6 ເດືອນຕົ້ນປີ ເມືອງປະທຸມພອນ ຈັດເກັບລາຍຮັບຊັບສິນແຫ່ງລັດ ບັນລຸ 87,86% ຂອງແຜນການປີ

ໜ່ວຍງານຊັບສິນແຫ່ງລັດ ຫ້ອງການການເງິນ ເມືອງປະທຸມພອນ ແຂວງຈໍາປາສັກ ສ້າງຜົນງານເຄິ່ງປີຢ່າງໂດດເດັ່ນໂດຍສາມາດຈັດເກັບລາຍຮັບເຂົ້າງົບປະມານ 6 ເດືອນຕົ້ນປີ 2026 ໄດ້ຫຼາຍກວ່າ 1,5 ພັນລ້ານກີບ (1,503,382,335 ກີບ), ບັນລຸ 87,86% ຂອງແຜນການປະຈຳປີ, ເຊິ່ງເປັນຕົວເລກທີ່ເກືອບທະລຸແຜນການປີ ທັງທີ່ຜ່ານໄປພຽງເຄິ່ງປີເທົ່ານັ້ນ.

ທ່ານ ຄຳເຟື້ອງ ໝື່ນເຮືອຄຳ, ຫົວໜ້າໜ່ວຍງານຊັບສິນແຫ່ງລັດ ຫ້ອງການການເງິນ ເມືອງປະທຸມພອນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອຕົ້ນອາທິດຜ່ານມານີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ, ໜ່ວຍງານຊັບສິນແຫ່ງລັດ ໄດ້ສຸມໃສ່ການຈັດເກັບລາຍຮັບເຂົ້າງົບປະມານຢ່າງເຂັ້ມງວດ, ເຊິ່ງສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1,503,382,335 ກີບ ຖ້າທຽບໃສ່ແຜນການປະຈຳປີ 1,711,101,000 ກີບ ບັນລຸ 87,86% ຂອງແຜນການ.

ສຳລັບຕົວເລກການຈັດເກັບລາຍຮັບໃນແຕ່ລະຂົງເຂດ ປະກອບມີ: ລາຍຮັບຄ່າສຳປະທານເຊິ່ງເປັນແຫຼ່ງລາຍຮັບຫຼັກ ສາມາດຈັດເກັບໄດ້ 1,194,208,490 ກີບ ຈາກແຜນການ 970,000,000 ກີບ, ບັນລຸ 123,11% (ລື່ນແຜນການ 23,11%), ເຊິ່ງຖືເປັນຜົນງານທີ່ໂດດເດັ່ນທີ່ສຸດ; ລາຍຮັບຄ່າຊັບສິນປົກກະຕິ: ຈັດເກັບໄດ້ 261,315,468 ກີບ ຈາກແຜນການ 66,101,000 ກີບ, ເຊິ່ງປະຕິບັດໄດ້ລື່ນແຜນການທີ່ວາງໄວ້ຢ່າງເກີນຄາດ; ລາຍຮັບຈາກຄ່າເຊົ່າຊັບສິນຂອງລັດ ຈັດເກັບໄດ້ 47,858,377 ກີບ ຈາກແຜນການ 675,000,000 ກີບ, ຄິດເປັນ 7,09%; ລາຍຮັບຈາກຄ່າຈົດທະບຽນຈັດເກັບໄດ້ 250,000 ກີບ ຈາກແຜນການ 3,000,000 ກີບ, ຄິດເປັນ 8,33%.

ຜົນສຳເລັດໃນການຈັດເກັບລາຍຮັບ ໄລຍະ 6 ເດືອນຕົ້ນປີ 2026 ຂອງໜ່ວຍງານຊັບສິນແຫ່ງລັດ ຫ້ອງການການເງິນ ເມືອງປະທຸມພອນ ໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມຮຽກຮ້ອງຕ້ອງການ ແລະ ຄວາມເອົາໃຈໃສ່ ຂອງຄະນະນຳ ແລະ ພະນັກງານ-ທະຫານ-ຕຳຫຼວດ ພາກສ່ວນກ່ຽວຂ້ອງ ທີ່ໄດ້ສຸມໃສ່ຄຸ້ມຄອງ ແລະ ລະດົມແຫຼ່ງລາຍຮັບເຂົ້າງົບປະມານຂອງລັດຢ່າງມີປະສິດທິພາບ, ເພື່ອເປັນທຶນຮອນໃນການຊຸກຍູ້ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງເມືອງປະທຸມພອນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໂດຍ: ສີສົມບູນ ວົງວຽງຄຳ