ເມືອງຄຳເກີດ ສຸມໃສ່ແກ້ໄຂຂໍ້ຄົງຄ້າງ ແລະວາງທິດທາງໃນຕໍ່ໜ້າ

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫກຫ້ຮູ້ວ່າ: ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ສຸມໃສ່ແກ້ໄຂບັນຫາຂໍ້ຄົງຄ້າງທີ່ເກີດຂຶ້ນພາຍໃນສັງຄົມຢ່າງເຂັ້ມງວດ ເປັນຕົ້ນ ບັນຫາຢາເສບຕິດ, ການບຸກລຸກ, ທໍາລາຍ, ຖາງ ແລະ ຈູດປ່າ, ການຂຸດຄົ້ນເຄື່ອງປ່າຂອງດົງ, ທັງການລ່າສັດ-ຫາປາ ແບບດັບສູນ ພ້ອມທັງບັນຫາການສວຍໃຊ້ສາສະໜາ ເຄື່ອນໄຫວຂັດກັບລະບຽບ-ກົດໝາຍ, ການລັກລອບຂຸດຄົ້ນແຮ່ທາດ (ຄໍາ) ເຖື່ອນ, ຂໍ້ຂັດແຍ່ງກ່ຽວກັບທີ່ດິນ, ບັນຫາຂີ້ລັກ-ງັດແງະ ແລະ ອຸບັດເຫດຕາມທ້ອງຖະໜົນ. ເພື່ອປະຕິບັດງານໃຫ້ມີປະສິດທິພາບ ແລະ ແກ້ໄຂບັນຫາຢ່າງຖືກຈຸດ ໂດຍໄດ້ກໍານົດ ທິດທາງແຜນການຈຸດສຸມ ໂດຍສະເພາະ ແກ້ໄຂປະກົດການຫຍໍ້ທໍ້ ໂດຍຕັ້ງໜ້າສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະ ຂໍ້ຄົງຄ້າງຕ່າງໆ ໃຫ້ຫລຸດໜ້ອຍຖອຍລົງ ເປັນຕົ້ນ ບັນຫາຢາເສບຕິດ ໂດຍຈັດຕັ້ງປະຕິບັດວາລະແຫ່ງຊາດຢ່າງແຂງແຮງ, ສະກັດກັ້ນຄວາມບໍ່ສະຫງົບ: ສະກັດກັ້ນ ແລະ ຕ້ານສະພາບປະກົດການຫຍໍ້ທໍ້ຕ່າງໆ ໃຫ້ທັນກັບສະພາບການ.
ທ່ານ ກີ່ ຊົງລາຫວ່າງ ເລຂາຄະນະບໍລິຫານງານພັກມືອງ ຄຳເກີດ ໄດ້ລາຍງານຂໍ້ຄົງຄ້າງທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ແລະ ກໍານົດທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຕໍ່ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກແຂວງ ບໍລິຄຳໄຊ ຄັ້ງທີ 5 ສະໄໝທີ 8 ເມື່ອບໍ່ດົນມານີ້ວ່າ: ໃນຕົ້ນເດືອນ ກໍລະກົດ 2026 ຜ່ານມາ, ໄດ້ເກີດມີຝົນຕົກໜັກຢ່າງຕໍ່ເນື່ອງ ກໍໃຫ້ເກີດຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດ, ຊັບສິນ ແລະ ພື້ນຖານໂຄງລ່າງພາຍໃນເມືອງໃນນັ້ນ, ມີຜູ້ເສຍຊີວິດ 3 ຄົນ ຢູ່ບ້ານທ່າບັກ (ຍ້ອນດິນເຈື່ອນທັບເຮືອນ) ແລະ ສູນຫາຍ 1 ຄົນ ຢູ່ບ້ານໂພນສະອາດ (ອອກໄປຫາກິນ); ດ້ານຊັບສິນ ແລະ ເນື້ອທີ່ທໍາການຜະລິດ ໄດ້ຮັບຄວາມເສຍຫາຍເປັນຈໍານວນຫລາຍ ເປັນຕົ້ນ ເນື້ອທີ່ນາ 211 ເຮັກຕາ, ສວນມັນຕົ້ນ 30 ເຮັກຕາ, ສວນຢາງພາລາ 1 ເຮັກຕາ, ຊົນລະປະທານຝາຍລາດ 2 ແຫ່ງ ແລະ ໜອງປາ 14 ໜອງ; ເຮືອນປະຊາຊົນ 4 ຫລັງ, ວັດ 1 ແຫ່ງ, ວິດຖ່າຍ 28 ຫລັງ, ນໍ້າສ້າງ 2 ບໍ່ ແລະ ນໍ້າລິນ 1 ແຫ່ງ (ສ່ວນມູນຄ່າຄວາມເສຍຫາຍລວມ ແມ່ນຢູ່ໃນຂັ້ນຕອນການປະເມີນ). ພ້ອມນີ້ຍັງມີດິນເຈື່ອນຖົມທາງ, ໄມ້ລົ້ມຕັນທາງ ແລະ ນໍ້າເຊາະ ເສັ້ນທາງຕ່າງໆພາຍໃນເມືອງ ຈໍານວນ 13 ເສັ້ນ ລວມມູນຄ່າເສຍຫາຍ 7 ຕື້ກວ່າກີບ. ສຳລັບການຊ່ວຍເຫລືອເບື້ອງຕົ້ນ ທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ພາກສ່ວນຕ່າງໆ ໄດ້ນໍາເອົາເຄື່ອງນຸ່ງຫົ່ມ, ເຂົ້າສານ, ອາຫານແຫ້ງ, ເຄື່ອງໃຊ້ຄົວເຮືອນ ແລະ ເງິນສົດ ຈຳນວນໜຶ່ງໄປມອບໃຫ້ຄອບຄົວຜູ້ເສຍຊີວິດ ພ້ອມທັງປະສານສົມທົບກັບກຳລັງ ປກຊ-ປກສ ແລະ ອົງການປົກຄອງຕາແສງ ເຂົ້າຊ່ວຍຂົນເຄື່ອງທີ່ຈຳເປັນ ແລະ ເຄື່ອງໃຊ້ຕ່າງໆ ຂອງປະຊາຊົນຜູ້ຖືກຜົນກະທົບໄປໄວ້ບ່ອນທີ່ປອດໄພ.
ທ່ານ ກີ່ ຊົງລາຫວ່າງ ໃຫ້ຮູ້ຕື່ມວ່າ: ສຳລັບການເຝົ້າລະວັງໄພພິບັດ ແມ່ນໄດ້ຕິດຕາມເຝົ້າລະວັງໄພພິບັດຕ່າງໆ ທີ່ອາດເກີດຂຶ້ນຈາກທຳມະຊາດຢ່າງໃກ້ຊິດ ໃນໄລຍະລະດູຝົນ ພ້ອມທັງເລັ່ງຟື້ນຟູເສັ້ນທາງ ໂດຍໄດ້ຕິດຕາມ, ກວດກາ, ກໍ່ສ້າງ ແລະ ສ້ອມແປງເສັ້ນທາງຕ່າງໆພາຍໃນເມືອງ ເພື່ອແກ້ໄຂການສັນຈອນໃຫ້ທັນກັບສະພາບການ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ, ນໍາເອົາແນວທາງແຜນນະໂຍບາຍຂອງພັກ-ລັດ ລົງຈັດຕັ້ງເຜີຍແຜ່ໃຫ້ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ຢ່າງທົ່ວເຖິງ-ຕໍ່ເນື່ອງ ເພື່ອຍົກສູງຄວາມເປັນເອກະພາບຕໍ່ການນໍາພາຂອງພັກໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.