ໄຊທານີ ສືບຕໍ່ປະຕິບັດ 9 ແຜນວຽກກະຕຸ້ນເສດຖະກິດໃຫ້ບັນລຸ 10% ຕໍ່ປີ

  ແນໃສ່ຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງເມືອງສືບຕໍ່ຂະຫຍາຍຕົວໃນລະດັບ 10% ຕໍ່ປີ ແລະໃນໄຕມາດສອງຂອງປີນີ້, ເມືອງໄຊທານີ ຈຶ່ງສຸມໃສ່ 9 ແຜນງານຕົ້ນຕໍແມ່ນແຜນການເກັບລາຍຮັບ, ການພັດທະນາຕົວເມືອງ,ການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ,ການຫັນປ່ຽນຈາກການຜະລິດດ້ວຍມືໄປສູ່ການນຳໃຊ້ກົນຈັກ ແລະການສຸມໃສ່ການຜະລິດລະດູຝົນໃຫ້ໄດ້ຕາມລະດັບຄາດໝາຍ.

  ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໄຊທານີ ໃຫ້ສຳພາດເມື່ອບໍ່ດົນມານີ້ຮູ້ວ່າ: ໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ເວົ້າລວມແມ່ນປະຕິບັດຕາມມະຕິ 6 ຂອງເມືອງ, ຊຶ່ງໃນມະຕິ 6 ໄດ້ກຳນົດກ່ຽວກັບເລື່ອງແຜນງານ ແລະໂຄງການຕ່າງໆໃນແຕ່ລະໄລຍະ,ໃນກອງປະຊຸມຄົບຄະນະບໍລິຫານພັກເມືອງ ຄັ້ງທີ 18 ທີ່ຈັດຂຶ້ນໃນເດືອນມີນາຜ່ານມານີ້ໄດ້ກຳນົດວຽກງານຈຸດສຸມທີ່ຈະເຮັດແມ່ນອີງຕາມທິດຊີ້ນຳຂອງນະຄອນຫຼວງ ແລະມະຕິ 6 ຂອງຄະນະພັກເມືອງ

ເພື່ອກຳນົດວ່າຈະສຸມໃສ່ອັນໃດ ແລະ 3 ເດືອນໃນໄຕມາດສອງຂອງປີແມ່ນຈະສຸມໃສ່ 9 ວຽກງານໃຫຍ່ເພື່ອຈັດຕັ້ງປະຕິບັດເປັນຕົ້ນແມ່ນ 1 ການເກັບລາຍ ຮັບໂດຍເອົາໃຈໃສ່ຈັດຕັ້ງປະຕິບັດວຽກເກັບລາຍຮັບ, ເນື່ອງຈາກໃນ ປີ 2019 ນີ້, ຕົວເລກຄາດໝາຍທີ່ນະຄອນຫຼວງມອບໃຫ້ເມືອງແມ່ນ 47,38 ຕື້ກີບເພີ່ມຂຶ້ນຈາກປີຜ່ານມາ (2018 ນະຄອນຫຼວງມອບໃຫ້ເມືອງ 45 ຕື້ກີບ, ປະຕິບັດໄດ້ທັງໝົດ 98%) ເພື່ອໃຫ້ບັນລຸຕາມຄາດໝາຍເມືອງຈຶ່ງຕ້ອງມີໂຄງ ການສຸມໃສ່ບຸກທະລຸໃນການເກັບລາຍຮັບໃຫ້ໄດ້ລື່ນຄາດໝາຍ ຫຼື ໃຫ້ໄດ້ຕາມລະດັບຄາດໝາຍ, ໃນປີນີ້ຫ້ອງການການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງຈະໄດ້ປຸກລະດົມໃຫ້ແກ່ພວກເຮົາເກັບໃຫ້ໄດ້ຕາມຄາດໝາຍທີ່ນະຄອນຫຼວງວາງອອກ;

  ສ່ວນຈຸດສຸມທີ 2 ແມ່ນສຸມໃສ່ວຽກການສ້າງກຸ່ມບ້ານໃຫ້ເປັນຕົວເມືອງເພາະໃນແຜນການທີ່ລະບຸໃນມະຕິ 6 ໃຫ້ສ້າງກຸ່ມບ້ານຊ້າງເປັນຕົວເມືອງ ແລະກໍແມ່ນແນວທາງໜຶ່ງຂອງນະຄອນຫຼວງໃຫ້ສືບຕໍ່ເຮັດເພື່ອເຮັດໃຫ້ເມືອງໄຊທານີ ມີການພັດທະນາໂດຍສະເພາະແມ່ນເຂດກຸ່ມບ້ານຊ້າງ; 3 ວຽກງານແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ໄຊທານີເປັນໜຶ່ງທີ່ມີເນື້ອທີ່ກວ້າງຊຸມຊົນເລີ່ມມີການພັດທະນາປະກົດການຫຍໍ້ທໍ້ກໍເລີ່ມຫຼາຍຂຶ້ນ, ແຕ່ເຮັດແນວໃດຈະໃຫ້ປະກົດ ການຫຍໍ້ທໍ້ນັບມື້ຫຼຸດລົງເມືອງຈຶ່ງໄດ້ສຸມໃສ່ວຽກດັ່ງກ່າວເປັນບຸລິມະສິດໜຶ່ງໃນການພັດທະນາຂອງເມືອງ; 4 ແກ້ໄຂຄວາມຮຽບຮ້ອຍຕາມເສັ້ນທາງຜ່ານມາເມືອງໄຊ ທານີໄດ້ຮັບການສ່ອງແສງຈາກສັງຄົມໂດຍສະເພາະຄວາມຮຽບຮ້ອຍຕາມເສັ້ນທາງເລີ່ມຈາກທາງ 13 ໃຕ້ຖະໜົນໄກສອນພົມວິຫານ ແລະເສັ້ນທາງອື່ນໆໃນຕົວເມືອງທີ່ຕິດພັນກັບວຽກງານຮັກຊາດ ແລະ ພັດທະນາ, ວຽກງານປັບປຸງເຮັດໃຫ້ເສັ້ນທາງມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍ;

