ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ຫາລືກຽມເຂົ້າຮ່ວມງານມະຫາກໍາພືດສວນໂລກ 2026

ກອງປະຊຸມຄັັ້ງປະຖົມມະລືກ ຂອງຄະນະຮັບຜິດຊອບຊີ້ນໍາລະດັບຊາດ ກ່ຽວກັບການກະກຽມຄວາມພ້ອມ ເຂົ້າຮ່ວມງານມະຫາກໍາພືດສວນໂລກ ປີ 2026 ທີ່ຈະໄດ້ຈັດຂຶ້ນ ຢູ່ 2 ປະເທດ ຄື: ຕົ້ນເດືອນ ພະຈິກ ປີ 2026 ທີ່ ອຸດອນທານີ ລາຊາອະນາຈັກໄທ ແລະ ກາງເດືອນ ມີນາ 2027 ທີ່ເມືອງ ໂຢໂກຮາມາ ປະເທດຍີ່ປຸ່ນຈັດຂຶ້ນໃນວັນທີ 29 ກໍລະກົດ 2026 ໂດຍການເປັນປະທານຂອງທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະສິ່ງແວດລ້ອມ, ມີບັນດາຮອງລັດຖະ ມົນຕີ ຈາກກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການນໍາສະເໜີ ພາລະບົດບາດຂອງແຕ່ລະອະນຸກໍາມະການ, ຄວາມເປັນມາກ່ຽວກັບການເຂົ້າຮ່ວມງານພືດສວນໂລກທີ່ຜ່ານມາ, ລວມທັງການນໍາສະເໜີ ຮູບແບບແນວຄວາມຄິດ ແລະ ຫົວຂໍ້ຂອງງານມະຫາກໍາພືດສວນໂລກ ທີ່ອຸດອນທານີ ລາຊາອະນາຈັກໄທ ແລະ ໂຢໂກຮາມາ ປະເທດຍີ່ປຸ່ນ. ພ້ອມນີ້, ຜູ້ແທນກອງປະຊຸມ ໄດ້ປຶກສາຫາລືແລກປ່ຽນບົດຮຽນ ແລະ ປະສົບການເຂົ້າຮ່ວມວາງສະແດງມະຫາກໍາພືດສວນໂລກ ໃນໄລຍະຜ່ານມາ ຕື່ມອີກ.
ໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ ໄດ້ຕີລາຄາສູງຕໍ່ການກະກຽມຄວາມພ້ອມຂອງຄະນະເລຂາ ແລະ ບັນດາອະນຸກໍາມະການ, ພ້ອມທັງສະເໜີໃຫ້ກຳນົດແຜນການ ໂດຍສະເພາະ ແມ່ນການກໍານົດບັນດາໜ້າວຽກ, ການມີສ່ວນຮ່ວມຂອງແຕ່ລະອະນຸກໍາມະການໃຫ້ລະອຽດ, ພ້ອມທັງໃຫ້ມີການຕິດຕາມໜ້າວຽກຢ່າງເປັນປົກກະຕິ ເພື່ອລາຍງານຄວາມຄືບໜ້າໃຫ້ການນໍາຂັ້ນເທິງຮັບຊາບໃນແຕ່ລະໄລຍະທີ່ກະກຽມຄວາມພ້ອມ ແລະວຽກງານອື່ນໆທີ່ຕິດພັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວສໍາເລັດຕາມຈຸດປະສົງ ແລະ ບຄາດໝາຍທີ່ວາງໄວ້.
ຂໍ້ມູນ-ພາບ: ຂ່າວສານກະສິກຳ