ນາຍົກ ຊີ້ນໍາດ່ານໜອງນົກຂຽນ ເຂັ້ມງວດກວດກາ ກຸ່ມສະແກມເມີ ແລະປ່າໄມ້ຊາຍແດນ

ໃນວັນທີ 25 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບ ດ້ານແຂວງຈໍາປາສັກ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ພ້ອມດ້ວຍ ທ່ານ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ແລະ ຄະນະ ໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ຊີ້ນໍາ ວຽກງານຢູ່ດ່ານໜອງນົກຂຽນ (ດ່ານຊາຍແດນ ລາວ-ກຳປູເຈຍ), ເມືອງໂຂງ, ແຂວງຈຳ ປາສັກ ໂດຍມີ ຄະນະ ຄຸ້ມຄອງດ່ານ ແລະ ເຈົ້າໜ້າທີ່ປະຈໍາດ່ານດັ່ງກ່າວ ໃຫ້ການຕ້ອນຮັບ.
ໃນໄລຍະ 6 ເດືອນ ຕົ້ນປີ 2026 ດ່ານສາກົນໜອງນົກຂຽນ ໄດ້ກວດກາຄົນເຂົ້າ-ອອກເມືອງ ທັງໝົດ 55,869 ເທື່ອຄົນ; ມີພາຫະນະ ເຂົ້າ-ອອກ ທັງໝົດ 2,929 ເທື່ອຄັນ; ການເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 16.21 ຕື້ກີບ ເທົ່າກັບ 86.2% ຂອງແຜນປີ. ນອກນັ້ນ ຍັງໄດ້ ອອກວິຊາກັບດ່ານ ໄດ້ 8,362 ຄົນ, ມີລາຍຮັບຈາກການອອກວິຊາດັ່ງກ່າວ 180,920 ໂດລາ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໜັກບາງດ້ານ ຕໍ່ຄະນະຄຸ້ມຄອງດ່ານ ແລະ ພາກສ່ວນກ່ຽວຂ້ອງ ເປັນຕົ້ນ ໃຫ້ເລັ່ງປັບປຸງການບໍລິການດ້ານຄົມມະນາຄົມຂົນສົ່ງ ໃຫ້ສະດວກ, ວ່ອງໄວ ແລະ ໂລ່ງລ່ຽນກວ່າເກົ່າ; ປັບປຸງ ບູລະນະໂຄງລ່າງພື້ນຖານຕ່າງໆ ຂອງດ່ານ ໃຫ້ມີຄວາມແຂງແຮງ, ທົນທານ ແລະ ສະອາດງາມຕາ; ເລັ່ງຈັດເກັບລາຍຮັບສ່ວນທີ່ຍັງຄົງຄ້າງ ໃຫ້ບັນລຸແຜນການ ທີ່ກຳນົດໄວ້ ຫຼື ລື່ນ ແຜນການ; ເຂັ້ມງວດ ກວດກາຄົນເຂົ້າ-ອອກ, ຕິດຕາມເປົ້າໝາຍ ກຸ່ມແກ້ງ ສະແກມເມີ ແລະ ເພີ່ມທະວີ ການຄຸ້ມຄອງປ່າໄມ້ ຕາມບໍລິເວນ ຊາຍແດນ; ເພີ່ມທະວີການພົວພັນຮ່ວມມືກັບບັນດາເມືອງ ຂອງກຳປູເຈຍ ທີ່ມີ ຊາຍແດນຕິດ ກັບເມືອງໂຂງ; ສືບຕໍ່ຊຸກຍູ້ສົ່ງເສີມວຽກງານ ການຄ້າ, ວັດທະນະທຳ, ກິລາ ແລະ ບຸນປະເພນີ ຕ່າງໆ ເພື່ອສ້າງບັນຍາກາດຊຸກຍູ້ ແລະ ດຶງດູດ ການທ່ອງທ່ຽວ; ຍົກລະດັບລະບົບການບໍລິການ ຄົນເຂົ້າ-ອອກ ເມືອງ ໃຫ້ມີຄວາມທັນສະໄໝ, ສະດວກ ແລະ ຮັບປະກັນຄວາມປອດໄພ ໂດຍສະເພາະ ການ ຕິດຕັ້ງເຄື່ອງສະ ແກນ, ກ້ອງວົງຈອນປິດ ແລະ ລະບົບອັດຕະໂນມັດ ຕ່າງໆ.