 ສຳລັບວຽກທີ 5 ແມ່ນວຽກນຳໃຊ້ກົນຈັກເພື່ອຫຼຸດຜ່ອນແຮງງານກະສິກອນເຂົ້າໃນການຜະລິດກະສິກຳໂດຍຫຼຸດແຮງງານໃຫ້ໄດ້ 10% ຕາມຈິດໃຈຂອງນະ ຄອນຫຼວງ ແລະ 6 ການຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມຕະຫຼາດຕ່າງໆໂດຍສະເພາະແມ່ນບັນດາຕະຫຼາດທີ່ມີຢູ່ໃນປະຈຸບັນຊຶ່ງຈະສຸມໃສ່ໃຫ້ໄດ້ມາ ດຕະຖານໃຫ້ວຽກງານບໍລິການນີ້ຫັນເຂົ້າສູ່ຄວາມເປັນລະບຽບ,ມາດຽວນີ້ຍັງປະກົດວ່າມີພໍ່ຄ້າຊາວຂາຍຈຳນວນຫຼາຍທີ່ຂາຍໄປຕາມເສັ້ນທາງຕ່າງໆເບິ່ງແລ້ວຍັງບໍ່ເປັນລະບຽບເທື່ອ 7 ວຽກງານຂຶ້ນທະບຽບແຮງງານຕ່າງປະເທດປະກົດວ່າດຽວນີ້ຢູ່ເມືອງໄຊທານີ ເຫັນວ່າຊາວຕ່າງປະເທດເຂົ້າມາເຄື່ອນໄຫວທຳມາຫາ

ກິນຍັງມີຫຼາຍທີ່ຖືກກົດໝາຍ ແລະ ບໍ່ຖືກກົດໝາຍ, ສະນັ້ນ ຈຶ່ງຕ້ອງໄດ້ ສຸມໃສ່ໃຫ້ເຂົາເຈົ້າເຂົ້າສູ່ລະບຽບຕົ້ນຕໍແມ່ນເອົາມາດຕະການ, ລະບຽບກົດໝາຍວ່າດ້ວຍການຄຸ້ມ ຄອງຄົນຕ່າງປະເທດ ເປັນຫຼັກ; 8 ວຽກງານທີ່ຕິດພັນກັບລັດຖະບານ, ນະຄອນຫຼວງໃນການແກ້ໄຂການ ໄກ່ເກ່ຍເສັ້ນທາງລົດໄຟ ລາວ-ຈີນ, ເພາະໄຊທານີ ເປັນເມືອງໜຶ່ງທີ່ຖືກໂຄງການທາງລົດໄຟ, ຊຶ່ງປະຈຸບັນ ພວມດຳເນີນການໄກ່ເກ່ຍສິ່ງກີດ ຂວາງຕ່າງໆ ເພື່ອເຮັດໃຫ້ບໍລິສັດທີ່ຮັບຜິດຊອບການກໍ່ສ້າງໄດ້ດຳເນີນໄປຢ່າງສະດວກ ແລະວຽກທີ 9 ແມ່ນວຽກໄກ່ເກ່ຍເສັ້ນທາງດ່ວນລະຫວ່າງໄອເຕັກ-ດົງໝາກຄາຍ, ຖ້າຫາກໂຄງການດັ່ງກ່າວສ້າງສຳເລັດຈະເປັນການອຳນວຍຄວາມສະດວກໃນການໄປ-ມາຂອງປະຊາຊົນໃນເມືອງກໍຄືນະຄອນຫຼວງ, ຊຶ່ງປະຈຸບັນທາງເມືອງສົມທົບກັບນະຄອນຫຼວງພວມດຳເນີນການ ໄກ່ເກ່ຍ, ນອກນັ້ນຍັງເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນຜະລິດໃນລະດູຝົນແນໃສ່ໃຫ້ໄດ້ 3 ເພີ່ມແລະນັ້ນກໍແມ່ນ 9 ວຽກຫຼັກທີ່ຈະສຸມໃສ່ໃນໄຕມາດສອງຂອງປີນີ້, ທັງນີ້ກໍເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງເມືອງນັບມື້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