ເມືອງໂພນທອງ ເປີດບໍລິການແຫຼ່ງທ່ອງທ່ຽວໃໝ່ "ອ່າງເກັບນ້ຳຫ້ວຍວັງເຫ"

ແຫຼ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຄະນະກຳມະການປົກຄອງເມືອງໂພນທອງ ແຂວງຈຳປາສັກ ໄດ້ຈັດພິທີເປີດບໍລິການແຫຼ່ງທ່ອງທ່ຽວ "ອ່າງເກັບນ້ຳຫ້ວຍວັງເຫ" ຢ່າງເປັນທາງການ ໃນວັນທີ 28 ກໍລະກົດ 2026 ຜ່ານມານີ້ ທີ່ບ້ານຝັ່ງແດງ ເມືອງໂພນທອງ ແຂວງຈຳປາສັກ.

ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນທັນ ໄຊຍະແສງ ເລຂາພັກເມືອງໂພນທອງ, ທ່ານ ໄພສານ ອ່ອນໄຊວຽງ ປະທານຄະນະກຳມະການປົກຄອງເມືອງໂພນທອງ, ພ້ອມດ້ວຍຄະນະອົງການປົກຄອງຕາແສງ, ອຳນາດການປົກຄອງບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ການເປີດແຫຼ່ງທ່ອງທ່ຽວ "ອ່າງເກັບນ້ຳຫ້ວຍວັງເຫ" ໃນຄັ້ງນີ້ ມີຈຸດປະສົງເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດ ແລະ ເນັ້ນໃສ່ການທ່ອງທ່ຽວນິເວດ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມໃຫ້ຫຼາຍຂຶ້ນ. ນີ້ຖືເປັນບາດກ້າວອັນສຳຄັນໃນການຟື້ນຟູ ແລະ ສົ່ງເສີມເສດຖະກິດການທ່ອງທ່ຽວຂອງເມືອງໂພນທອງ ໂດຍການນຳໃຊ້ທ່າແຮງອັນອຸດົມສົມບູນທາງທຳມະຊາດຂອງບ້ານຝັ່ງແດງ ເພື່ອສ້າງອາຊີບ, ເພີ່ມລາຍໄດ້ໃຫ້ແກ່ປະຊາຊົນທ້ອງຖິ່ນ, ທັງເປັນການຍົກລະດັບການທ່ອງທ່ຽວຂອງແຂວງຈຳປາສັກ ໃຫ້ມີຄວາມຫຼາກຫຼາຍ ແລະ ເຕີບໂຕຢ່າງຍືນຍົງ.