
ໃນຕອນເຊົ້າວັນທີ 30 ກໍລະກົດ 2026 ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິ ທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ເປີດຂະບວນການແຂ່ງຂັນ ການກໍ່ສ້າງ ໜ່ວຍພັັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026 ໂດຍການເປັນປະທານຂອງ ສະຫາຍ ປອ. ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫສນຍ, ມີສະຫາຍຮອງເລຂາ, ບັນດາສະຫາຍ ຄະນະປະຈຳພັກ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ ພາຍໃນອົງຄະນະພັກ ຫສນຍ ເຂົ້າຮ່ວມ.
ສະຫາຍ ປອ. ເຂິງຄຳ ແກ້ວໜູຈັນ ຮອງເລຂາຄະນະບໍລິຫານງານພັກ ຫສນຍ ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ໂດຍໄດ້ນຳພາ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍຄຳສັ່ງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍຄືຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ພ້ອມກັນນັ້ນ ຄະນະຮັບຜິດຊອບປະເມີນຜົນຂອງ ຫສນຍ ກໍ່ໄດ້ຕິດຕາມຊຸກຍູ້ໃນແຕ່ລະໄລຍະ. ທົ່ວອົງຄະນະພັກ ຫສນຍ ມີທັງໝົດ 11 ໜ່ວຍພັກຮາກຖານຂຶ້ນກັບ, ມີສະມາຊິກພັກ ທັງໝົດ 475 ສະຫາຍ, ຍິງ 168 ສະຫາຍ. ໃນນັ້ນ, ສະມາຊິກພັກ ທີ່ມີເງື່ອນໄຂຜ່ານບົດສຳຫຼວດ ແລະ ຈັດປະເພດສະມາຊິກພັກ ຈຳນວນ 326 ສະຫາຍ, ຍິງ 120 ສະຫາຍ. ຜ່ານການປະເມີນ ສາມາດຕີລາຄາປະເພດແຂງ ຈຳນວນ 326 ສະຫາຍ, ຍິງ 120 ສະຫາຍ, ກວມເອົາ 100%. ຈາກຜົນການປະເມີນດັ່ງກ່າວ, ສະແດງໃຫ້ເຫັນວ່າ ບັນດາໜ່ວຍພັກຮາກຖານ ແມ່ນມີຄວາມຮັບຜິດຊອບ, ເອົາໃຈໃສ່ປະຕິບັດຕາມແຜນ ແລະ ເງື່ອນໄຂມາດຖານທີ່ກຳນົດໄວ້, ການຕີລາຄາປະເມີນສະມາຊິກພັກ ແມ່ນແທດເໝາະກັບສະພາບການເຄື່ອນໄຫວຕົວຈິງຂອງສະມາຊິກພັກ ຊຶ່ງຄະນະປະຈໍາພັກ ຫສນຍ ເຫັນດີຮັບຮອງ ແລະ ສະເໜີຄະນະຈັດຕັ້ງສູນກາງພັກ ຮັບຮອງເອົາ 11 ໜ່ວຍພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025.
ໃນໂອກາດດັ່ງກ່າວ, ສະຫາຍ ເລຂາຄະນະບໍລິຫານງານພັກ ຫສນຍ ໄດ້ມອບໃບຢັ້ງຢືນ ໃຫ້ແກ່ບັນດາໜ່ວຍພັກ ທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ນໍາພາຈັບມືແຂ່ງຂັນ ການກໍ່ສ້າງໜ່ວຍພັັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026. ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດ ທີ່ບັນດາໜ່ວຍພັກຮາກຖານ ທົ່ວອົງຄະນະພັກ ຫສນຍ ສາມາດຍາດມາໄດ້ໃນປີ 2025 ແລະ ເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ແຕ່ລະໜ່ວຍພັກ ຈົ່ງສືບຕໍ່ຮັກສາມູນເຊື້ອ ແລະ ນາມມະຍົດໜ່ວຍພັກປອດໃສ, ໜັກແໜ້ນ, ເຂັ້ມແຂງ ໂດຍເລີ່ມຈາກສະມາຊິກພັກທຸກສະຫາຍ; ນຳເອົາແຜນ ແລະ ຂໍ້ແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຂອງອົງຄະນະພັກ ຫສນຍ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ່ວຍພັກຮາກຖານຂອງຕົນ ໂດຍຫັນເປັນແຜນການອັນລະອຽດ, ມີການມອບໝາຍຄວາມຮັບຜິດຊອບ ແລະ ຕິດຕາມຊຸກຍູ້ແຕ່ລະໄລຍະ; ສືບຕໍ່ຍົກລະດັບຄຸນນະພາບ ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ສູງກວ່າເກົ່າ; ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຫສນຍ ເປັນອັນລະອຽດ ແລະ ໄດ້ຮັບໝາກຜົນຕົວຈິງ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງພັກ-ລັດ ໃຫ້ເຂັ້ມແຂງ ໂດຍຕິດພັນກັບການກຳນົດຕໍາແໜ່ງງານ ໃຫ້ຈະແຈ້ງ ແລະ ບັນຈຸສັບຊ້ອນບຸກຄະລາກອນ ເຂົ້າໃນຕຳແໜ່ງງານໃຫ້ແທດເໝາະ; ໃຫ້ແຕ່ລະໜ່ວຍພັກ ກວດກາຄືນບັນດາຈຸດອ່ອນ-ຂໍ້ຄົງຄ້າງ ໃນໄລຍະຜ່ານມາຂອງຕົນ ເພື່ອພ້ອມກັນສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນ; ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ປະຕິບັດໜ້າທີ່ທີ່ຖືກມອບໝາຍ ໃຫ້ມີຜົນສຳເລັດ; ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ ໃນທຸກວຽກງານ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.