6 ເດືອນຕົ້ນປີ ເມືອງເງິນເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ 5,56 ຕື້ກວ່າກີບ

ເມືອງເງິນ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2026 ຂຶ້ນໃນວັນທີ 30 ກໍລະກົດນີ້, ທີ່ສະໂມສອນເມືອງເງິນ ພາຍໃຕ້ການເປັນປະທານຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມບູນ ເບົ້າຈັນ ຮອງຫົວໜ້າຫ້ອງການ-ການເງິນເມືອງ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2026 ແລະ ທິດທາງ 6 ເດືອນທ້າຍປີ 2026. ການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2026: ດ້ານວຽກງານວິຊາສະເພາະແຜນລາຍຮັບທັງໝົດ 8,237,330,000 ກີບ ໃນນັ້ນສ່ວຍສາອາກອນ 7,937,330,000 ກີບ, ຊັບສິນ 300,000,000 ກີບ. ການຈັດຕັ້ງປະຕິບັດລາຍຮັບທັງໝົດ 6 ເດືອນ 5,560,065,899 ກີບ ເທົ່າກັບ 67,50% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 805,944,190 ກີບ ເທົ່າກັບ 16,95%. ໃນນັ້ນສ່ວຍສາອາກອນ 5,219,758,674 ກີບ ເທົ່າກັບ 65,76% ຂອງແຜນການປີ, ຊັບສິນ 340,307,225 ກີບ ເທົ່າກັບ 113.44% ຂອງແຜນການປີ. ລາຍຮັບຊ່ວຍແຂວງໄດ້ແບ່ງຂັ້ນຄຸ້ມຄອງດັ່ງນີ້: ຂັ້ນເມືອງຄຸ້ມຄອງ ແຜນ 6,703,500,000 ກີບ ປະຕິບັດໄດ້ 4,711,543,739 ກີບ ເທົ່າກັບ 70,28%, ຂັ້ນບ້ານຄຸ້ມຄອງ ແຜນ 501,500,000 ກີບ ປະຕິບັດໄດ້ 142,380,160 ກີບ ເທົ່າກັບ 28,35%.

ດ້ານລາຍຈ່າຍ ແຜນລາຍຈ່າຍທັງໝົດ 3,684,050,000 ກີບ ໃນນີ້ ຈ່າຍເງິນບໍລິຫານ 3,104,100,000 ກີບ, ເງິນດັດສົມ ແລະ ສົ່ງເສີມ 579,950,000 ກີບ. ໃນ 6 ເດືອນຜ່ານມາ ສາມາດປະຕິບັດລາຍຈ່າຍໄດ້ທັງໝົດ 1,453,323,450 ກີບ ເທົ່າກັບ 39,45% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັບເພີ່ມຂຶ້ນ 156,119,850 ກີບ ເທົ່າກັບ 12,03% ໃນນັ້ນ ເງິນບໍລິຫານ 1,227,608,000 ກີບ ເທົ່າກັບ 39,55% ຂອງແຜນການປີ, ເງິນດັດສົມ 225,715,450 ກີບ ເທົ່າກັບ 38,92% ຂອງແຜນການປີ

ທິດທາງ 6 ເດືອນທ້າຍປີ 2026 ເມືອງເງິນ ຄາດຄະເນຈະສູູ້ຊົນເກັບລາຍຮັບເພີ່ມອີກ 2,739 ຕື້ກວ່າກີບ (ສ່ວຍສາອາກອນ 2,56 ຕື້ກວ່າກີບ, ຊັບສິນ 175 ລ້ານກີບ) ແລະ ວາງແຜນລາຍຈ່າຍໄວ້ທີ່ 2,230 ຕື້ກວ່າກີບ ເພື່ອຮັກສາສະທຽລະພາບດ້ານການເງິນຂອງເມືອງໃຫ້ເຂັ້ມແຂງ.
ຂ່າວ: ອິນແປງ ແຫວນຄຳ

ທິດທາງ 6 ເດືອນທ້າຍປີ 2026 ເມືອງເງິນ ຄາດຄະເນຈະສູູ້ຊົນເກັບລາຍຮັບເພີ່ມອີກ 2,739,400,000 ກີບ ໃນນັ້ນ, ສ່ວຍສາອາກອນ 2,564,400,000 ກີບ,ຊັບສິນ 175,000,000 ກີບ, ດ້ານລາຍຈ່າຍ ຄາດຄະເນ 2,230,726,550 ກີບ ໃນນັ້ນ ເງິນບໍລິຫານ 1,876,492,000 ກີບ ເງິນດັດສົມ 354,234,550 ກີບ. ໃນວາລະກອງປະຊຸມບັນດາຂະແໜງການຕ່າງໆ ກໍໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງ ເພື່ອພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ.

ໂດຍ: ອິນແປງ ແຫວນຄຳ