແລະ ກິລາ.
ພາຍຫຼັງຈົບພິທີທາງການ, ທີມງານສື່ມວນຊົນຈາກຂັ້ນສູນກາງ ແລະ ທ້ອງຖິ່ນຂອງກະຊວງສຶກສາທິການ ແລະ ກິລາ, ພ້ອມກັບນັກຂ່າວຈາກຫຼາຍພາກສ່ວນ, ໄດ້ເຂົ້າຮ່ວມການຝຶກອົບຮົມ ເພື່ອເສີມສ້າງຄວາມເຂົ້າໃຈຂອງກ່ຽວກັບການລາຍງານຂ່າວທີ່ມີຄວາມຮັບຜິດຊອບສູງ, ການປົກປ້ອງເດັກ, ການຖ່າຍຮູບ ແລະ ການຖ່າຍວິດີໂອເດັກຢ່າງປອດໄພ ລວມເຖິງການສື່ສານທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ເນື່ອງຈາກສື່ມວນຊົນ ມີອິດທິພົນຕໍ່ການປ່ຽນແປງພຶດຕິກຳຂອງຄົນໃນສັງຄົມ ແລະ ສົ່ງເສີມໃຫ້ໂຮງຮຽນເປັນພື້ນທີ່ປອດໄພ ແມ່ນສິ່ງຈຳເປັນເພື່ອຊຸກຍູ້ ສະຫວັດດີພາບ, ການມີສ່ວນຮ່ວມ, ການເຂົ້າຮຽນເປັນປະຈຳ ແລະ ການຮຽນຮູ້ຂອງເດັກ; ໂດຍການຝຶກອົບຮົມດັ່ງກ່າວຈະດຳເນີນໂດຍ ຄູຝຶກດ້ານວຽກງານຄວາມສະເໝິພາບຍິງ-ຊາຍ, ພະແນກຄວາມກ້າວໜ້າຂອງແມ່ຍິງ ແລະ ຈາກມະຫາວິທະຍາໄລແຫ່ງຊາດ.