ເລີ່ມແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ແລະຮຸ່ນທົ່ວໄປທີ່ ນວ

ງານແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປລາຍການ "WTT Youth Contender" (ຄັ້ງທີ 4) ແລະ "WTT Feeder Series" (ຄັ້ງທີ 2) ປະຈຳປີ 2026 ທີ່ ສປປ ລາວເຮົາເປັນເຈົ້າພາບຈັດຂຶ້ນວັນທີ 30 ກໍລະກົດ ຫາ ວັນທີ 8 ສິງຫາ 2026 ທີ່ສູນການຄ້າລາວ-ໄອເຕັກ ມໍ ຊັ້ນ 7 ນະຄອນຫຼວງວຽງຈັນ (ນວ) ຊຶ່ງການແຂ່ງຂັນຈັດຂຶ້ນວັນທີ 30 ກໍລະກົດ ນີ້ ມີທ່ານ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ນາງ ບົວສີ ສີສະຫວັດ ແລະ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ນາງ ຈິນດາ ພົນເຕຊາ ຄະນະບໍລິຫາງານສະຫະພັນກິລາປິ່ງປ່ອງແແຫ່ຊາງລາວ ປະທານສະຫະພັນກິລາປິ່ງປ່ອງ ນວ, ທ່ານ ນາງ ອາລິສາ ໄຊຍະກຸມມານ ຮອງປະທານສະຫະພັນກິລາປິ່ງປ່ອງ ນວ, ຜູ້ສະໜັບສະໜູນ, ຜູ້ຊົມຜູ້ເຊຍ ແລະ ນັກກິລາເຂົ້າຮ່ວມ.
ທ່ານ ສຳລານ ພັນຄະວົງ ໄດ້ກ່າວວ່າ: ງານແຂ່ງຂັນກິລາຄັ້ງນີ້ ມີທີມນັກກິລາປິ່ງປ່ອງທົ່ວໂລກເຂົ້າຮ່ວມທັງໝົດ 22 ປະເທດ ມີ 403 ຄົນ ໃນນັ້ນເປັນລາຍການເຍົາວະຊົນ 276 ຄົນ ແລະ ຮຸ່ນທົ່ວໄປ 197 ຄົນ ຊຶ່ງທີມນັກກິລາເຈົ້າພາບລາວເຮົາໄດ້ສົ່ງນັກກິລາ ແລະ ຄູຝຶກເຂົ້າຮ່ວມທັງໝົດ 70 ຄົນ ອາຍຸ 9-19 ປີ ສຳລັບຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ມີ 16 ຄົນ ການແຂ່ງຂັນຈະມີທັງປະເພດດ່ຽວ ແລະ ປະເພດຄູ່ປະສົມ ອາຍຸບໍ່ເກີນ 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ ແລະ ຮຸ່ນທົ່ວໄປຊີງໄຊທັງໝົດ 32 ລາງວັນ.
ສຳລັບການແຂ່ງຂັນມື້ທຳອິດວັນທີ 30 ກໍລະກົດ 2026 ຈະມີແຂ່ງຂັນປະເພດດ່ຽວຊາຍ ປະເພດດ່ຽວຍິງ ແລະ ປະເພດຄູ່ປະສົມ ຊຶ່ງການແຂ່ງຂັນປະເພດດ່ຽວຊາຍ ແລະ ປະເພດດ່ຽວຍິງ ແມ່ນຮອບໝູນວຽນ ເພື່ອຈະຄັດນັກກິລາເຂົ້າຮອບຄັດເລືອກ ເພື່ອເຂົ້າຮ່ວມຊີງ ສ່ວນປະເພດຄູ່ປະສົມຈະແຂ່ງຂັນຕີເສຍຄັດອອກໃນວັນທີ 31 ກໍລະກົດ 2026 ແລະ ທັງສອງປະເພດແຂ່ງດ່ຽວ ແລະ ປະສົມຄູ່ຈະໄປຊີງເອົາຂັນໃນວັນທີ 31 ກໍລະກົດ 2026.
ຂ່າວ: ສົມສະຫວັນ