ໃນຜືນແຜ່ນດິນອັນຮັກຊາດ, ນາຍທະຫານກອງທັບປະຊາຊົນລາວ ບໍ່ພຽງແຕ່ເປັນຮົ້ວປ້ອງກັນຊາດອັນເຂັ້ມແຂງໃນສະໜາມຮົບເທົ່ານັ້ນ, ແຕ່ຍັງເປັນ "ນັກຮົບໃນສະໜາມເສດຖະກິດ" ທີ່ສ້າງຄວາມອົບອຸ່ນໃຫ້ກັບຄອບຄົວ ແລະ ສັງຄົມ.
ສະຫາຍ ພັນຕີ ນາງ ປາລິຊາດ ຄໍາພິໄລ (ອາຍຸ 44 ປີ), ຫົວໜ້າຂະແໜງກົດລັບ ກອງພັນໃຫຍ່ 502 ກອງພົນທີ 5, ເຊິ່ງຜູ້ກ່ຽວໄດ້ເຂົ້າຮ່ວມການປະຕິວັດຖັນແຖວກອງທັບ ມາຕັ້ງແຕ່ປີ 1999 ແລະ ໄດ້ສ້າງຄອບຄົວຮ່ວມກັບ ພັນໂທ ສົມໄຫຼ ພັນເພັດ (ອາຍຸ 50 ປີ), ຮອງການເມືອງ ກອງພັນ 18 ກອງພັນໃຫຍ່ 502.
ສະຫາຍ ພັນຕີ ນາງ ປາລິຊາດ ຄໍາພິໄລ ໄດ້ເລົ່າສູ່ຟັງວ່າ: ທັງສອງໄດ້ຈັບມືກັນສ້າງຄອບຄົວມາຕັ້ງແຕ່ປີ 2005 ແລະ ມີລູກຮ່ວມກັນ 3 ຄົນ. ໃນຖານະຄອບຄົວກອງທັບ, ຊີວິດການເປັນຢູ່ ໃນໄລຍະທໍາອິດແມ່ນອາໄສພຽງແຕ່ເງິນເດືອນປະຈໍາ, ເຮັດໃຫ້ການບໍລິຫານໃຊ້ຈ່າຍໃນເຮືອນ ໂດຍສະເພາະແມ່ນທຶນຮອນການສຶກສາຂອງລູກທັງ 3 ຄົນ ພົບຄວາມຫຍຸ້ງຍາກຝືດເຄືອງ, ແຕ່ຄວາມທຸກຍາກດັ່ງກ່າວ ໄດ້ເປັນບົດທົດສອບທີ່ເຮົາຕ້ອງຂ້າມຜ່ານດ້ວຍເຫື່ອແຮງ ແລະ ປັນຍາຂອງສອງຜົວເມຍ.
ແຮງຈູງໃຈ ແລະ ຈຸດປ່ຽນອັນສໍາຄັນແມ່ນເກີດຂຶ້ນເມື່ອ ໄດ້ເຊື່ອມຊຶມມະຕິ, ຂໍ້ແຂ່ງຂັນ "3 ດີ" ຂອງສະຫະພັນແມ່ຍິງທົ່ວກອງທັບ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງພັກ-ລັດ.
ສະຫາຍໄດ້ກ່າວຢໍ້າວ່າ: ຖ້າຢາກໃຫ້ຊີວິດການເປັນຢູ່ດີຂຶ້ນ, ຢາກໃຫ້ລູກ ມີອະນາຄົດທີ່ສົດໃສ, ເຮົາຈະຄອງຖ້າພຽງເງິນເດືອນຢ່າງດຽວບໍ່ໄດ້! ດ້ວຍເຫດນັ້ນ, ສອງຜົວ-ເມຍ ນັກຮົບປະຕິວັດ ຈຶ່ງໄດ້ຫັນໜ້າເຂົ້າຫາກັນ, ປຶກສາຫາລືຢ່າງເປັນເອກະພາບ ແລະ ຕັດສິນໃຈເລືອກເອົາ "ການປູກຝັງ - ລ້ຽງສັດ" ເຊິ່ງເປັນວຽກງານທີ່ເໝາະສົມກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ແລະ ກົມກອງ.
ສິ່ງທີ່ເປັນອຸປະສັກໃນຕອນນັ້ນຄື "ເລື່ອງເວລາ ແລະ ແຮງງານ", ເນື່ອງຈາກທັງສອງມີພັນທະໜ້າທີ່ການເມືອງຢູ່ກົມກອງ, ເຂົາເຈົ້າຈຶ່ງຕ້ອງສູ້ຊົນ ແລະ ເຮັດວຽກ "ນອກໂມງການ, ຕື່ນເດິກລຸກເຊົ້າ, ແລະ ໃຊ້ເວລາໃນວັນພັກ ເສົາ-ອາທິດ" ເພື່ອລົງສວນ, ເບິ່ງແຍງສັດລ້ຽງ ໂດຍບໍ່ໃຫ້ສົ່ງຜົນກະທົບ ຕໍ່ໜ້າທີ່ການງານປະຈໍາ.
