.

ການໂຄສະນາຊວນເຊື່ອກ່ຽວກັບ “ຄວາມສາມາດໃນການຜະລິດຂອງຈີນເຫຼືອເຟືອ” ແມ່ນບໍ່ມີມູນຄວາມຈິງ, ຄວາມຈິງແມ່ນໂລກຊົມໃຊ້ “ໂອກາດຈາກຈີນ 2.0” ຮ່ວມກັນ
.
ຫວ່າງມໍ່ໆມານີ້, ເນື່ອງຈາກໄດ້ພິຈາລະນາເຖິງບັນຫາການເມືອງພູມີພາກ ແລະ ລັດທິປົກປ້ອງການຄ້າ, ບາງກຸ່ມເສດຖະກິດຕາເວັນຕົກໄດ້ຫັນເອົາບັນຫາເສດຖະກິດ-ການຄ້າມາເປັນບັນຫາທາງການເມືອງ ໂດຍໂຄສະນາຊວນເຊື່ອກ່ຽວກັບຖ້ອຍຄວາມຜິດພາດທີ່ເອີ້ນວ່າ “ຄວາມສາມາດໃນການຜະລິດຂອງຈີນເຫຼືອເຟືອ” ແລະ “ຜົນກະທົບຈາກຈີນ 2.0” ຄັ້ງແລ້ວຄັ້ງອີກ. ຄວາມຈິງເປັນຄືແນວໃດກັນແທ້? ກະຊວງການຄ້າຈີນໄດ້ເຜີຍແຜ່ເອກະສານຈຸດຢືນໃນຫວ່າງມໍ່ໆມານີ້ ໂດຍໄດ້ສະແດງໃຫ້ເຫັນເຖິງພຶດຕິກໍາຕົວຈິງ ແລະ ຄວາມພະຍາຍາມຂອງຈີນໃນການຊຸກຍູ້ການຮ່ວມມືສາກົນດ້ານຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງ, ລວມເຖິງການຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນເສດຖະກິດ-ການຄ້າໂລກ.
ເອກະສານດັ່ງກ່າວລະບຸວ່າ: ກຸ່ມເສດຖະກິດຈໍານວນໜຶ່ງຖືເອົາການເກີນດຸນການຄ້າໝາຍເຖິງຄວາມສາມາດໃນການຜະລິດເຫຼືອເຟືອ ແມ່ນມີຄວາມຜິດພາດດ້ານຕັກກະ. ຈີນບໍ່ໄດ້ສະແຫວງຫາການເກີນດຸນການຄ້າໂດຍເຈຕະນາເພາະການເຕີບໂຕດ້ານການສົ່ງອອກຂອງຈີນແມ່ນມາຈາກເສດຖະກິດຂະໜາດໃຫຍ່, ຄວາມສາມາດໃນການປະດິດສ້າງໃໝ່ ແລະ ຄວາມຮຽກຮ້ອງຕ້ອງການໃນການຫັນປ່ຽນຮູບແບບການພັດທະນາໄປຕາມທິດສີຂຽວຂອງໂລກ. ດ້ານໜຶ່ງ, ຈີນມີການເກີນດຸນການຄ້າແຕ່ຜູ້ທີ່ໄດ້ຮັບຜົນປະໂຫຍດແມ່ນກະຈາຍໄປທຸກຝ່າຍ, ສັງເກດໄດ້ຈາກປີ2025, ວິສາຫະກິດທຶນຕ່າງປະເທດໄດ້ປະກອບສ່ວນ 27% ເຂົ້າໃນການສົ່ງອອກຂອງຈີນ, ເກີນດຸນການຄ້າ 16%. ອີກດ້ານໜຶ່ງ, ຖ້າຫາກການເກີນດຸນການຄ້າໝາຍເຖິງຄວາມສາມາດໃນການຜະລິດເຫຼືອເຟືອ, ດັ່ງນັ້ນ, 80% ຂອງແຜ່ນຊິບອາເມຣິກາແມ່ນໃຊ້ໃນການສົ່ງອອກ, ຂະນະທີ່ເຮືອບິນທີ່ນໍາໃຊ້ໃນທາງທຸລະກິດທີ່ບໍລິສັດໂບອິງຂອງອາເມຣິກາສົ່ງມອບນັ້ນມີປະມານ 2/3 ຈໍາໜ່າຍໄປຕ່າງປະເທດທີ່ຢູ່ນອກທະວີບອາເມຣິກາເໜືອ. ແລ້ວອຸດສາຫະກໍາ ແລະ ຜະລິດຕະພັນທີ່ມີການສົ່ງອອກສູງ ແລະ ການເກີນດຸນການຄ້າຈໍານວນຫຼາຍເຫຼົ່ານີ້ກໍຄວນພະຈາລະນາວ່າແມ່ນ “ຄວາມສາມາດໃນການຜະລິດເຫຼືອເຟືອ” ເຊັ່ນດຽວກັນຫຼືບໍ່? ກ່ຽວກັບບັນຫານີ້, ຍ້ອນຫຍັງຫາງສຽງຂອງປະເທດຕາເວັນຕົກຈຶ່ງບໍ່ຍົກຂຶ້ນມາໂຄສະນາຊວນເຊື່ອ?
