ດ່ວນ! ປກສ ເປີດນຳໃຊ້ແອັບ LAeID ແທນສຳມະໂນຄົວເຈ້ຍ ແລະ ບັດປະຈຳຕົວເກົ່າ

ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງມາຍັງ ທຸກພາກສ່ວນ ຊາບດັ່ງນີ້:
ປັດຈຸບັນກະຊວງປ້ອງກັນຄວາມສະຫງົບ ໄດ້ມີການພັດທະນາ ແລະ ເປີດນໍາໃຊ້ແອັບພລິເຄຊັນ LAeID ທີ່ ເປັນລະບົບທັນສະໄໝ ຢ່າງເປັນທາງການ ເພື່ອນໍາໃຊ້ໃນການຄຸ້ມຄອງ, ຕິດຕາມ ກວດກາ ການບໍລິການ ທີ່ມີຄວາມ ຮັບປະກັນ ອໍານວຍຄວາມສະດວກ, ວ່ອງໄວ ໃນການເຂົ້າເຖິງ ແລະ ນໍາໃຊ້ຂໍ້ມູນຂອງການຈັດຕັ້ງ ແລະ ສັງຄົມ ໃນ ຂອບເຂດທົ່ວປະເທດ ຄືດັ່ງນີ້:
1. ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດນໍາໃຊ້ແອັບພລິເຄເຊິນ LAeID ຢ່າງເປັນທາງການໃນຂອບເຂດ ທົ່ວປະເທດ ເພື່ອໃຫ້ການບໍລິການສະດວກ ການເຂົ້າເຖິງ ແລະ ການນໍາໃຊ້ຂໍ້ມູນໃນຖານຂໍ້ມູນພົນລະເມືອງ ແລະ ບັດ ປະຈໍາຕົວ ນັບແຕ່ວັນທີ 18 ກໍລະກົດ 2026 ເປັນຕົ້ນໄປ;
2. ຫ້ອງການ ບັນດາ ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ (ແຂວງ, ເມືອງ, ຕາແສງ, ບ້ານ), ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ພາກສ່ວນທຸລະກິດ ແລະ ພົນລະເມືອງລາວ ໃນຂອບເຂດທົ່ວປະ ເທດ ໃຫ້ຮັບຮູ້ ແລະ ມີຄວາມເປັນເອກະພາບ ຈັດຕັ້ງປະຕິບັດ ເພື່ອຫັນມານໍາໃຊ້ ແລະ ປະກອບຂໍ້ມູນຕົນເອງ ເຂົ້າ ໃນແອັບພລິເຄຊັນ LAeID ເພື່ອເປັນເອກະສານອ້າງອີງທາງດ້ານກົດໝາຍ ໃນການພົວພັນວຽກງານ ແລະ ປະກອບ ເອກະສານເຮັດທຸລະກຳຕ່າງໆ ໂດຍບໍ່ຈໍາເປັນຕ້ອງນໍາໃຊ້ປຶ້ມສຳມະໂນຄົວແບບເຈ້ຍ ອີກຕໍ່ໄປ;
3. ກະຊວງປ້ອງກັນຄວາມສະຫງົບ ຈະໄດ້ຢຸດການນໍາໃຊ້ບັດປະຈໍາຕົວແບບເກົ່າ (ບັດສີຂາວ ແລະ ບັດສີ ຂຽວ) ຢ່າງເປັນທາງການ ແລະ ຈະບໍ່ສາມາດນໍາໃຊ້ບັດດັ່ງກ່າວໃນການປະກອບທຸລະກຳຕ່າງໆ ອີກຕໍ່ໄປ.
ດັ່ງນັ້ນ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຈຶ່ງຖືເປັນກຽດແຈ້ງມາເພື່ອຮັບຊາບ, ໃຫ້ການຮ່ວມມື ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.