ແຕ່ລະວັນ ນະຄອນຫຼວງວຽງຈັນ ເກັບຂີ້ເຫຍື້ອໄດ້ພຽງ 500 ໂຕນ ຈາກທັງໝົດເກືອບ 900 ໂຕນ

ບັນຫາຂີ້ເຫຍື້ອຕົກຄ້າງຕາມຈຸດຕ່າງໆ ໃນນະຄອນຫລວງວຽງຈັນ (ນວ) ເກີດຈາກຫລາຍສາເຫດ ທັງຈາກຂະແໜງການຜູ້ຮັບຜິດຊອບ, ຜູ້ປະກອບການ, ປະຊາຊົນ, ລະບົບໂຄງລ່າງ ລວມເຖິງສະພາບການດ້ານເສດຖະກິດ ແລະ ການຂາດແຄນແຮງງານ ຊຶ່ງລ້ວນແຕ່ສົ່ງຜົນກະທົບຕໍ່ວຽກງານເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ.
ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຄຸ້ມຄອງຕົວເມືອງ ນວ (ຄບຕ) ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 27 ກໍລະກົດ 2026 ນີ້ວ່າ: ສາ ເຫດທີ່ພາໃຫ້ເກີດມີສະພາບຂີ້ເຫຍື້ອຕົກຄ້າງຕາມຈຸດຕ່າງໆໃນຕົວເມືອງ ແມ່ນເກີດຈາກຫລາຍສາເຫດ ເປັນຕົ້ນ ດ້ານບໍລິສັດຜູ້ປະກອບການ ຊຶ່ງເປັນພາກສ່ວນຮັບຜິດຊອບໂດຍກົງຕໍ່ການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ, ຍັງມີບາງບໍລິສັດທີ່ຂີດຄວາມສາມາດ ດ້ານການບໍລິການຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ ເປັນຕົ້ນ ພາຫະນະເປ່ເພ, ຂາດແຄນແຮງງານ ແລະ ອື່ນໆ ເຮັດໃຫ້ການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ ຢູ່ບາງເຂດບໍ່ສາມາດດຳເນີນໄດ້ຕາມແຜນ ແລະ ເກີດມີຫາງສຽງຈົ່ມວ່າ ຈາກສັງຄົມ ຕໍ່ການບໍລິການເປັນແຕ່ລະໄລຍະ. ຂະນະດຽວກັນ, ປະຊາຊົນ ແລະ ພາກສ່ວນຜະລິດຂີ້ເຫຍື້ອຈຳນວນໜຶ່ງ ຍັງບໍ່ເຂົ້າເຮັດສັນຍາເກັບມ້ຽນຂີ້ເຫຍື້ອ, ອີກທັງຍັງມີການສວຍໂອກາດ ລັກຖິ້ມຂີ້ເຫຍື້ອຊະຊາຍຕາມສະຖານທີ່ຕ່າງໆ, ຖິ້ມຕາມດິນເປົ່າຫວ່າງ, ຮ່ອງລະບາຍນ້ຳ ແລະ ແມ່ນ້ຳລຳເຊ, ລວມເຖິງການຈູດເຜົາຂີ້ເຫຍື້ອ. ນອກນັ້ນ, ການເຮັດສັນຍາເກັບມ້ຽນບາງກໍລະນີ ຍັງບໍ່ສອດຄ່ອງກັບປະລິມານຂີ້ເຫຍື້ອທີ່ຜະລິດຂຶ້ນຕົວຈິງ. ດ້ານພື້ນຖານໂຄງລ່າງ ແລະ ເສັ້ນທາງໃນບາງເຂດ ກໍເປັນອີກປັດໄຈໜຶ່ງ ທີ່ສົ່ງຜົນກະທົບຕໍ່ການເຂົ້າບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ. ພ້ອມນີ້, ການໂຄສະນາເຜີຍແຜ່ນິຕິກຳ ແລະ ລະບຽບການວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນ ນວ ຍັງບໍ່ທັນກວ້າງຂວາງ ແລະ ທົ່ວເຖິງ. ສ່ວນສະ ພາບການດ້ານເສດຖະກິດ, ອັດຕາເງິນເຟີ້, ລາຄານ້ຳມັນເຊື້ອໄຟທີ່ສູງຂຶ້ນ ແລະ ການຂາດແຄນແຮງງານຍັງເປັນສິ່ງທ້າທາຍທີ່ສົ່ງຜົນຕໍ່ຕົ້ນທຶນ ແລະ ປະສິດທິພາບໃນວຽກງານເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ.
ສຳລັບມາດຕະການແກ້ໄຂ, ນະຄອນຫລວງວຽງຈັນ ໄດ້ກຳນົດແຜນຂະຫຍາຍຍຸດທະສາດ ແລະ ແຜນດຳເນີນງານການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງ ແຕ່ປີ 2021-2030, ພ້ອມທັງມີຂໍ້ຕົກລົງເຈົ້າຄອງນະຄອນຫລວງວຽງຈັນ ວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫລວງວຽງຈັນ ຊຶ່ງໃນໄລຍະຜ່ານມາ, ຫ້ອງການ ຄບຕ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງ ຈັດໂຄສະນາເຜີຍແຜ່ນິຕິກຳດັ່ງກ່າວ ໃນ 9 ເມືອງ ໂດຍມີບັນດາຫ້ອງການອ້ອມຂ້າງເມືອງ, ນາຍບ້ານ ແລະ ເລຂາພັກບ້ານ ເຂົ້າຮ່ວມທັງໝົດ 673 ຄົນ. ພ້ອມນີ້, ຍັງໄດ້ສົມທົບກັບຄະນະໂຄສະນາອົບຮົມນະຄອນຫລວງ ໃນການເຜີຍແຜ່ນິຕິກຳຜ່ານສື່ຕ່າງໆ ແລະ ສົມທົບກັບອົງການປົກຄອງເມືອງ, ບ້ານ ແລະ ບໍລິສັດຜູ້ປະກອບການ ເພື່ອຜັນຂະຫຍາຍນິຕິກຳ, ຕິດຕາມກວດກາ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໃນແຕ່ລະເມືອງ.
ໃນໄລຍະຕໍ່ໜ້ານີ້ ຄບຕ ຈະເລັ່ງຜັນຂະຫຍາຍແຜນການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງ ໃຫ້ເປັນແຜນງານ ແລະ ໂຄງການທີ່ເປັນຮູບປະທຳ, ສອດຄ່ອງກັບ 4 ເປົ້າໝາຍຂອງນິຕິກຳ, ພ້ອມເພີ່ມທະວີການໂຄສະນາເຜີຍແຜ່ ໃຫ້ທຸກພາກສ່ວນເຂົ້າໃຈ ແລະ ປະຕິບັດພັນທະຄວາມຮັບຜິດຊອບຂອງຕົນຢ່າງເຂັ້ມງວດ. ພ້ອມນີ້, ຈະເລັ່ງປະເມີນການຈັດຕັ້ງປະຕິບັດຂອງບັນດາບໍລິສັດຜູ້ປະກອບການ ເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ ເພື່ອປັບປຸງຈັດສັນເຂດບໍລິການຄືນໃໝ່ ໃຫ້ສອດຄ່ອງກັບເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ເພື່ອແກ້ໄຂບັນຫາໃຫ້ຂາດຕົວ, ພ້ອມທັງຈະເລັ່ງປັບປຸງລະ ບົບບໍລິຫານຈັດການຂີ້ເຫຍື້ອຄືນໃໝ່ ໂດຍເນັ້ນການປັບປຸງລະບົບເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ ໃຫ້ມີລັກສະນະລວມສູນ, ປັບປຸງວິທີການກຳຈັດຂີ້ເຫຍື້ອຢູ່ສະໜາມ ປ່ຽນຈາກການຖົມຄືໃນປັດຈຸບັນ ມາເປັນການເຜົາດ້ວຍຄວາມຮ້ອນສູງ ເພື່ອໃຫ້ສາມາດນຳໃຊ້ປະໂຫຍດຈາກຂີ້ເຫຍື້ອ ເພື່ອຜະລິດພະ ລັງງານ, ນ້ຳມັນ ຫລື ຝຸ່ນຊີວະພາບ, ພ້ອມທັງຈັດສັນເຂດບໍລິການ ໃຫ້ສອດຄ່ອງກັບບັນດາຕາແສງ ເຊັ່ນ: ຕາແສງໜຶ່ງມີພາກສ່ວນໜຶ່ງຮັບຜິດຊອບ.
