ກອງປະຊຸມ ລິເລີ່ມການສ້າງຂໍ້ຕົກລົງຂອງລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງວ່າດ້ວຍ ການຄຸ້ມຄອງນໍ້າເປື້ອນ

ໃນວັນທີ 28 ກໍລະກົດ 2026, ກົມນ້ຳປະປາ (DWS) ພາຍໃຕ້ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມລິເລີ່ມການສ້າງ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ວ່າດ້ວຍ ການຄຸ້ມຄອງນໍ້າເປື້ອນ ຂຶ້ນທີ່ກະຊວງໂຍທາທິການ ແລະ ຂົນສົ່ງ. ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ. ອຸ່ນ ໄຊຍະວົງໄກສອນ ຮອງຫົວໜ້າກົມນໍ້າປະປາ ແລະ ທ່ານ ນາງ ເອວາ ດີອາສ ຍູຈີນາ ຮອງຫົວໜ້າ ສະຖາບັນ ເຕີບໂຕສີຂຽວ ສາກົນ (GGGI) ປະຈໍາ ສປປ ລາວ, ມີບັນດາ ທີ່ປຶກສາອາວຸດໂສ, ບັນດາຄະນະຊີ້ນໍາ ແລະ ຄະນະຮັບຜິດຊອງຄົ້ນຄ້ວາເນື້ອໃນ, BORDA ລາວ, ພະນັກງານ-ວິຊາການ ກົມນໍ້າປະປາ ແລະ ບໍລິສັດ ທີ່ປຶກສາ PiSECCON ເຂົ້າຮ່ວມ.
ກອງປະຊຸມ ໃນຄັ້ງນີ້, ເປັນການ ປຶກສາຫາລື, ຄົ້ນຄວ້າ ແລະ ເອກະພາບ ໃນການລິເລີ່ມຄົ້ນຄວ້າສ້າງ ນິຕິກໍາໃຕ້ກົດ ໝາຍ ສະບັບທີ່ກ່າວມາຂ້າງເທິງ, ໂດຍເປັນການຜັນຂະຫຍາຍ ແນວທາງ-ນະໂຍບາຍ ຂອງພັກ ແລະ ລັດຖະບານ ກໍຄື ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ເວົ້າລວມ, ເວົ້າສະເພາະ ແມ່ນການ ສ້າງນິຕິກໍາໃຕ້ກົດໝາຍ ກ່ຽວກັບການຄຸ້ມຄອງນໍ້າເປື້ອນ ຂອງກົມນໍ້າປະປາ, ພ້ອມນັ້ນ ການຄົ້ນຄວ້າສ້າງ ນິຕິກໍາໃຕ້ກົດໝາຍ ສະບັບດັ່ງກ່າວ ແມ່ນເປັນວຽກງານໜຶ່ງ ທີ່ນອນຢູ່ໃນແຜນວຽກຈຸມສຸດ ຂອງກົມນໍ້າປະປາ, ຊຶ່ງໄດ້ກໍານົດໄວ້ໃນ ວິໄສທັດ ຮອດປີ 2035, ຍຸດທະສາດ ການພັດທະນາ ວຽກງານ ນໍ້າປະປາ ແລະ ສຸຂາພິບານ ໄລຍະ 9 ປີ (2022-2030) ແລະ ແຜນພັດທະນາ ໄລຍະ 4 ປີ (2022-2025).
ສໍາລັບ ການຄົ້ນຄວ້າສ້າງ ນິຕິກໍາສະບັບດັ່ງກ່າວ ແມ່ນທີ່ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ຈາກສະຖາບັນ ເຕີບໂຕສີຂຽວ ສາກົນ (GGGI) ແລະ ທາງດ້ານຊ່ຽວຊານ ຈາກອົງການ BORDA ລາວ. ສະຖາບັນ GGGI ໄດ້ປະກອບສ່ວນໃຫ້ການສະໜັບສະໜູນດ້ານວິຊາການ ເຊິ່ງເປັນສ່ວນໜຶ່ງຂອງການສະໜັບສະໜູນຢ່າງຕໍ່ເນື່ອງ ໃນການພັດທະນາກອບລະບຽບການຄຸ້ມຄອງນ້ຳເປື້ອນຂອງ ສປປ ລາວ ພາຍໃຕ້ໂຄງການ “ການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນ້ຳເປື້ອນແບບຍືນຍົງ ເພື່ອປັບປຸງວຽກງານສາທາລະນະສຸກ ແລະ ສິ່ງແວດລ້ອມ ໃນ ສປປ ລາວ (ໄລຍະ II)” ທີ່ໄດ້ຮັບທຶນສະໜັບສະໜູນຈາກອົງການ KOICA.