ໃນຕະຫຼອດໄລຍະ ເສັ້ນທາງ 5 ປີ (2021-2025): ຈາກເງິນເດືອນສູ່ຜົນຜະລິດຮ້ອຍລ້ານ ຄວາມພະຍາຍາມທີ່ບໍ່ຢຸດຢັ້ງ ໄດ້ອອກດອກອອກຜົນເປັນຕົວເລກຄວາມສໍາເລັດທີ່ໜ້າພູມໃຈ: ຈາກງົວ 2 ໂຕ ສູ່ຝູງງົວ 10 ກວ່າໂຕ, ເຊິ່ງປີ 2019 ໄດ້ຮີບໂຮມເງິນເດືອນຜົວ-ເມຍ 10,000,000 ກີບ ຊື້ງົວແມ່ພັນ 2 ໂຕ, ປີ 2024 - 2025 ຝູງງົວໄດ້ຂະຫຍາຍຕົວເພີ່ມຂຶ້ນເປັນ 15 ໂຕ, ສ້າງມູນຄ່າສູງເຖິງ 97,000,000 ກີບ, ເມື່ອຄອບຄົວມີຄວາມຈໍາເປັນ, ໄດ້ຕັດສິນໃຈຂາຍອອກ 5 ໂຕ ເປັນເງິນສົດ 33,000,000 ກີບ ເພື່ອມາໝູນວຽນ, ໃນນີ້ ຍັງໄດ້ເຮັດສວນມັນຕົ້ນເພີ່ມຕື່ມອີກ ໃນປີ 2020 ໄດ້ຊື້ດິນ 2 ເຮັກຕາ, ລົງທຶນ 3 ລ້ານກີບ ປູກມັນຕົ້ນ ປີທຳອິດສາມາດສ້າງລາຍຮັບໄດ້ 25,000,000 ກີບ, ປີ 2021 - 2022 ສືບຕໍ່ລົງທຶນເພີ່ມຂຶ້ນ ແລະ ສາມາດສ້າງລາຍຮັບໄດ້ 30,000,000 ກີບ ແລະ ປີຕໍ່ມາເພີ່ມຂຶ້ນ 45,000,000 ກີບ ຕາມລໍາດັບ, ປີ 2023 - 2024: ຂະຫຍາຍການເຊົ່າດິນບໍລິສັດ ແລະ ປະຊາຊົນເພີ່ມ ເປັນ 3.5 ເຮັກຕາ, ສາມາດສ້າງລາຍຮັບເພີ່ມຂຶ້ນເຖິງ 120,000,000 ກີບ (ປີ 2023) ແລະ 123,000,000 ກີບ (ປີ 2024).
ນອກນີ້, ປີ 2025 ຍັງໄດ້ກ້າເບ້ຍກາເຟ 50,000 ຕົ້ນ, ສ້າງລາຍຮັບໄດ້ເຖິງ 150,000,000 ກີບ ພ້ອມທັງມີລາຍຮັບເສີມຈາກການຂາຍໝາກກາເຟ ແລະ ໝາກອາໂວຄາໂດ ອີກ 15,000,000 ກີບ, ລວມລາຍຮັບທັງໝົດໃນໄລຍະຜ່ານມາ ສາມາດສ້າງໄດ້ສູງເຖິງ: 541,000,000 ກີບ.
ໝາກຜົນແຫ່ງຄວາມພະຍາຍາມ ຈາກທີ່ເຄີຍຝືດເຄື່ອງ, ປັດຈຸບັນຄອບຄົວຂອງ ພັນຕີ ນາງ ປາລິຊາດ ຄໍາພິໄລ ໄດ້ກາຍເປັນ "ຄອບຄົວຕົວແບບ" ທີ່ມີຄວາມເຂັ້ມແຂງທາງດ້ານເສດຖະກິດຢ່າງແທ້ຈິງ, ປັດຈຸບັນ ມີເຮືອນຖາວອນ 1 ຫຼັງ, ມີທຶນຮອນສໍາຮອງ ໃຫ້ລູກທັງ 3 ຄົນ ໄດ້ຮັບການສຶກສາຮໍ່າຮຽນ, ມີພາຫະນະຮັບໃຊ້ການກະເສດ: ມີລົດໄຖ 1 ຄັນ, ລົດຈັກ 3 ຄັນ, ມີດິນປູກສ້າງ 1 ຕອນ, ມີດິນທໍາການຜະລິດ 2 ເຮັກຕາ ແລະ ຍັງມີຝູງງົວ 10 ກວ່າໂຕ ເປັນທຶນສໍາຮອງ.