ທ່ານ ປັນຍາ ມະນີວົງ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນ, ການເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອ ໄດ້ເຂົ້າບໍ ລິການທັງ 9 ຕົວເມືອງ. ໃນນັ້ນ, ເຂົ້າບໍລິການໄດ້ 361 ບ້ານ ຫລື ປະມານ 75% ຂອງຈໍານວນບ້ານທັງໝົດ ໃນນະຄອນຫລວງວຽງຈັນ 481 ບ້ານ ໂດຍມີທັງພາກສ່ວນລັດ ແລະ ບໍລິສັດຜູ້ປະກອບການ 12 ບໍລິສັດ, ໃນນີ້ພາກສ່ວນລັດ ຮັບຜິດຊອບເຂົ້າບໍລິການ 192 ບ້ານ (ຊຶ່ງແມ່ນບໍລິສັດ ສະມອນບີ້ ທີ່ປຶກສາດ້ານການລົງທຶນ ຈຳກັດ ເປັນຜູ້ຮັບຜິດຊອບໃນການບໍລິຫານ) ໂດຍອີງຕາມຈຳນວນປະຊາກອນໃນນະຄອນຫລວງວຽງຈັນ ຄາດຄະເນປະລິມານຂີ້ເຫຍື້ອເກີດຂຶ້ນໃນແຕ່ລະວັນ ປະມານ 700-900 ໂຕນ. ແຕ່ຕົວຈິງສາມາດເກັບມ້ຽນ-ຂົນສົ່ງ ໄປກຳຈັດຢູ່ສະໜາມຂີ້ເຫຍື້ອ ຫລັກ 32 ໄດ້ປະມານ 500 ໂຕນຕໍ່ວັນ, ສ່ວນທີ່ເຫລືອແມ່ນຖືກກຳຈັດແບບບໍ່ຖືກຕ້ອງ ເຊັ່ນ: ຖິ້ມຊະຊາຍຕາມສະຖານທີ່ຕ່າງໆ, ຖິ້ມຕາມດິນເປົ່າວ່າງ, ຖິ້ມລົງຮ່ອງລະບາຍນໍ້າ, ແມ່ນໍ້າລຳເຊ, ມີການຈູດເຜົາ ແລະ ອື່ນໆ.
ຢ່າງໃດກໍຕາມ ການແກ້ໄຂບັນຫາຂີ້ເຫຍື້ອທີ່ຕົກຄ້າງໃນຕົວເມືອງ ຈຳເປັນຕ້ອງອາໄສການຮ່ວມມືຈາກທຸກພາກສ່ວນທັງພາກລັດ, ພາກທຸລະກິດ, ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ໃນການປະຕິບັດຕາມນິຕິກຳ, ຮ່ວມກັນຮັກສາຄວາມສະອາດ ແລະ ສ້າງນະຄອນຫລວງວຽງຈັນ ໃຫ້ສະອາດ, ເປັນລະບຽບ ແລະ ໜ້າຢູ່ຢ່າງຍືນຍົງ.
ຂ່າວ-ພາບ: ທະນູທອງ (ຂປລ)