ລັດຖະບານ ອະນຸຍາດໃຫ້ບໍລິສັດໂຊກມຸງຄຸນການຄ້າ ແລະ ລົງທຶນ ຟື້ນຟູ ແລະບູລະນະຮັກສາຊ້ອມແປງທາງຫຼວງແຫ່ງຊາດເລກທີ3

ວັນທີ 30 ກໍລະກົດ 2026 ທີ່ພະແນກ ຍທຂ ແຂວງບໍ່ແກ້ວ ສຳເລັດພິທີການເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສຳຫຼວດ-ອອກແບບ ຟື້ນຟູ ແລະ ບູລະນະຮັກສາຊ້ອມແປງທາງຫຼວງແຫ່ງຊາດເລກທີ3 ດ້ວຍຮູບແບບ OPBRC (Output and performance Based Road Contract) ແລະ PRTC (Public Road Toll Collection) ຕອນທາງແຕ່ຫ້ວຍກະລົກ ຫາ ຂົວມິດຕະພາບລາວ-ໄທ ແຫ່ງທີ4 (ຫ້ວຍຊາຍ-ຊຽງຂອງ) ມີຄວາມຍາວທັງໝົດ 44 km.


ທ່ານ ສົມອົກ ມະນີຈັນ ຮອງຫົວໜ້າ ຍທຂ ແຂວງບໍ່ແກ້ວ, ໄດ້ຜ່ານຂໍຕົກລົງ ຂອງຄະນະກຳມະການປົກຄອງແຂວງວ່າດ້ວຍການເຫັນດີຮັບຮອງເອົາ ບໍລິສັດໂຊກມຸງຄຸນການຄ້າ ແລະ ລົງທຶນ ຈໍາກັດຜູ້ດຽວ ຜູ້ມີເງື່ອນໄຂຄົບຖ້ວນທີ່ຜ່ານການຄັດເລືອກສຶກສາຄວາມເປັນໄປໄດ້, ເຊີ່ງລາຍລະອຽດໂຄງການມີຈຸດປະສົງຫຼັກ:
- ແກ້ໄຂເສັ້ນທາງທີ່ເປ່ເພ ເພື່ອໃຫ້ການສັນຈອນສະດວກ ແລະ ປອດໄພຂຶ້ນ.
- ຍົກລະດັບພື້ນຖານໂຄງລ່າງເພື່ອຮອງຮັບການຂົນສົ່ງສິນຄ້າ ແລະ ການທ່ອງທ່ຽວ.
- ເຊື່ອມໂຍງດ້ານການຄ້າ, ເສດຖະກິດ-ສັງຄົມ ລະຫວ່າງພາກພື້ນ ແລະ ປະເທດເພື່ອນບ້ານ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຄວາມຄ່ອງຕົວດີຂຶ້ນ.


ໂດຍການຮ່ວມມືລະຫວ່າງຕ່າງໜ້າໃຫ້ແຂວງບໍ່ແກ້ວ: ທ່ານ ວົງ ເພັດ ສຸຂະວົງ ຫົວໜ້າພະແນກ ຍທຂ ແຂວງບໍ່ແກ້ວ ຮ່ວມກັບ ທ່ານ ນາງ ວຽງຄອນ ສິດສຸວົງ ປະທານ ບໍລິສັດ ໂຊກມຸງຄຸນ ການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ, ຕ່າງໜ້າ ພະແນກການເງິນແຂວງ ແລະບໍລິສັດ,ເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານ ພົຈວ ສຸກພະຈັນ ສີລາເພັດ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ແລະບັນດາທ່ານແຂກໂຄງການສຶກສາສຳຫຼວດດັ່ງກ່າວ ຖືເປັນກ້າວສຳຄັນໃນການຍົກລະດັບ ແລະບູລະນະເສັ້ນທາງສາຍຫຼັກ R3 ໃຫ້ມີຄວາມສະດວກ, ປອດໄພ ແລະໄດ້ມາດຕະຖານ.

ຂ່າວ: ບຸນນິກ ມະນີ

.

#ຂ່າວເສດຖະກິດສັງຄົມ #ໜັງສືພິມເສດຖະກິດສັງຄົມ