ບໍ່ແກ້ວ ເອົາໃຈໃສ່ຍູ້ແຮງວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຢ່າງຕໍ່ເນື່ອງ

ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງແຂວງບໍ່ແກ້ວ ໃນໄລຍະຜ່ານມາໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວທີ່ໂດດເດັ່ນໃນການຊີ້ນຳ-ນຳພາ ແລະ ຕິດຕາມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດ, ການແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງ ທົ່ວແຂວງຢ່າງມີຮູບປະທຳ.

​ສຳລັບ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງ, ແຂວງໄດ້ສຸມໃສ່ 46 ບ້ານຈຸດສຸມ ໃນ 5 ເມືອງທົ່ວແຂວງ ໂດຍໄດ້ຫັນເອົາພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງ ລົງປະຈຳຢູ່ແຕ່ລະຈຸດສຸມ ຈຳນວນ 46 ສະຫາຍ. ປັດຈຸບັນ, ໄດ້ສະຫຼຸບ ແລະ ປະເມີນຜົນການເຄື່ອນໄຫວຂອງພະນັກງານກໍ່ສ້າງຮາກຖານປະຈຳຢູ່ບ້ານຈຸດສຸມ ໃນໄລຍະ 2 ປີ (2024-2026) ເປັນທີ່ຮຽບຮ້ອຍ ແລ້ວ ພ້ອມທັງນຳສະເໜີຂັ້ນເທິງຄົ້ນຄວ້າຍໍ້ຍໍຕາມຄວາມເໝາະສົມ.


​ສ່ວນ ການແກ້ໄຂປະກົດການຫຍໍ້ທໍ້, ເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຕິດຕາມ, ຊຸກຍູ້ການລົງກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຕາມ 8 ແຜນວຽກ ຢູ່ 26 ບ້ານຈຸດສຸມ ໃນ 2 ເມືອງ ເຊັ່ນ: ເມືອງຕົ້ນເຜິ້ງ ແລະ ເມືອງຫ້ວຍຊາຍ.

​ທິດທາງ ແຜນການສືບຕໍ່, ແຂວງກຳລັງກະກຽມຄວາມພ້ອມດຳເນີນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ໄລຍະ 5 ປີ (2021-2025), ຄົ້ນຄວ້າກຳນົດຈຸດສຸມໃນ 23 ຕາແສງຂອງແຂວງ ເພື່ອຫັນລົງກໍ່ສ້າງຮາກຖານການເມືອງຊຸດໃໝ່ ພ້ອມທັງຄັດເລືອກບຸກຄະລາກອນທີ່ຕິດພັນກັບວຽກງານຢູ່ຮາກຖານແຕ່ລະຈຸດສຸມໃຫ້ມີຄຸນນະພາບ.

​ດ້ານຜົນສໍາເລັດການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ (ຕາມດຳລັດ 348) ແຂວງບໍ່ແກ້ວ ໄດ້ສໍາເລັດການຮັບຮອງຖານຂໍ້ມູນມາດຕະຖານພົ້ນທຸກ ແລະມາດຕະຖານພັດທະນາ ໂດຍພື້ນຖານ ເຊິ່ງມີຕົວເລກສັງເກດໄດ້ດັ່ງນີ້: ​ບ້ານພັດທະນາ: ກວມເອົາ 57.66% ຂອງບ້ານທັງໝົດທົ່ວແຂວງ (ໃນນັ້ນ ໄດ້ຈັດພິທີປະກາດຮັບຮອງແລ້ວ 126 ບ້ານ); ​ຄອບຄົວພັດທະນາ: ກວມເອົາ 63.75% ທົ່ວແຂວງ; ​ບ້ານພົ້ນທຸກ: ສາມາດສ້າງໄດ້ 193 ບ້ານ (ກວມເອົາ 77.82%); ​ຄອບຄົວພົ້ນທຸກ: ມີ 29,745 ຄອບຄົວ (ກວມເອົາ 82.23%); ​ບ້ານທຸກຍາກ (ປັດຈຸບັນ): ຍັງເຫຼືອ 55 ບ້ານ (ກວມເອົາ 22.18%); ​ຄອບຄົວທຸກຍາກ (ປັດຈຸບັນ): ຍັງເຫຼືອ 17.81% ຂອງຄອບຄົວທົ່ວແຂວງ.

​ຂ່າວໂດຍ: ເງິນຫຼົງ ຈິດພູວົງ