ລັດຖະບານ ເດີນໜ້າປະຕິຮູບຂະແໜງແຮ່ທາດ! ເລັ່ງອອກຄຳສັ່ງໃໝ່ ແກ້ບັນຫາຂຸດຄົ້ນແບບຊະຊາຍ ແລະ ເພີ່ມການປຸງແຕ່ງພາຍໃນ

ໃນວັນທີ 31 ກໍລະກົດ 2026 ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບ ຮ່າງຄໍາສັ່ງວ່າດ້ວຍການປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດ ໃນໄລຍະໃໝ່ ໃຫ້ກຽດເປັນປະທານ ໂດຍທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ.
ກອງປະຊຸມ ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາທ່ານ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ພ້ອມດ້ວຍ ຕາງຫນ້າຫ້ອງການ ແລະ ກົມກອງ ຂອງກະຊວງ ອຄ ແລະ ກະຊວງກ່ຽວຂ້ອງ ແລະ ບັນດາບໍລິສັດໂຄງການລົງທຶນດ້ານແຮ່ທາດ.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ໄດ້ກ່າວວ່າ:
ຊັບພະຍາກອນແຮ່ທາດເປັນຊັບສິນອັນລໍ້າຄ່າຂອງຊາດ ແລະ ເປັນໜຶ່ງໃນເສົາຄ້ຳສໍາຄັນຂອງການຂະຫຍາຍຕົວດ້ານເສດຖະກິດ. ແຕ່ໃນໄລຍະຜ່ານມາ ການພັດທະນາ ແມ່ນຍັງອີງໃສ່ການຂຸດຄົ້ນ ແລະ ສົ່ງອອກແຮ່ດິບເປັນຫຼັກ, ການປຸງແຕ່ງເພື່ອສ້າງມູນຄ່າເພີ່ມຍັງມີຂໍ້ຈໍາກັດ.
ໃນຂະນະດຽວກັນ ການພັດທະນາແຮ່ທາດ ໃນໄລຍະຜ່ານມາ ກໍເກີດມີປະກົດການບັນຫາພົ້ນເດັ່ນ ເປັນຕົ້ນ: ດ້ານສິ່ງແວດລ້ອມ ແລະ ສັງຄົມ; ການຂຸດຄົ້ນແບບບໍ່ເປັນລະບົບ ແລະ ບໍ່ມີແຜນການຍືນຍົງ; ການລະເມີດກົດໝາຍ ແລະ ການລັກລອບຂຸດຄົ້ນ ຍັງມີຫຼາຍ; ກົນໄກການຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຍັງທັບຊ້ອນ ແລະ ບໍ່ເປັນເອກະພາບ; ມາດຕະຖານທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ການຄຸ້ມຄອງ (ESG) ຍັງບໍ່ທັນສູງ ແລະ ເຂັ້ມງວດ; ການຈັບຈອງເນື້ອທີ່ ຍັງແກ້ໄຂບໍ່ທັນໄດ້ດີ, ບັນຫາການຂົນສົ່ງເກີນນໍ້າຫນັກ ແລະ ອື່ນໆ.
ໂດຍອີງໃສ່ການຕີລາຄາບັນຫາສຳຄັນນີ້, ລັດຖະບານຈຶ່ງກໍານົດທິດທາງໃໝ່ໃຫ້ການພັດທະນາແຮ່ທາດ, ບໍ່ແມ່ນເພິ່ງແຕ່ “ຂຸດຄົ້ນແລ້ວສົ່ງອອກ” ແຕ່ຕ້ອງຫັນໄປສູ່ “ການປຸງແຕ່ງ, ການສ້າງມູນຄ່າເພີ່ມ, ການພັດທະນາອຸດສາຫະກໍາຕໍ່ເນື່ອງ ແລະ ການສ້າງຕ່ອງໂສ້ມູນຄ່າພາຍໃນປະເທດ” ເພື່ອໃຫ້ຊັບພະຍາກອນແຮ່ທາດສ້າງລາຍຮັບ, ສ້າງການຈ້າງງານ, ພັດທະນາອຸດສາຫະກໍາພາຍໃນ ແລະ ສ້າງພື້ນຖານໃຫ້ແກ່ການພັດທະນາທີ່ຍືນຍົງ. ພ້ອມນັ້ນ, ຈະຕ້ອງຍົກລະດັບມາດຕະຖານການຄັດເລືອກນັກລົງທຶນ ໂດຍເນັ້ນຄວາມໂປ່ງໃສ, ຄວາມຮັບຜິດຊອບ, ຄວາມສາມາດທາງດ້ານເຕັກນິກ, ການເງິນ ແລະ ຖືເອົາການປະຕິບັດມາດຕະຖານ ESG ເພື່ອໃຫ້ການລົງທຶນທຸກໂຄງການ ເປັນການລົງທຶນທີ່ມີຄຸນນະພາບ, ຮັບຜິດຊອບຕໍ່ ສິ່ງແວດລ້ອມ-ສັງຄົມ ແລະ ສາມາດສ້າງຜົນປະໂຫຍດໃນໄລຍະຍາວໃຫ້ແກ່ຊາດ.
ທ່ານໄດ້ເນັ້ນຕື່ມວ່າ ຄໍາສັ່ງສະບັບນີ້ ບໍ່ແມ່ນເປັນພຽງການປັບປຸງມາດຕະການການຄຸ້ມຄອງເທົ່ານັ້ນ, ແຕ່ເປັນການວາງຮາກຖານໃໝ່ໃຫ້ແກ່ການບໍລິຫານຊັບພະຍາກອນແຮ່ທາດຂອງຊາດ ໃຫ້ມີຄວາມທັນສະໄໝ, ໂປ່ງໃສ, ມີມາດຕະຖານສາກົນ, ປ້ອງກັນການສູນເສຍຊັບພະຍາກອນ, ສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ ແລະ ຮັບປະກັນຜົນປະໂຫຍດຂອງປະເທດຊາດ.
ດ້ວຍຄວາມຮັບຜິດຊອບຂອງທຸກພາກສ່ວນ ພວກເຮົາຈະສາມາດສ້າງກອບນະໂຍບາຍທີ່ທັນສະໄໝ, ໂປ່ງໃສ, ສອດຄ່ອງກັບມາດຕະຖານສາກົນ ແລະ ສາມາດນໍາໄປປະຕິບັດໄດ້ຢ່າງມີປະສິດທິຜົນ.