
ການສົ່ງເສີມການປູກຜັກກະລໍ່າປີເປັນສິນຄ້າຢູ່ເມືອງພູຄູນ ແຂວງຫຼວງພະບາງ ປະສົບຜົນສໍາເລັດຢ່າງງົດງາມ, ສາມາດສ້າງລາຍຮັບໃຫ້ຊາວກະສິກອນ 225 ຄອບຄົວ ສູງເຖິງ 17 ຕື້ກີບ. ຜົນຜະລິດດັ່ງກ່າວ ບໍ່ພຽງແຕ່ສະໜອງໃຫ້ບັນດາແຂວງອ້ອມຂ້າງເທົ່ານັ້ນ ແຕ່ຍັງໄດ້ສົ່ງອອກໄປຕະຫຼາດປະເທດຫວຽດນາມ, ກາຍເປັນທ່າແຮງເສດຖະກິດ ທີ່ຊ່ວຍໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກຢ່າງຍືນຍົງ.
ໃນວັນທີ 27 ກໍລະກົດ 2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ, ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V ພ້ອມດ້ວຍຄະນະການນໍາຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ເຄື່ອນໄຫວລົງຊຸກຍູ້-ຢ້ຽມຢາມ ການປູກຜັກກະລໍາປີຕາມສັນພູ ຂອງຊາວບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງພູຄູນ ແຂວງຫຼວງພະບາງ.
ໃນອະດີດ, ປະຊາຊົນເມືອງພູຄູນ ໄດ້ຢຶດຖືເອົາການປູກຝັງແບບປະສົມປະສານ ເຊິ່ງເຮັດໃຫ້ຊີວິດການເປັນຢູ່ພໍແຕ່ກຸ້ມກິນ. ແຕ່ດ້ວຍນະໂຍບາຍສົ່ງເສີມຂອງພັກ-ລັດ ໂດຍສະເພາະຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ລົງຕິດຕາມ ແລະ ນໍາເອົາແນວພັນຜັກກະລໍາປີມາໃຫ້ປະຊາຊົນປູກ ເຮັດໃຫ້ປະຈຸບັນ ທົ່ວເມືອງພູຄູນ ມີເນື້ອທີ່ປູກຜັກກະລໍາປີ ເຖິງ 82,6 ເຮັກຕາ, ມີ 225 ຄອບຄົວເຂົ້າຮ່ວມ, ຜົນຜະລິດສະເລ່ຍ 2,925 ໂຕນ, ສາມາດສ້າງລາຍຮັບລວມໄດ້ທັງໝົດ 17 ຕື້ກີບ. ໃນນັ້ນ ບ້ານທີ່ພົ້ນເດັ່ນກວ່າໝູ່ແມ່ນ ບ້ານລ້ອງໜ້ຽງ ແລະ ບ້ານພູລັງຈັງ. ຜົນຜະລິດສ່ວນໃຫຍ່ແມ່ນສົ່ງອອກໄປປະເທດຫວຽດນາມ ແລະ ມີພໍ່ຄ້າ-ແມ່ຄ້າຈາກບັນດາແຂວງອ້ອມຂ້າງ ເຂົ້າມາຮັບຊື້ເຖິງສວນ.
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມດຸໝັ່ນຂະຫຍາຍພຽນຂອງປະຊາຊົນ ທີ່ຮູ້ຈັກຜັນຂະຫຍາຍທ່າແຮງຂອງພື້ນທີ່ ເພື່ອປ່ຽນສັນພູໃຫ້ກາຍເປັນສວນຜັກເສດຖະກິດ ທີ່ສ້າງລາຍຮັບຄົງທີ່ ແລະ ຍົກລະດັບຄຸນນະພາບຊີວິດໃຫ້ດີຂຶ້ນ. ພ້ອມດຽວກັນ, ທ່ານຍັງໄດ້ເນັ້ນໜັກໃຫ້ຊາວກະສິກອນ ສືບຕໍ່ພັດທະນາເຕັກນິກການປູກທີ່ທັນສະໄໝ, ຮັກສາຄຸນນະພາບຜົນຜະລິດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ ແລະ ຮັບປະກັນລາຍໄດ້ທີ່ຍືນຍົງໃນໄລຍະຍາວ.
ພາບ-ຂ່າວ: ທະນູສິນ ອິດທິພົນ
.