ການນໍາກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບ ເອກອັກຄະລັດຖະທູດ ອິດສະຣາແອນ ປະຈໍາ ສປປ ລາວ

ໃນຕອນເຊົ້າວັນທີ 29 ກໍລະກົດ 2026 ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງ ທ່ານ Mr. Yaron Mayer ເອກອັກຄະລັດຖະທູດ ແຫ່ງ ອິດສະຣາແອນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດພາລະກິດການປະຕິບັດ ໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດການເຂົ້າຢ້ຽມອໍາລາ ໃນຄັ້ງນີ້ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານອິດສະຣາແອນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມື ກັບ ສປປ ລາວ ດ້ວຍດີມາຕະຫຼອດ ເວົ້າລວມ, ເວົ້າສະເພາະແມ່ນໃນຂົງເຂດຂະແໜງການ ກະສິກໍາ ແລະ ສິ່ງແວດລ້ອມ. ເຊິ່ງຜ່ານມາ ກະຊວງ (ກສ) ໄດ້ສົ່ງນັກສຶກສາ ເຂົ້າຮ່ວມຝຶກອົບຮົມ ແລະ ຮຽນຮູ້ວຽກງານຕົວຈິງດ້ານກະສິກໍາທັນສະໄໝ ທີ່ປະເທດອິດສະຣາແອນ ໂດຍສະເພາະແມ່ນເຕັກນິກການປູກຝັງ-ລ້ຽງສັດ ແບບກ້າວໜ້າ, ເຊິ່ງເປັນຄວາມຮູ້ທີ່ສາມາດນໍາໄປໃຊ້ໃນການພັດທະນາເສດຖະກິດຄອບຄົວ ແລະ ປະກອບສ່ວນສ້າງວຽກເຮັດງານທໍາໄດ້ເປັນຢ່າງດີ. ນອກຈາກນີ້, ສອງປະເທດ ຍັງໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ໂຄງການທົດລອງລະບົບນໍ້າຢອດໃນສວນໄມ້ໃຫ້ໝາກ ແລະ ໂຄງການຄົ້ນຄວ້າແນວພັນຜັກບົວໃຫຍ່ ຕື່ມອີກ. ໃນຕອນທ້າຍ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ໄດ້ອວຍພອນ ໃຫ້ ທ່ານ Mr. Yaron Mayer ຈົງປະສົບຜົນສໍາເລັດ ໃນໜ້າທີ່ວຽກງານໃນອະນາຄົດ ແລະ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ປະເທດອິດສະຣາແອນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໄປ.
ພາບ-ຂ່າວ: ສອນເພັດ ສຸລິພອນ