ສຳລັບແຜນການໃນຕໍ່ໜ້ແມ່ນ ຈະສືບຕໍ່ປູກກາເຟເພີ່ມອີກ 2,000 ຕົ້ນ (ຈາກທີ່ມີຢູ່ແລ້ວ 8,000 ຕົ້ນ), ເນັ້ນການບົວລະບັດໃສ່ຝຸ່ນປະສົມປະສານ ເພື່ອເພີ່ມຜົນຜະລິດໃນ 3 ປີຂ້າງໜ້າ, ພ້ອມທັງຂະຫຍາຍການກ້າເບ້ຍກາເຟ ເພື່ອສົ່ງອອກຈໍາໜ່າຍຕື່ມອີກ. ພ້ອມທັງຝາກເຖິງເອື້ອຍນ້ອງແມ່ຍິງທົ່ວກອງທັບ ກໍຄືທົ່ວປະເທດ ສິ່ງສຳຄັນແມ່ນຄວາມເປັນເອກະພາບໃນຄອບຄົວ: ຜົວ-ເມຍ ຕ້ອງມີຄວາມສາມັກຄີ, ເຄົາລົບ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕ້ອງມີການຄິດໄລ່ຢ່າງມີວິທະຍາສາດ, ການລົງທຶນຕ້ອງເໝາະສົມກັບເງື່ອນໄຂຕົວຈິງ, ບໍ່ກູ້ຢືມເກີນໂຕ (ນໍາໃຊ້ທຶນຕົນເອງ), ຕ້ອງໃສ່ໃຈຮຽນຮູ້ເຕັກນິກການກະເສດໃໝ່ໆ ເພື່ອເພີ່ມຜົນຜະລິດ.
ຄວາມສໍາເລັດດັ່ງກ່າວ ຈະເກີດຂຶ້ນບໍ່ໄດ້ ຖ້າຂາດການສຶກສາອົບຮົມ, ການຊີ້ທິດເຍືອງທາງ ຈາກພັກ-ລັດ, ການຈັດຕັ້ງກອງທັບ ແລະ ສະຫະພັນແມ່ຍິງທຸກຂັ້ນ, ພັນຕີ ນາງ ປາລິຊາດ ຄໍາພິໄລ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຫວັງຢ່າງຍິ່ງວ່າ ເລື່ອງລາວການສູ້ຊົນຂອງຄອບຄົວເພິ່ນ ຈະເປັນແຮງບັນດານໃຈ, ເປັນບົດຮຽນອັນປະເສີດ ໃຫ້ເອື້ອຍນ້ອງແມ່ຍິງລາວທຸກຄົນ ມີກໍາລັງໃຈໃນການສ້າງເສດຖະກິດຄອບຄົວ ໃຫ້ຢູ່ດີກິນດີ, ຫຼຸດຜ່ອນຄວາມທຸກຍາກ ແລະ ຮ່ວມກັນສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີວັດທະນະຖາວອນ.
ສະຫາຍ ພັນໂທ ອິນປົນ ເພັດນາວາ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 502 ໄດ້ຢັ້ງຢືນວ່າ: ໄລຍະຜ່ານມາ ກົມກອງກໍໄດ້ສຸມໃສ່ສ້າງຄອບຄົວຕົວແບບທາງດ້ານສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່, ເຊິ່ງໃນນີ້ ກໍມີໜຶ່ງຄອບຄົວທີ່ໄດ້ຮັບການຢັ້ງຢືນເປັນຄອບຄົວຕົວແບບຂອງກົມກອງ ຄື: ຄອບຄົວຂອງສະຫາຍ ພັນຕີ ນາງ ປາລິຊາດ ຄໍາພິໄລ ເຫັນວ່າພົ້ນເດັ່ນໃນການສ້າງເສດຖະກິດປູກຝັງ-ລ້ຽງສັດ ຕາມທ່າແຮງບົ່ມຊ້ອນຕົວຈິງຂອງທ້ອງຖິ່ນທີ່ຕົນສັງກັດຢູ່, ກໍຄືປະຕິບັດປະກົດຜົນເປັນຈິງ ຕາມທິດນຳທີ່ວ່າ: ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ທີ່ກົມໃຫຍ່ພະລາທິການກອງທັບ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກ.
ໂດຍ: ເຄນໄຊ