ປີແລ້ວ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດຫົວແຊຈະເລີນທຸລະກິດເຕີບໃຫຍ່ເຂັ້ມແຂງ

ຖືເປັນການບໍລິຫານຈັດການທີ່ມີຄຸນນະພາບສູງພໍສົມຄວນ ສໍາລັບໃນສົກປີ 2025 ຜ່ານມາ ຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຫົວແຊຈະເລີນ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ທີ່ຈໍານວນສະມາຊິກ, ເງິນຮຸ້ນ, ເງິນຝາກ ແລະ ເງິນກູ້ປ່ອຍໃຫ້ສະມາຊິກ ມີການຂະຫຍາຍຕົວເພີ່ມຂຶ້ນ ພ້ອມທັງມອບອາກອນກຳໄລໃຫ້ລັດ 641 ລ້ານກີບ.
ທ່ານ ໄຊຍາ ທໍາມະວົງແສງ, ຜູ້ອໍານວຍການສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຫົວແຊຈະເລີນ ໄດ້ໃຫ້ສໍາພາດຕໍ່ສື່ຂ່າວໜັງສືພິມ ເສດຖະກິດ-ສັງຄົມ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຫົວແຊຈະເລີນ ມີຕົ້ນກຳເນີດມາຈາກ ກອງທຶນພັດທະນາບ້ານຫົວແຊ ເຊິ່ງສ້າງຕັ້ງຂຶ້ນຕາມແນວທາງນະໂຍບາຍຂອງ ພັກ-ລັດຖະບານ ເພື່ອເປັນສ່ວນໜຶ່ງໃນວຽກງານຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນໃນຊຸມປີ 2005.
ພາຍຫຼັງເຄື່ອນໄຫວມາໄດ້ 3 ປີ ເຫັນໄດ້ວ່າ ກອງທຶນມີລັກສະນະເຕີບໃຫຍ່ ຂະຫຍາຍຕົວ ແລະ ມີທ່າແຮງ, ທາງຄະນະຜູ້ບໍລິຫານ ພ້ອມດ້ວຍສະມາຊິກກອງທຶນ ຈຶ່ງໄດ້ຂໍຂຶ້ນທະບຽນເປັນ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເພື່ອຫັນເຂົ້າສູ່ລະບຽບຄຸ້ມຄອງຢ່າງເປັນລະບົບ ແລະ ມີມາດຕະຖານ. ໃນປີ 2008 ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຫົວແຊຈະເລີນ ໄດ້ຮັບການສ້າງຕັ້ງຂຶ້ນ ຕາມໃບອະນຸຍາດ ເລກທີ 03/ກຄທສ, ລົງວັນທີ 29/12/2008 ຈາກກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ. ຜ່ານການເຄື່ອນໄຫວມາເປັນເວລາ 15 ປີ, ໃນວັນທີ 10/02/2026 ຈຶ່ງໄດ້ຮັບໃບທະບຽນສະຫະກອນ ສະບັບເລກທີ 001/ກສຂ.ຈສ ຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ຕາມກົດໝາຍວ່າດ້ວຍສະຫະກອນ.
ຕະຫລອດປີ 2025 ຜ່ານມາ ການໃຫ້ບໍລິການທາງດ້ານການເງິນຝາກ ແລະ ສິນເຊື່ອໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ປະຈຸບັນມີສະມາຊິກທັງໝົດ 4,749 ຄົນ ເພີ່ມຂຶ້ນ 672 ຄົນ, ຈຳນວນເງິນຮຸ້ນ ທັງໝົດ 13.4 ຕື້ກີບ ເພີ່ມຂຶ້ນ 15%, ຈຳນວນເງິນຝາກທັງໝົດ 61.2 ຕື້ກີບ ເພີ່ມຂຶ້ນ 40%, ຈຳນວນເງິນກູ້ປ່ອຍໃຫ້ສະມາຊິກ 59.2 ຕື້ກີບ ເພີ່ມຂຶ້ນ 18% ແລະ ສະຫະກອນໄດ້ມອບອາກອນກຳໄລ ໃຫ້ລັດ ຈຳນວນ 641 ລ້ານກີບ, ກຳໄລສຸດທິ 2.7 ຕື້ກີບ ເພີ່ມຂຶ້ນ 10%.
ທ່ານ ຜູ້ອໍານວຍການ ໃຫ້ຮູ້ຕື່ມວ່າ: ເຖິງແມ່ນວ່າ ສະພາບເສດຖະກິດໂດຍລວມຈະພົບຂໍ້ຫຍຸ້ງຍາກ ແລະ ສົ່ງຜົນກະທົບຕໍ່ການດຳເນີນທຸລະກິດ ກໍຄືການດຳລົງຊີວິດປະຈຳວັນຂອງສະມາຊິກ, ແຕ່ລະບົບຂອງສະຫະກອນ ພວກເຮົາແມ່ນໄດ້ເນັ້ນໜັກ "ການເພິ່ງຕົນເອງ, ກຸ້ມຕົນເອງ" ມາແຕ່ເລີ່ມຕົ້ນ. ພ້ອມກັນນີ້ ຍັງເນັ້ນຝຶກອົບຮົມໃຫ້ສະມາຊິກສ້າງແຫຼ່ງລາຍຮັບຫຼາຍທາງ ແລະ ມີວິນັຍທາງການເງິນ ເຊິ່ງສອດຄ່ອງກັບແນວທາງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ຂອງ ພັກ-ລັດຖະບານ ວາງອອກ ເຮັດໃຫ້ສະຫະກອນມີຄວາມໝັ້ນຄົງ ແລະ ຂະຫຍາຍຕົວໄດ້ຢ່າງແຂງແຮງ.
ທ່ານຜູ້ອໍານວຍໃຫ້ຮູ້ຕື່ມວ່າ: ເຖິງແມ່ນວ່າ ສະພາບເສດຖະກິດ ໂດຍລວມຈະພົບຂໍ້ຫຍຸ້ງຍາກ ແລະສົ່ງຜົນກະທົບ ຕໍ່ການດຳເນີນທຸລະກິດ ແລະ ການດຳລົງຊິວິດ ປະຈຳວັນຂອງສະມາຊິກສະຫະກອນ ແຕ່ລະບົບຂອງ ສະຫະກອນ ເວົ້າລວມ ເວົ້າສະເພາະ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ພວກເຮົາ ແມ່ນໄດ້ເນັ້ນໜັກ ການເພິ່ງຕົນເອງ ກຸ້ມຕົນເອງ ມາແຕ່ເລີ່ມຕົ້ນ ພ້ອມກັນນີ້ ຍັງເນັ້ນຝຶກສອນໃຫ້ສະມາຊິກ ສ້າງແຫລ່ງລາຍຮັບຫລາຍທາງ ແລະ ມີວິໃນທາງການເງິນ ເຊິ່ງພຶດຕິກຳດັ່ງກ່າວນີ້ ແມ່ນສອດຄ່ອງ ກັບແນວທາງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ຂອງພັກ-ລັດຖະບານວາງອອກ ເຮັດໃຫ້ສະຫະກອນ ມີຄວາມໝັ້ນຄົງຢູ່ໄດ້ ແລະ ມີການຂະຫຍາຍຕົວຢ່າງແຂງແຮງ