ປູກໝາກນັດຕາມສັນພູ ສ້າງລາຍຮັບໃຫ້ບ້ານສົມບູນ ເມືອງພູຄູນ ທະລຸ 3 ຕື້ກີບ

ປະຊາຊົນບ້ານສົມບູນ ເມືອງພູຄູນ ແຂວງຫຼວງພະບາງ ຜັນຂະຫຍາຍທ່າແຮງທາງທຳມະຊາດ ດ້ວຍການຫັນມາປູກໝາກນັດຕາມສັນພູ ເປັນອາຊີບຕົ້ນຕໍ ໃນເນື້ອທີ່ 480 ກວ່າເຮັກຕາ ສາມາດສ້າງລາຍຮັບເຂົ້າບ້ານຢ່າງມະຫາສານ ທະລຸ 3 ຕື້ກີບ ພາຍໃນເຄິ່ງປີ 2026 ພ້ອມຕີຕະຫຼາດສົ່ງອອກໄປປະເທດຫວຽດນາມ ແລະ ແຂວງອ້ອມຂ້າງ ຢ່າງແຂງແຮງ.
ໃນວັນທີ 27 ກໍລະກົດ 2026 ຜ່ານມາ, ທ່ານ ບຸນເລື່ອມ ມະນີວົງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການຜະລິດ ແລະ ຢ້ຽມຢາມຕິດຕາມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ບ້ານສົມບູນ ເມືອງພູຄູນ ແຂວງຫຼວງພະບາງ.
ທ່ານ ຄໍາດີ, ປະທານຄະນະກຳມະການປົກຄອງບ້ານສົມບູນ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານສົມບູນມີທັງໝົດ 90 ຄອບຄົວ, ພົນລະເມືອງ 438 ຄົນ. ເນື່ອງຈາກພື້ນທີ່ສ່ວນໃຫຍ່ເປັນເຂດພູດອຍ, ປະຊາຊົນຈຶ່ງໄດ້ຍຶດຖືເອົາການປູກຝັງເປັນອາຊີບຕົ້ນຕໍ ໂດຍສະເພາະແມ່ນ "ການປູກໝາກນັດຕາມສັນພູ" ເຊິ່ງມີເນື້ອທີ່ການຜະລິດຫຼາຍກວ່າ 480 ເຮັກຕາ. ຈາກຄວາມດຸໝັ່ນ ແລະ ການເອົາໃຈໃສ່ ໄດ້ເຮັດໃຫ້ການປູກໝາກນັດກາຍເປັນພືດເສດຖະກິດຫຼັກ ທີ່ສ້າງລາຍຮັບໃຫ້ຊາວບ້ານເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈົນມາຮອດເດືອນມິຖຸນາ 2026 ນີ້, ສາມາດຂາຍຜົນຜະລິດໄດ້ແລ້ວຫຼາຍກວ່າ 3 ຕື້ກີບ. ສຳລັບຕະຫຼາດຮອງຮັບ ແມ່ນມີທັງສົ່ງອອກໄປປະເທດຫວຽດນາມ ແລະ ມີພໍ່ຄ້າ-ແມ່ຄ້າຈາກບັນດາແຂວງອ້ອມຂ້າງ ເດີນທາງມາຮັບຊື້ເຖິງສວນ.
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນ ທີ່ຮູ້ນຳໃຊ້ທ່າແຮງຂອງພື້ນທີ່ພູດອຍໃຫ້ກາຍເປັນສວນໝາກໄມ້ເສດຖະກິດ ສ້າງລາຍຮັບທີ່ຄົງທີ່ ແລະ ຍົກລະດັບຄຸນນະພາບຊີວິດໃຫ້ດີຂຶ້ນ. ພ້ອມທັງໄດ້ເນັ້ນໜັກໃຫ້ຊາວກະສິກອນ ສືບຕໍ່ພັດທະນາເຕັກນິກການປູກທີ່ທັນສະໄໝ ແລະ ຮັກສາຄຸນນະພາບຜົນຜະລິດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ ແລະ ຮັບປະກັນລາຍໄດ້ທີ່ຍືນຍົງ.
ນອກຈາກນີ້, ທ່ານປະທານສະພາປະຊາຊົນແຂວງ ພ້ອມຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມ ສຳນັກງານຕາແສງຜາເກັ່ງ ແລະ ໄດ້ຊຸກຍູ້ການຕິດຕາມ-ເຝົ້າລະວັງສະພາບດິນເຈື່ອນຖົມທາງ ຢູ່ເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ (ເຂດລະຫວ່າງ ເມືອງພູຄູນ ແຂວງຫຼວງພະບາງ ຫາ ເມືອງກາສີ ແຂວງວຽງຈັນ) ເພື່ອຮັບປະກັນຄວາມປອດໄພໃນການສັນຈອນຂອງປະຊາຊົນ.
ພາບ-ຂ່າວ: ທະນູສິນ ອິດທິພົນ.