ກຸ່ມເສດຖະກິດຕາເວັນຕົກຈໍານວນໜຶ່ງຖິ້ມໂທດໃສ່ຈີນວ່າເປັນສາເຫດເຮັດໃຫ້ການພັດທະນາອຸດສາຫະກໍາຊັກຊ້າ ແລະ ຈັງຫວະການເຕີບໂຕທາງເສດຖະກິດຂອງຕົນຊ້າລົງ ເຊິ່ງບໍ່ພຽງແຕ່ບໍ່ສອດຄ່ອງກັບກົດເກນເສດຖະກິດເທົ່ານັ້ນ, ຍັງໄດ້ຫຼີກລ່ຽງເຫດຜົນແທ້ຈິງຕ່າງໆທີ່ເຮັດໃຫ້ເກີດປາກົດການດັ່ງກ່າວ ເຊັ່ນ: ຕ່ອງໂສ້ອຸດສາຫະກໍາໂລກມີການປັບປຸງຄືນໃໝ່ ແລະ ສະຖານະການໃນພາກພື້ນມີຄວາມປັ່ນປ່ວນວຸ້ນວາຍ ເປັນຕົ້ນ. ຄວາມຈິງແລ້ວ, ລົດພະລັງງານໃໝ່, ໝໍ້ໄຟລິທຽມ ແລະ ຜະລິດຕະພັນພະລັງງານແສງຕາເວັນຂອງຈີນໄດ້ຮັບຄວາມນິຍົມຊົມຊອບຢ່າງກວ້າງຂວາງໃນທົ່ວໂລກ, ຂະນະທີ່ປັນຍາປະດິດ, ຫຸ່ນຍົນ ແລະ ຢາປະດິດສ້າງໃໝ່ຂອງຈີນພວມໄດ້ຮັບການພັດທະນາຢ່າງວ່ອງໄວ ເຊິ່ງໄດ້ເພີ່ມແຮງຂັບເຄື່ອນທີ່ເຂັ້ມແຂງເຂົ້າໃນການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວ ແລະ ຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຊີຂອງໂລກ, ພ້ອມທັງໄດ້ແບ່ງປັນຜົນປະໂຫຍດດ້ານຕະຫຼາດ, ການພັດທະນາ ແລະ ການປະດິດສ້າງໃໝ່ໃຫ້ແກ່ທົ່ວໂລກຢ່າງຕໍ່ເນື່ອງ. ການທີ່ປະເທດຕາເວັນຕົກໂຄສະນາຊວນເຊື່ອແບບອະຄະຕິກ່ຽວກັບ “ຄວາມສາມາດໃນການຜະລິດຂອງຈີນເຫຼືອເຟືອ” ໄດ້ເບິ່ງຂ້າມບົດບາດສໍາຄັນຂອງຈີນຕໍ່ການຮັກສາສະຖຽນລະພາບຂອງເສດຖະກິດໂລກໂດຍເຈຕະນາ.
ຫວ່າງມໍ່ໆມານີ້, ຜົນການສໍາຫຼວດຄວາມເຫັນຂອງປະຊາຊົນທີ່ຈັດໂດຍສູນຄົ້ນຄວ້າພິ໋ວ (Pew Research Center) ຂອງອາເມຣິກາ ແລະ ອົງການຈັດຕັ້ງສາກົນຫຼາຍແຫ່ງສະແດງໃຫ້ເຫັນວ່າ: ຊາວໂລກທີ່ເບິ່ງຈີນໃນແງ່ດີໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນີ້ສະແດງໃຫ້ເຫັນຢ່າງມີພະລັງທີ່ຊັດເຈນວ່າ: ການຫວ່ານຖ້ອຍຄວາມຜິດພາດຕ່າງໆກ່ຽວກັບຈີນບໍ່ສາມາດຕົບຕາຊາວໂລກໄດ້, ຂະນະທີ່ “ໂອກາດຈາກຈີນ 2.0” ຈຶ່ງແມ່ນຄວາມເຫັນທີ່ເປັນເອກະພາບກັນໃນເວທີສາກົນ.
ທີ່ມາ: CMG