ກອງປະຊຸມຄັ້ງທີ 9 ຂອງຄະນະກຳມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ (JBC9)

ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2026 ທີ່ ເມືອງວັງວຽງ, ແຂວງວຽງຈັນ. ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ຄະນະຜູ້ແທນ ຝ່າຍກໍາປູເຈຍ ນໍາໂດຍ ພະນະທ່ານ ລາມ ເຈຍ, ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ, ປະທານຄະນະກໍາມະການຊາຍແດນຮ່ວມ ກໍາປູເຈຍ-ລາວ ໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.


ກອງປະຊຸມໄດ້ຮັບຮອງຜົນການປະຕິບັດວຽກງານພາກສະໜາມຂອງຄະນະວິຊາການເຕັກນິກທັງສອງຝ່າຍ ໃນການກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນເພື່ອປັກຫຼັກໝາຍຊາຍແດນແບບໃໝ່ປ່ຽນແທນຫຼັກໝາຍຊາຍແດນແບບເກົ່າ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມຕະຫຼວດເສັ້ນຊາຍແດນ ລາວ-ກຳປູເຈຍ ນັບແຕ່ເດືອນພຶດສະພາ 2023 ມາຮອດ ເດືອນມິຖຸນາ 2026, ສອງຝ່າຍສາມາດກຳນົດຈຸດທີ່ຕັ້ງຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງໄດ້ຈໍານວນ 364 ຈຸດ ກວມເອົາ 70,7% ແລະ ກໍ່ສ້າງຫຼັກໝາຍຊາຍແດນສໍາເລັດແລ້ວ ຈໍານວນ 270 ຫຼັກໝາຍ ກວມເອົາ 52,9% ໃນຈໍານວນຫຼັກໝາຍຊາຍແດນທັງໝົດ 510 ຫຼັກໝາຍ ທີ່ຈະປັກຕະຫຼອດເສັ້ນຊາຍແດນ ລາວ-ກໍາປູເຈຍ.

ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ແລະ ໄດ້ຮັບຮອງດ້ານຫຼັກການວິທີແກ້ໄຂຂໍ້ຄົງຄ້າງຮ່ວມກັນໃນຕອນຊາຍແດນ 86% ທີ່ໄດ້ສໍາເລັດການສໍາຫຼວດ ແລະ ໄດ້ຕົກລົງຈະປັກຫຼັກໝາຍຊາຍແດນ ເລກທີ 033 ຊຶ່ງເປັນຫຼັກໝາຍໃຫຍ່ທີ່ສໍາຄັນ ຕັ້ງຢູ່ບໍລິເວນດ່ານຊາຍແດນໜອງນົກຂຽນ-ຕຣາປຽງກຼຽນ ທີ່ເປັນດ່ານສາກົນແຫ່ງທໍາອິດລະຫວ່າງສອງປະເທດ. ທີ່ສໍາຄັນໃນການພົບປະຄັ້ງນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບເຂດແດນ 14% ທີ່ຍັງຄົງຄ້າງ ໂດຍໄດ້ມອບໝາຍໃຫ້ຄະນະວິຊາການສອງຝ່າຍສືບຕໍ່ປຶກສາຫາລືແກ້ໄຂໃນໂອກາດທີ່ເໝາະສົມອັນໃກ້ນີ້.
ຄວາມຄືບໜ້າທີ່ສອງຝ່າຍສາມາດຍາດມາໄດ້ໃນຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສໍາຄັນຂອງວຽກງານສຳຫຼວດ ແລະ ປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດ ພາຍໃຕ້ບັນຍາກາດແຫ່ງການພົວພັນຮ່ວມມືອັນດີ ແລະ ນັບມື້ນັບແໜ້ນແຟ້ນລະຫວ່າງລັດຖະບານ ກໍຄືປະຊາຊົນສອງປະເທດ. ຖ້າເມື່ອບັນຫາຊາຍແດນໄດ້ຮັບການແກ້ໄຂເທື່ອລະກ້າວ ແລະ ມີຄວາມຈະແຈ້ງ, ຈະສ້າງຄວາມສະດວກໃຫ້ແກ່ການຄຸ້ມຄອງ ໄປພ້ອມໆກັບການຮັບປະກັນໃຫ້ປະຊາຊົນສອງປະເທດດໍາລົງຊີວິດຢ່າງສະຫງົບ ແລະ ໄປມາຫາສູ່ໄດ້ຢ່າງສະດວກ, ຕອບສະໜອງໃຫ້ແກ່ການສ້າງຊາຍແດນລະຫວ່າງສອງປະເທດ ລາວ-ກຳປູເຈຍ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາ ຕາມຄວາມມຸ້ງມາດປາດຖະໜາອັນແຮງກ້າຂອງການນໍາຂັ້ນສູງສອງພັກ, ສອງລັດ, ກໍຄືຂອງປະຊາຊົນສອງຊາດ ລາວ ແລະ ກໍາປູເຈຍ.

ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປພາຍໃຕ້ບັນຍາກາດ ແຫ່ງ ໄມຕີຈິດມິດຕະພາບ, ມີຄວາມເຂົ້າອົກເຂົ້າໃຈຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອການພົວພັນອັນດີງາມມາແຕ່ບູຮານນະການ ແລະໄດ້ອັດລົງດ້ວຍຜົນສຳເລັດທີ່ຈົບງາມ.

ຂ່າວ: ກະຊວງການຕ່າງປະເທດ