ພົບລີງກັງ 13 ໂຕຖືກລັກລອບລ້ຽງ! ເຈົ້າໜ້າທີ່ແຂວງເຊກອງ ເຂົ້າຢຶດ ແລະປ່ອຍຄືນສູ່ທຳມະຊາດ

‎ໃນວັນທີ 24 ກໍລະກົດ 2026 ຜ່ານມານີ້ ທ່ານ ໄພສະໝອນ ໄອແກ້ວ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເຊກອງ ແລະ ທ່ານ ນາງ ໜູກອນ ໄຊສະຫງ່າ ຄະນະປະຈຳພັກເມືອງ,ປະທານແນວລາວສ້າງຊາດເມືອງທ່າແຕງ ໄດ້ຮ່ວມກັນຈັດພິທີປ່ອຍສັດປ່າປະເພດຫວງຫ້າມ ບັນຊີ 1 ,ເປັນສັດປ່າປະເພດ ລີງກັງ ຄືນສູ່ທຳມະຊາດ ທີ່ເຂດປ່າປ້ອງກັນແຫ່ງຊາດ ພູຈວມ,ບ້ານຫ້ວຍຊາຍ,ເມືອງທ່າແຕງ,ໂດຍມີເຈົ້າໜ້າທີ່ ແລະ ຂະແໜງການກ່ຽວຂ້ອງ ພ້ອມດ້ວຍອົງການປົກຄອງບ້ານເຂົ້າຮ່ວມ.
 
‎ທ່ານ ໄພສີ ອາຍະວົງ ຮອງຫົວໜ້າກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄຳສັ່ງເລກທີ 25/ນຍ,ລົງວັນທີ 17 ກັນຍາ 2025 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ສັດນໍ້າ,ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ແລະ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ສະກັດກັ້ນ,ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ ກ່ຽວກັບ ການ ລ່າ,ລ້ຽງ,ຂະຫຍາຍພັນ,ມີໄວ້ໃນຄອບຄອງ,ຄ້າຂາຍ,ນໍາເຂົ້າ,ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ,ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ໃຫ້ສອດຄ່ອງຕາມກົດໝາຍ,ລະບຽບການ ທີ່ລັດຖະບານໄດ້ວາງອອກ ແລະ ສົນທິສັນຍາສາກົນ.ເຊິ່ງໃນວັນທີ 15 ກໍລະກົດ 2026 ເຈົ້າໜ້າທີ່ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງໄດ້ຮັບແຈ້ງ ຈາກພົນລະເມືອງດີ ມີຄົນຕ່າງປະເທດ ສັນຊາດຈີນ ທີ່ມາເຊົ່່າເຮືອນຕົນ ມີສັດປ່າຫວງຫ້າມ ໄວ້ໃນຄອບຄອງ,ລ້ຽງໄວ້ຢູ່ບ້ານເພຍໃໝ່,ເມືອງລະມາມ,ແຂວງເຊກອງ.
 
ສະນັ້ນ ເຈົ້າໜ້າທີ່ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຶ່ງໄດ້ເຄື່ອນໄຫວກວດກາ ຈິ່ງໄດ້ພົບເຫັນແທ້ ຕາມການລາຍງານຂອງພົນລະເມືອງດີ,ພົບເຫັນສັດປ່າປະເພດ ລີງກັງ ຈໍານວນ 13 ໂຕ,ເພດຜູ້ 6 ໂຕ, ເພດແມ່ 7 ໂຕ,ສັດດັ່ງກ່າວ ແມ່ນນອນໃນສັດປ່າຫວງຫ້າມ ບັນຊີ I,ຈາກນັ້ນ ເຈົ້າຂອງເຮືອນຜູ້ໃຫ້ຄົນຕ່າງປະເທດເຊົ່າເຮືອນ ໄດ້ປະສານຫາເຈົ້າຂອງສັດ ຈຶ່ງເຫັນດີຕົກລົງມອບສັດໃຫ້ເຈົ້າຂອງເຮືອນ ຫຼັງຈາກນັ້ນ ເຈົ້າຂອງເຮືອນ ຈຶ່ງໄດ້ມອບຕໍ່ສັດດັ່ງກ່າວໃຫ້ກອງກວດກາ ມາຮັກສາໄວ້ເພື່ອເບິ່ງແຍງ,ຟື້ນຟູ,ບຳບັດ, ຮັກສາ ຕາມຫລັກການວິທະຍາສາດ ເພື່ອປ່ອຍຄືນສູ່ທຳມະຊາດ ທີ່ເໝາະສົມຕາມລະບົບນິເວດ. ‎
 
‎ໂອກາດນີ້ ທ່ານ ໄພສະໝອນ ໄອແກ້ວ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງເຊກອງ ໄດ້ກ່າວວ່າ: ການປ່ອຍສັດປ່າຄືນສູ່ທຳມະຊາດຄັ້ງນີ້ ມີຄວາມສຳຄັນຢ່າງຍິ່ງ,ເປັນການຄືນຄວາມສົມດຸນໃຫ້ກັບປ່າ ແລະ ປົກປັກຮັກສາສັດປ່າທີ່ໄກ້ຈະສູນພັນໄວ້ຢູ່ໃນການຄຸ້ມຄອງ,ອະນຸລັກ ເພື່ອໃຫ້ມີການຂະຫຍາຍພັນຫຼາຍຂື້ນ,ຂະນະດຽວກັນ ທ່ານ ນາງ ໜູກອນ ໄຊສະຫງ່າ ຄະນະປະຈຳພັກເມືອງທ່າແຕງໄດ້ເນັ້ນໃຫ້ອົງການປົກຄອງບ້ານຫ້ວຍຊາຍ ເອົາໃຈໃສ່ຕິດຕາມກວດກາ ການລັກລອບລ່າສັດປ່າຫວງຫ້າມ,ຖ້າພົບເຫັນໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ກຽ່ວຂ້ອງ ເພື່ອປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ,ຈາກນັ້ນ ກໍ່ໄດ້ປ່ອຍສັດປະເພດຫວງຫ້າມຄື: ລີງກັງ ຈໍານວນ 13 ຊີວິດ ກັບຄືນສູ່ທໍາມະຊາດທີ່ແທ້ຈິງ. ‎ ‎
ຂ່າວ-ພາບ: ອິນປອນ ອ່ອນພະຈັນ